ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ ຫວຽດ​ນາມ - ລາວ

19:00 | 30/09/2022

ຕອນເຊົ້າວັນທີ 29 ກັນຍາ ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ສົມທົບກັບກະຊວງການສຶກສາທິການ ແລະ ກິລາ ລາວ ຈັດຕັ້ງເວທີປາໄສຍົກສູງຄຸນນະພາບການບຳລຸງສ້າງໃນການຮ່ວມມືດ້ານການສຶກສາ ຫວຽດນາມ - ລາວ.

ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ໃນຫຼາຍ​ດ້ານ ລະ​ຫວ່າງ ຫວຽດ​ນາມ - ເອ​ຢິບ ໃຫ້ຫຼາຍ​ກ່​ວາ​ອີກ ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ໃນຫຼາຍ​ດ້ານ ລະ​ຫວ່າງ ຫວຽດ​ນາມ - ເອ​ຢິບ ໃຫ້ຫຼາຍ​ກ່​ວາ​ອີກ
ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ຫວຽດນາມ ​ແລະ ສະ​ໂລ​ວາ​ເກຍ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ຫວຽດນາມ ​ແລະ ສະ​ໂລ​ວາ​ເກຍ
ພາບປະກອບ: TTXVN
ທ່ານ ຫງວຽນວັນຝຸກ ຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ. ພາບປະກອບ: TTXVN

ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນວັນຝຸກ ຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໃຫ້ຮູ້ວ່າ ເວທີປາໄສແມ່ນເພື່ອແນໃສ່ຕີລາຄາໝາກຜົນການຮ່ວມມືໃນວຽກງານບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ໃນໄລຍະຜ່ານມາ, ຊອກຫາວິທີການຮ່ວມມືໃນວຽກງານບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ ລາວ ຢູ່ ຫວຽດນາມ ເວົ້າສະເພາະ ແລະ ການຮ່ວມມືໃນຂົງເຂດສຶກສາບຳລຸງສ້າງເວົ້າລວມ ຢ່າງມີປະສິດທິຜົນກ່ວາອີກ. ຜ່ານນັ້ນ, ບໍ່ພຽງແຕ່ຊ່ວຍເຫຼືອບັນດາຮາກຖານການສຶກສາສອງປະເທດ ກຳນົດມາດຕະການ ແລະ ຫັນບັນດາການເຄື່ອນໄຫວເພື່ອຍົກສູງຄຸນນະພາບການສຶກສາຊັ້ນສູງເປັນລະອຽດເທົ່ານັ້ນ ຫາກຍັງຊ່ວຍບັນດາຮາກຖານການສຶກສາຊັ້ນສູງ ຫວຽດນາມ ແລະ ລາວ ເປັນເຈົ້າການໃນການດຶງດູດນັກສຶກສາອີກດ້ວຍ.

ຢູ່ເວທີປາໄສມີ ບົດບັນທຶກ ແລະ ຂໍ້ຕົກລົງຮ່ວມມືລະຫວ່າງບັນດາອົງການຄຸ້ມຄອງການສຶກສາ, ບັນດາໂຮງຮຽນມະຫາວິທະຍາໄລ, ວິທະຍາໄລ ຫວຽດນາມ ແລະ ລາວ ໄດ້ຮັບການແລກປ່ຽນ 24 ສະບັບ.

ແລະກໍ່ໃນຕອນເຊົ້າວັນທີ 29 ກັນຍາ, ງານວາງສະແດງການສຶກສາ ຫວຽດນາມ - ລາວ 2022 ໄດ້ໄຂຂຶ້ນ ໂດຍມີຮ້ານວາງສະແດງ 38 ຮ້ານ, ໃນນັ້ນມີຮ້ານວາງສະແດງຂອ ຮາກຖານການສຶກສາຊັ້ນສູງ ຫວຽດນາມ 34 ຮ້ານ ເຊິ່ງແນະນຳບັນດາຫຼັກສຸດການບຳລຸງສ້າງ, ກາລະໂອກາດຮ່ຳຮຽນ ກໍ່ຄືບັນດາລາຍການຮັບທຶນການສຶກສາຂອງບັນດາໂຮງຮຽນ ຫວຽດນາມ, ລາວ.

ໄຊພອນ

302 Found

Found

The document has moved here.