ຫວຽດນາມເພີ່ມການນຳເຂົ້າໄຟຟ້າຈາກລາວ

15:43 | 08/10/2020

ໃນໄລຍະປີ 2016-2020, ລາວສົ່ງອອກກະແສໄຟຟ້າບັນລຸ 129.605 ລ້ານກິໂລວັດໂມງ, ມູນຄ່າ 7,2 ຕື້ໂດລາສະຫະລັດ, ເພີ່ມຂື້ນ 164% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ຫວຽດນາມເພ ມການນຳເຂ າໄຟຟ າຈາກລາວ ຕະຫລາດແຮງງານ ຫວຽດນາມ ມີການປ່ຽນແປງຫລາຍຢ່າງ
ຫວຽດນາມເພ ມການນຳເຂ າໄຟຟ າຈາກລາວ 35 ມື້ແລ້ວ ທີ່ຫວຽດນາມ ບໍ່ພົບຜູ້ ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກໃນຊຸມຊົນ
ຫວຽດນາມເພ ມການນຳເຂ າໄຟຟ າຈາກລາວ
ພາບປະກອບ

ປະຈຸບັນ, ຫວຽດນາມໄດ້ບັນລຸຂໍ້ຕົກລົງຊື້ໄຟຟ້າກັບລາວ, ລວມທັງບັນດາໂຮງງານໄຟຟ້າຢູ່ພາກເໜືອຂອງຫວຽດນາມ. ໃນອະນາຄົດອັນໃກ້ນີ້, ຫວຽດນາມຍັງຈະເຊື່ອມຕໍ່ສາຍສົ່ງໄຟຟ້າກັບໂຮງງານໄຟຟ້າເຫຼົ່ານີ້ຢູ່ລາວ. ຫວຽດນາມ ໄດ້ສ້າງຕາຂ່າຍໄຟຟ້າຂະໜາດ 500 kV ໃນເຂດພາກກາງເໜືອ, ມີຊາຍແດນຕິດກັບເມືອງຫົວເມືອງ ແລະ ເມືອງຊຳເໜືອ ແຂວງຫົວພັນ ເພື່ອນຳເຂົ້າໄຟຟ້າຈາກບັນດາເຂື່ອນໄຟຟ້ານ້ຳຕົກໃນລາວ. ນອກຈາກຫວຽດນາມແລ້ວ, ລາວ ກໍ່ໄດ້ບັນລຸຂໍ້ຕົກລົງຂາຍໄຟຟ້າໃຫ້ໄທ, ກຳປູເຈຍ, ມຽນມາ ແລະໄທ. ໃນໄລຍະປີ 2016-2020, ລາວສົ່ງອອກກະແສໄຟຟ້າໄດ້ 129.605 ລ້ານກິໂລວັດໂມງ, ມູນຄ່າ 7,2 ຕື້ໂດລາສະຫະລັດ, ເພີ່ມຂື້ນ 164% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ສຳລັບ​ການ​ສົ່ງ​ອອກ​ໄປ​ຈຳໜ່າຍ​ຕ່າງປະເທດ​ສາມາດ​ບັນລຸ​ໄດ້ 6.457 ເມ​ກາ​ວັດ​ໃນ​ນີ້​ໄດ້​ສົ່ງ​ອອກ​ໄປ​ປະເທດ​ໄທ 5.620 ເມ​ກາ​ວັດ​ຄາດ​ວ່າ​ຮອດ​ປີ 2022 ຈະ​ສົ່ງ​ຕື່ມ​ອີກ 2 ໂຄງການ​ຄື : ໂຄງ​ການ​ນໍ້າ​ເທີນ 1 ສົ່ງ​ອອກ 520 ເມ​ກາ​ວັດ ແລະ ນໍ້າ​ງື່ມ 3 ສົ່ງ​ອອກ 480 ເມ​ກາ​ວັດ ແລະ ຈະ​ສືບຕໍ່​ເຈລະຈາ​ຊື້​-​ຂາຍ​ໄຟຟ້າ​ແບບ​ລັດຖະບານ​ຕໍ່​ລັດຖະບານ​ ຊຶ່ງ​ຮອດ​ປີ 2020-2030 ໃຫ້​ໄດ້​ຄົບ 9.000 ເມ​ກາ​ວັດ. ຂາຍ​ໄປ​ປະເທດ​ຫວຽດ ນາມ 570 ເມ​ກາ​ວັດ​ ຊຶ່ງ​ປະກອບ​ມີ​ໂຄງການ​ເຂື່ອນ​ໄຟຟ້າ​ເຊ​ຂະ​ໝານ 1 ແລະ ເຊ​ຂະ​ໝານ 3 ແລະ ໃນ​ວັນ​ທີ 4/1/2020 ທີ່​ຜ່ານ​ມາ​ໄດ້​ມີ​ການ​ເຊັນ​ສັນຍາ​ຊື້​-​ຂາຍ​ອີກ​ຕື່ມ 5 ໂຄງການ​ຄື ນໍ້າ​ກົງ 2, ກົງ 3, ນໍ້າ​ອີ​ມູນ, ນໍ້າ​ຊັນ 3A ແລະ 3B, ກໍາ​ລັງ​ຕິດ​ຕັ້ງ​ລວມ 363 ເມ​ກາ​ວັດ ຊຶ່ງ​ແຜນການ​ຊື້​-​ຂາຍ​ພະລັງງານ​ໄຟຟ້າ​ກັບ​ຫວຽດນາມ​ແມ່ນ​ຮອດ​ປີ 2020 ແມ່ນ​ໃຫ້​ໄດ້ 1.000 ເມ​ກາ​ວັດ, 2025 ໃຫ້​ໄດ້ 3.000 ເມ​ກາ​ວັດ ແລະ ຮອດ 2030 ໃຫ້​ໄດ້ 5.000 ເມ​ກາ​ວັດ.

ຫວຽດນາມເພ ມການນຳເຂ າໄຟຟ າຈາກລາວ
ໃນໄລຍະປີ 2016-2020, ລາວສົ່ງອອກກະແສໄຟຟ້າໄດ້ 129.605 ລ້ານກິໂລວັດໂມງ, ມູນຄ່າ 7,2 ຕື້ໂດລາສະຫະລັດ, ເພີ່ມຂື້ນ 164% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ພາບປະກອບ.

ການ​ຂາຍ​ໄຟຟ້າ​ໄປ​ຍັງ​ປະເທດ​ມຽນ​ມາ: ປັດຈຸ​ບັນ ໄດ້​ສົ່ງ​ອອກ​ແລ້ວ ຜ່ານ​ສາຍ​ສົ່ງ 22 kV ຈໍາ​ນວນ 10 ເມ​ກາ​ວັດ. ຄາດ​ວ່າຮອດ​ປີ 2020 ຈະ​ສົ່ງ​ເພີ່ມ​ອີກ 20 ເມ​ກາ​ວັດ. ຮອດ​ປີ 2023 ຈະ​ສົ່ງ​ໃຫ້​ໄດ້ 100 ເມ​ກາ​ວັດ ແລະ ຮອດ​ປີ 2025 ຈະ​ສົ່ງ​ໃຫ້​ໄດ້ 300 ເມ​ກາ​ວັດ. ການ​ເຊື່ອມ​ໂຍງ ແລະ ຈໍາ​ໜ່າຍ​ໄປ​ຍັງ​ຕະຫຼອດ​ອາ​ຊຽນ: ໃນ​ກຸ່ມ​ປະເທດ​ອາ​ຊຽນ ຊຶ່ງ ສປປ ລາວ ແມ່ນ​ປະເທດທຳອິດ​ທີ່​ໄດ້​ລິ​ເລີ່ມສົ່ງ​ຂາຍ​ໄຟຟ້າ​ແບບ​ເຊື່ອມ​ໂຍງ​ໃນ​ກຸ່ມ​ປະເທດ ອາ​ຊຽນ ຫຼື ການ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ. ປັດຈຸ​ບັນ ໄດ້​ສົ່ງ​ອອກ​ແລ້ວ 100 ເມ​ກາ​ວັດ ໂດຍ​ຜ່ານ​ປະເທດ​ໄທ (ລາວ​-​ໄທ​-​ມາ​ເລ​ເຊຍ) ຊຶ່ງ ຮອດ​ປີ 2020 ຈະ​ສົ່ງ​ໃຫ້​ໄດ້ 300 ເມ​ກາ​ວັດ.

​ປັດຈຸບັນ​ທົ່ວ​ປະເທດ​ມີ​ລະບົບ​ສາຍ​ສົ່ງ​ແຮງ​ສູງ, ແຮງ​ກາງ ແລະ ແຮງ​ຕໍ່າ ຍາວ​ທັງ​ໝົດ 65.563 ກວ່າ​ກິໂລແມັດ, ມີ​ສະຖານີ​ຈ່າຍ​ໄຟຟ້າ 74 ແຫ່ງ. ໄດ້​ສະໜອງ​ກະແສ​ໄຟຟ້າ​ ເພື່ອ​ໃຫ້ການ​ບໍລິການ​ໃນ​ທົ່ວ​ສັງຄົມ ຢູ່​ໃນ​ພາກ ອຸດ​ສາ​ຫະ​ກໍາ, ກະ​ສິ​ກໍາ, ຊົນລະປະທານ, ການ​ລ້ຽງສັດ, ຫັດ​ຖະ​ກໍາ, ການ​ບໍລິການ, ການທ່ອງທ່ຽວ, ຄົມມະນາຄົມ, ຂົນສົ່ງ ແລະ ຂະແໜງການ​ອື່ນໆ ຊຶ່ງ​ໄດ້​ກາຍເປັນ​ພື້ນຖານ​ໃຫ້​ແກ່​ການ​ຜະລິດ, ການ​ຜະລິດ​ເປັນ​ສິນຄ້າ ແລະ ການ​ແກ້​ໄຂ​ວຽກ​ເຮັດ​ງານ​ທໍາ​ໃນ​ສັງຄົມ​ຢ່າງ​ກວ້າງ​ຂວາງ. ປັດຈຸບັນ ໄດ້​ສະໜອງ​ໄຟຟ້າ​ຮັບ​ໃຊ້​ໄດ້ 100% ຢູ່​ໃນ​ທຸກ​ເທດສະບານ​ແຂວງ, ນະຄອນຫຼວງ,ເທດສະບານ​ເມືອງ ແລະ ນະຄອນ​ເຖິງ 93% ຂອງ​ຈໍາ​ນວນ​ບ້ານ ແລະ 95%ຂອງ​ຈໍາ​ນວນ​ຄອບຄົວ​ໃນ​ທົ່ວ​ປະເທດ​ໄດ້​ຊົມໃຊ້​ໄຟຟ້າ​ແບບ​ຖາວອນ​ແລ້ວ.

ຫວຽດນາມເພ ມການນຳເຂ າໄຟຟ າຈາກລາວ ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຂອງປະເທດ ໄຮຕີ ປຶກສາຫາລືເພື່ອຫັນການແກ້ໄຂຢ່າງຮອບດ້ານ

ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ຫວັງວ່າ ບັນດາຝ່າຍກ່ຽວຂ້ອງໃນປະເທດ ໄຮຕີ ຕ້ອງມີຄວາມພະຍາຍາມເພື່ອບັນລຸໄດ້ຂໍ້ຕົກລົງກ່ຽວກັບການສ້າງຕັ້ງສະພາຊົ່ວຄາວ; ຕົກລົງເຫັນດີກ່ຽວກັບວິທີການ ແລະ ເວລາທີ່ຈະລົງຄະແນນສຽງ.

ຫວຽດນາມເພ ມການນຳເຂ າໄຟຟ າຈາກລາວ ງານວາງສະແດງແຜນທີ່ ແລະ ສາລະຄະດີ ກ່ຽວກັບ ຮວ່າງຊາ ແລະ ເຈື່ອງຊາ ຂອງຫວຽດນາມ

ຍສໝ - ແຕ່ວັນທີ 6 ຫາ ວັນທີ 8 ຕຸລາ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ສົມທົບກັບຄະນະກຳມະການປະຊາຊົນແຂວງດົ່ງນາຍ ຈັດຕັ້ງງານວາງສະແດງແຜນທີ່ ແລະ ສາລະຄະດີ ກ່ຽວກັບ ຮວ່າງຊາ ແລະ ເຈື່ອງຊາ ຂອງຫວຽດນາມ.

ຫວຽດນາມເພ ມການນຳເຂ າໄຟຟ າຈາກລາວ ອົງການ Global Vision ມອບເຮືອນເອື້ອອາທອນທີ່ມີມູນຄ່າ 76 ລ້ານດົ່ງ ຢູ່ ເບນແຈ ສສ ຫວຽດນາມ

ຍສໝ - ວັນທີ 5 ຕຸລາ 2020, ສະຫະພັນຊາວໜຸ່ມ ແຂວງ ເບນແຈ ໄດ້ຮ່ວມມືກັບອົງການ Global Vision (ສ.ເກົາຫຼີ) ຢູ່ ຫວຽດນາມໄດ້ມອບເຮືອນເອື້ອອາທອນ 2 ຫຼັງ ໃຫ້ແກ່ບັນດາຄອບຄົວທຸກຍາກຢູ່ ຕາແສງ ຕາມເຟືອ, ເມືອງ ເຈົາແທ່ງ (ແຂວງ ເບນແຈ).

vietlao.vietnam.vn

ເຫດການ
302 Found

Found

The document has moved here.