ຫວຽດນາມ ຖືກຂາດພະລັງງານກະແສໄຟຟ້າ, ກະກຽມເພີ່ມການນຳເຂົ້າຈາກປະເທດລາວ

17:13 | 27/12/2019

ຍສໝ - ຄາດຄະເນວ່າໃນໄລຍະປີ 2021-2025, ຫວຽດນາມຈະຂາດເຂີນກະແສໄຟຟ້າປະມານ 41,7 ຕື້ kWh. ໜຶ່ງໃນວິທີແກ້ໄຂແມ່ນການເພີ່ມທະວີການນຳເຂົ້າໄຟຟ້າຈາກ ປະເທດລາວ.

ຕອນເຊົ້າວັນທີ 25 ທັນວາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສະຫລຸບປີ 2019 ຂອງບໍລິສັດໄຟຟ້າຫວຽດນາມ (EVN). ຊອດທະລຸຂອງກອງປະຊຸມແມ່ນການແກ້ໄຂຄວາມໄພອັນຕະລາຍ ຂອງການຂາດໄຟຟ້າໃນໄລຍະຈະມາເຖິງ. ຜູ້ນຳ EVN ກ່າວວ່າວຽກງານທີ່ມອບໃຫ້ແກ່ຂະແໜງພະລັງງານໄຟຟ້າ ແມ່ນໜັກໜ່ວງທີ່ສຸດ.

ອີງຕາມການລາຍງານຂອງສູນການດັດສົມລະບົບໄຟຟ້າແຫ່ງຊາດ (A0), ໃນປີ 2020, ໄພອັນຕະລາຍຂອງການຂາດພະລັງງານໄຟຟ້າ ແມ່ນມາຈາກຄວາມໄພແຫ້ງແລ້ງ, ການຂາດແຄນນໍ້າໃນອ່າງເກັບນໍ້າພະລັງງານໄຟຟ້າ, ຄວາມຫຍຸ້ງຍາກໃນການສະໜອງອາກາດ ແລະ ຖ່ານຫີນໃຫ້ແກ່ໂຮງງານພະລັງງານຄວາມຮ້ອນ, ໂຄງການໄຟຟ້າພົບກັບຄວາມຄືບໜ້າຊ້າ, ຄວາມຕ້ອງການທີ່ເພີ່ມຂື້ນ.

ຫວຽດນາມ ຖືກຂາດພະລັງງານກະແສໄຟຟ້າ, ກະກຽມເພີ່ມການນຳເຂົ້າຈາກປະເທດລາວ

ຄາດຄະເນວ່າໃນໄລຍະປີ 2021-2025, ຫວຽດນາມຈະຂາດເຂີນກະແສໄຟຟ້າປະມານ 41,7 ຕື້ kWh. (ພາບ: zing.vn)

ຕາມບັນດາຜູ້ນຳ A0, ແຕ່ປີ 2020, ຈຳເປັນຕ້ອງເພີ່ມທະວີການລະດົມແຫຼ່ງກຳລັງຈາກຖ່ານຫີນ ແລະ ແຫຼ່ງພະລັງງານຄວາມຮ້ອນ. ໂດຍສະເພາະ, ພະລັງງານຄວາມໄຟຟ້ານຳໃຊ້ນ້ຳມັນ ຄາດວ່າຈະກວມເອົາປະມານ 50% ຂອງຜົນຜະລິດໄຟຟ້າທັງໝົດ. ພ້ອມດຽວກັນນັ້ນ, ກໍ່ຕ້ອງມີການຜະລິດກະແສໄຟຟ້າ 3,4-6 ຕື້ກິໂລວັດ/ໂມງ. ລາຄາກາໄຟຟ້ານຳໃຊ້ນ້ຳມັນແມ່ນແພງຫຼາຍ, ປະມານ 3,500-5,000 ດົງ / ກິໂລວັດ, ສະນັ້ນ EVN ຄິດກັງວົນເສຍສົມດຸນທາງການເງິນ.

ກ່ຽວກັບການແກ້ໄຂໃນໄລຍະຍາວ, ຜູ້ນຳ ຂອງ A0 ກ່າວວ່າ ພວກເຂົາຈະສຸມໃສ່ຊຸກຍູ້ໂຄງການແຫຼ່ງພະລັງງານ, ໂດຍສະເພາະແມ່ນໂຄງການພະລັງງານໄຟຟ້າ BOT ຢູ່ນອກ EVN. ນອກນັ້ນ, ຫວຽດນາມ ຈະເພີ່ມການນຳເຂົ້າໄຟຟ້າຈາກລາວ ເພື່ອປະເຊີນໜ້າກັບການຂາດພະລັງງານໄຟຟ້າ. ໃນປີ 2020, ຄາດວ່າ ການນຳເຂົ້າໄຟຟ້າຈາກລາວ ແລະ ຈີນ ຈະກວມເອົາປະມານ 1% ຂອງຜົນຜະລິດໄຟຟ້າທັງໝົດ. ຜູ້ນຳ A0 ກ່າວວ່າພວກເຂົາຈະເພີ່ມການນຳເຂົ້າໃນໄລຍະຈະມາເຖິງຈາກປະເທດລາວເປັນ 1,770 MW.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.