ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ - ລາວ ເອົາ​ໃຈ​ໃສ່​ຜັນ​ຂະ​ຫຍາຍ​ການ​ຮ່ວມ​ມື​ທາງ​ດ້ານ​ຕິດ​ຕໍ່​ສື່​ສານ

00:00 | 21/07/2023

ຍສໝ - ສອງອົງການ ຈະຜັນຂະຫຍາຍການປະຕິບັດ “ບົດບັນທຶກຊ່ວຍຈຳວ່າດ້ວຍການສ້າງ, ນຳໃຊ້ໂທລະສັບສາຍດ່ວນ ລະຫວ່າງ ກະຊວງປ້ອງກັນປະເທດສອງປະເທດ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ - ລາວ ເອົາ​ໃຈ​ໃສ່​ຜັນ​ຂະ​ຫຍາຍ​ການ​ຮ່ວມ​ມື​ທາງ​ດ້ານ​ຕິດ​ຕໍ່​ສື່​ສານ
ທ່ານພົນໂທ ຫງວຽນຢວານແອັງ ຕ້ອນຮັບ ທ່ານພັນເອກ ສຸບານ ພັນທະວີ (ພາບ: TTXVN)

ຕອນເຊົ້າວັນທີ 20 ກໍລະກົດ, ຢູ່ຮ່າໂນ້ຍ, ພົນໂທ ຫງວຽນຢວານແອັງ, ຮອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະກົມຕິດຕໍ່ສື່ສານ, ກົມໃຫຍ່ເສນາທິການກອງທັບປະຊາຊົນ ລາວ, ໂດຍທ່ານພັນເອກ ສຸບານ ພັນທະວີ, ຫົວໜ້າກົມຕິດຕໍ່ສື່ສານ ເປັນຫົວໜ້າຄະນະ. ນະທີ່ນີ້, ພົນໂທ ຫງວຽນຢວານແອງ ສະເໜີໃຫ້ເຫຼົ່າຮົບສື່ສານ ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກົມສື່ສານ, ເສນາທິການໃຫຍ່ກອງທັບປະຊາຊົນ ລາວ, ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດຕາມທິດແທດຈິງ, ມີປະສິດທິຜົນ, ໃນນັ້ນ ມີບັນດາຂົງເຂດບຳລຸງສ້າງ, ຝຶກອົບຮົມ, ຈັດສົ່ງນັກຊ່ຽວຊານ. ພ້ອມທັງສະເໜີໃນໄລຍະຈະມາເຖິງ, ສອງອົງການ ຈະຜັນຂະຫຍາຍການປະຕິບັດ “ບົດບັນທຶກຊ່ວຍຈຳວ່າດ້ວຍການສ້າງ, ນຳໃຊ້ໂທລະສັບສາຍດ່ວນ ລະຫວ່າງ ກະຊວງປ້ອງກັນປະເທດສອງປະເທດ. ກະຊວງປ້ອງກັນປະເທດ, ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຍາມໃດກໍສະໜັບສະໜູນ ແລະ ສ້າງງເງື່ອນໄຂສະດວກເພື່ອໃຫ້ສອງອົງການເພີ່ມທະວີການຮ່ວມມື, ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມມືດ້ານປ້ອງກັນຊາດສອງປະເທດເລິກເຊິ່ງກວ່າອີກ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.