ຍສໝ - ນ້ຳໃຈສາມັກຄີ, ມິດຕະພາບ ຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ ຈະນັບມື້ນັບໄດ້ຮັບການປັບປຸງ, ໃກ້ຊິດສະໜິດແໜ້ນ ແລະ ໝັ້ນແກ່ນກ່ວາອີກ. ປະຊາຊົນ ຫວຽດນາມ ຈະສືບຕໍ່ບັນລຸໄດ້ຜົນງານອັນຍິ່ງໃຫຍ່ກ່ວາອີກໃນພາລະກິດຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ.
ທ່ານ ຫງວຽນວັນເນັນ ເລຂາຄະນະພັກນະຄອນ ໄດ້ຕີລາຄາສູງ ບັນດາໂຄງການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະ ບັນດາທ້ອງຖິ່ນ ລາວ, ເປັນຕົ້ນແມ່ນເວທີປາໄສການຄ້າ ແລະ ການລົງທຶນ ຫວຽດນາມ - ລາວຢູ່ນະຄອນໂຮ່ຈີມິນ ໂດຍຄະນະກຳມະການປະຊາຊົນນະຄອນ ສົມທົບກັບສະຖານກົງສູນ ສປປ.ລາວ ປະຈຳ ນະຄອນໂຮ່ຈິມິນຈັດຂຶ້ນໃນຫວ່າງແລ້ວນີ້.
ຍສໝ - ຫວ່າງແລ້ວນີ້, ຢູ່ເຮືອນຮັບແຂກລັດຖະບານ ໄດ້ດຳເນີນການປຶກສາຫາລືດ້ານການເມືອງ ຫວຽດນາມ - ລາວ ຄັ້ງທີ 7 ພາຍໃຕ້ການເປັນປະທານຮ່ວມຂອງຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມກວາງຢ້ຽວ ແລະ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ໂພໄຊ ໄຂຄຳພິທູນ
ຕອນເຊົ້າວັນທີ 3 ພະຈິກ, ຢູ່ນະຄອນຫຼວງ ວຽງຈັນ (ປະເທດລາວ), ກະຊວງປ້ອງກັນປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ສົມທົບກັບກະຊວງປ້ອງກັນປະເທດ, ກະຊວງອຸດສາຫະກຳ ແລະ ກະສິກຳ ລາວ ຈັດງານຕະຫຼາດນັດວາງສະແດງ ຫວຽດນາມ - ລາວດ້ວຍຫົວຂໍ້ “ຂ່ຳນັບຮັບຕ້ອນປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022”.
ທ່ານພົນໂທຮ່ວາງຊວັນຈຽນ ຢັ້ງຢືນວ່າ, ການນຳກະຊວງປ້ອງກັນປະເທດ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ສອງອົງການເພີ່ມທະວີການຮ່ວມມື, ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດເລິກເຊິ່ງກ່ວາອີກ.
ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ, ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ລາວ ແລະ ກຳມາທິການການຕ່າງປະເທດ, ຮ່ວມມືສາກົນ, ຖະແຫຼງຂ່າວ ແລະ ສື່ສານຂອງສະພາແຫ່ງຊາດ ກຳປູເຈຍ ໄດ້ສົມທົບກັນຈັດຕັ້ງກອງປະຊຸມປຶກສາຫາລືລະຫວ່າງ 3 ອົງການ ໃນວັນທີ 18 ຕຸລາ ຢູ່ແຂວງ ລ່າວກາຍ ປະເທດ ຫວຽດນາມ.
ຕອນເຊົ້າວັນທີ 29 ກັນຍາ ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ສົມທົບກັບກະຊວງການສຶກສາທິການ ແລະ ກິລາ ລາວ ຈັດຕັ້ງເວທີປາໄສຍົກສູງຄຸນນະພາບການບຳລຸງສ້າງໃນການຮ່ວມມືດ້ານການສຶກສາ ຫວຽດນາມ - ລາວ.
ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ສະຫະພັນແມ່ຍິງ ຫວຽດນາມ ໄດ້ຈັດຕັ້ງເວທີປາໄສ “ແມ່ຍິງ ຫວຽດນາມ - ລາວ - ກຳປູເຈຍເຊື່ອມໂຍງ, ຮ່ວມມືເພື່ອການພັດທະນາສີຂຽວ ແລະ ຍືນຍົງ ໃນໂລກທີ່ມີພະຍາດໂຄວິດ - 19”.
ຫວ່າງແລ້ວນີ້, ຢູ່ນະຄອນຫຼວງ ວຽງຈັນ, ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງ ວຽງຈັນ ໄດ້ສົມທົບກັບໂຮງຮຽນມັດທະຍົມຕອນປາຍ ແລະ ວິທະຍາໄລວິຊາຊີບ ໂດຍ ຫວຽດນາມ ຊ່ວຍເຫຼືອ, ຈັດການເສັງຖາມ - ຕອບວິທະຍາສາດ ແລະ ສະແດງລາຍການສິລະປະ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ (5/9/1962 – 5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18/7/1977 – 18/7/2022).
ຍສໝ - ຕອນເຊົ້າວັນທີ 29 ກັນຍານີ້, ຢູ່ແຂວງສະຫວັນນະເຂດໄດ້ດຳເນີນພິທີປິດງານບຸນມະໂຫລານມິດຕະພາບປະຊາຊົນ ຫວຽດນາມ - ລາວ ຄັ້ງທີ 5. ຕາມສະຫາຍ ບໍວຽງຄຳ ວົງດາລາ, ກຳມະການຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ, ປະທານສະມາຄົມມິດຕະພາບລາວ - ຫວຽດນາມ ແລ້ວ, ເພື່ອເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ເພີ່ມທະວີການພົວພັນແບບພິເສດລະຫວ່າງປະຊາຊົນສອງປະເທດ ລາວ - ຫວຽດນາມ, ສະມາຄົມມິດຕະພາບລາວ - ຫວຽດນາມ ແລະ ສະມາຄົມມິດຕະພາບຫວຽດນາມ - ລາວ ພ້ອມກັບຜູ້ແທນປະຊາຊົນສອງປະເທດຈະສືບຕໍ່ປະກອບສ່ວນເຂົ້າໃນ 5 ບັນຫາໃຫຍ່.
ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ແລ້ວ, ມີ 7 ປັດໄຈເຮັດໃຫ້ການພົວພັນຫວຽດນາມ - ລາວກາຍເປັນການພົວພັນພິເສດ. ປັດໄຈພິເສດທີ່ສຸດນັ້ນແມ່ນ ຈິດໃຈມິດຕະພາບ, ຄວາມສາມັກຄີ, ສະໜິດຕິດພັນ, ບໍລິສຸດຜຸດຜ່ອງ ລະຫວ່າງສອງຊາດ ຫວຽດນາມ ແລະ ລາວ ບໍ່ມີວັນປ່ຽນແປງ.
ຍສໝ - ລາຍການດັ່ງກ່າວ ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ຄະນະ ກຳມະການປະຊາຊົນແຂວງ ດ້ຽນບຽນ ເປັນເຈົ້າພາບ, ສົມທົບກັບບັນດາແຂວງ ຊາຍແດນ ຫວຽດນາມ - ລາວ ຈັດຕັ້ງ.
ລາຍການພົບປະມິດຕະພາບ ຊາວໜຸ່ມຫວຽດນາມ ຫວຽດນາມ - ລາວ ແລະ ລາຍການ “ເດີນຕາມຮອຍຜູ້ນຳ” ປີ 2022 ໂດຍສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ສົມທົບກັບ ສູນກາງຄະນະຊາວໜຸ່ມ ປະຊາຊົນປະຕິວັດ ລາວ ຈະດຳເນີນຢູ່ບາງແຂວງ, ນະຄອນຢູ່ ຫວຽດນາມ ໃນລະຫວ່າງວັນທີ 12 – 18 ກັນຍາ ປີ 2022.
ຍສໝ - ງານພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນລະຫວ່າງ ຫວຽດນາມ - ລາວ ຄັ້ງທີ III ຈະຈັດຂຶ້ນຢູ່ແຂວງ ດ້ຽນບຽນ ແຕ່ວັນທີ 23 – 25 ກັນຍາ.
ງານມະໂຫລານແມ່ນໂອກາດເພື່ອໃຫ້, ອະນຸຊົນສາມປະເທດເພີ່ມທະວີການພົວພັນແລກປ່ຽນ, ຮຽນຮູ້ເຂົ້າໃຈເຊິ່ງກັນແລະກັນ, ປະກອບສ່ວນສຶກສາອົບຮົບພວກນ້ອງນ້ອຍກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ.
ຫວຽດນາມ ຍາມໃດກໍໃຫ້ບຸລິມະສິດສູງສຸດແກ່ການປັບປຸງ, ເພີ່ມທະວີສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານກັບສະພາແຫ່ງຊາດ ລາວ; ຍາມໃດກໍຮຽງບ່າຮຽງໄຫຼ່ ແລະ ສະໜັບສະໜູນກິດຈະການສ້າງສາ, ປົກປັກຮັກສາ, ປ່ຽນແປງໃໝ່ ແລະ ພັດທະນາປະເທດລາວ.
"ພວກຂ້າພະເຈົ້າ ຈະພ້ອມກັບໄວໜຸ່ມ ຫວຽດນາມ ສືບຕໍ່ປະຕິບັດພາລະກຳອັນສະຫງ່າຂອງລຸ້ນພໍ່ລຸ້ນອ້າຍສອງປະເທດ, ຂໍຂານອາສາເຮັດຈົນສຸດຄວາມສາມາດຂອງຕົນປະກອບເຂົ້າໃນການຖະໜຸຖະໜອມ, ພັດທະນາສາຍພົວພັນທີ່ສະໜິດສະໜົມ, ບໍລິສຸດຜຸດຜ່ອງລະຫວ່າງສອງຊາດ ໃຫ້ນັບມື້ນັບເກີດດອກອອກຜົນຍິ່ງໆຂຶ້ນ."
ຍສໝ - ແຕ່ວັນທີ 14 – 15 ກໍລະກົດ, ມີການເຄື່ອນໄຫວພົບປະແລກປ່ຽນມິດຕະພາບຫຼາຍຢ່າງລະຫວ່າງເມືອງ ເກວ້ຟອງ (ແຂວງ ເງ້ອານ) ແລະ ເມືອງ ເມືອງກວັນ, ເມືອງຊຳໃຕ້, ແຂວງຫົວພັນ (ລາວ).
ຍສໝ - ໂທລະເລກອວຍພອນໄດ້ຂຽນວ່າ: ພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ມີຄວາມຕັດສິນໃຈປົກປັກຮັກສາ, ບຳລຸງສ້າງ ແລະ ຮັດແໜ້ນສາຍພົວພັນແບບພິເສດຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ.
ຄາດວ່າງານວາງສະແດງຈະຈັດຂຶ້ນໃນເດືອນ ກັນຍາ 2022 ແລະ ຈະປະກອບສ່ວນເຂົ້າໃນການເພີ່ມທະວີຄວາມສາມັກຄີໄມຕີຈິດມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ; ຜ່ານນັ້ນ ຢັ້ງຢືນການຮັກສາ, ປັບປຸງ, ເພີ່ມທະວີການພົວພັນແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ.