ການ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ ຫວຽດ​ນາມ - ລາວ ​ຄັ້ງ​ທີ 7

15:59 | 29/11/2022

ຍ​ສ​ໝ - ຫວ່າງແລ້ວນີ້, ຢູ່ເຮືອນ​ຮັບ​ແຂກ​​ລັດ​ຖະ​ບານ ໄດ້​ດຳ​ເນີນການ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ ຫວຽດ​ນາມ - ລາວ ​ຄັ້ງ​ທີ 7 ພາຍ​ໃຕ້​ການ​ເປັນ​ປະ​ທານ​ຮ່ວມ​ຂອງ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດຫວຽດນາມ ຟ້າມກວາງ​ຢ້ຽວ ແລະ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດລາວ ໂພ​ໄຊ ໄຂຄຳ​ພິ​ທູນ

ຫວຽດ​ນາມ ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ພາ​ລະ​ກິດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ຂອງ​ລາວ ຢ່າງ​ແຮງ ແລະ ຮອບ​ດ້ານ ຫວຽດ​ນາມ ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ພາ​ລະ​ກິດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ຂອງ​ລາວ ຢ່າງ​ແຮງ ແລະ ຮອບ​ດ້ານ
ສ້າງ​ຕັ້ງຄະ​ນະ​ຊີ້​ນຳ​ກ່ຽວ​ກັບ​ວຽກ​ງານ​ປົກ​ປ້ອງ​ພົນ​ລະ​ເມືອງ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ ສ້າງ​ຕັ້ງຄະ​ນະ​ຊີ້​ນຳ​ກ່ຽວ​ກັບ​ວຽກ​ງານ​ປົກ​ປ້ອງ​ພົນ​ລະ​ເມືອງ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ
ການ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ ຫວຽດ​ນາມ - ລາວ ​ຄັ້ງ​ທີ 7
​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດຫວຽດນາມ ຟ້າມກວາງ​ຢ້ຽວ ແລະ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດລາວ ໂພ​ໄຊ ໄຂຄຳ​ພິ​ທູນ

ເຂົ້າຮ່ວມມີທ່ານ ແສງເພັດ ຮຸ່ງບຸນເຍືອງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ແລະ ການນໍາຫຼາຍທ່ານທີ່ມາ​ຈາກຫຼາຍ​ກົມກອງຂອງສອງກະຊວງການຕ່າງປະເທດ ຫວຽດນາມ ແລະ ລາວ.

ສອງ​ຝ່າຍ​ສະ​ແດງ​ຄວາມພາກພູມໃຈ​ກ່ຽວ​ກັບ​ການ​ພັດທະນາ​ຢ່າງ​ຕັ້ງໜ້າ ​ແລະ ຍືນ​ຍົງ​ຂອງ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ, ​ໃນ​ນັ້ນ​ມີ​ການ​ປະກອບສ່ວນ​ຂອງ​ສອງ​ກະຊວງ​ການ​ຕ່າງປະ​ເທດ.

ພິ​ເສດ, ກະຊວງ​ການ​ຕ່າງປະ​ເທດ​ສອງ​ປະ​ເທດ​ໄດ້ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ທີ່​ກ່ຽວຂ້ອງ​ຂອງ​ສອງ​ປະ​ເທດ​ຈັດ​ຕັ້ງ​ສຳ​ເລັດຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ໃນ “ປີ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ, ລາວ - ຫວຽດນາມ 2022” ​ເພື່ອ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ ແລະ ​ສະ​ເຫຼີມ​ສະ​ຫຼອງ 45 ປີ​ແຫ່ງ​ວັນ​ເຊັນ​ສົນ​ທິ​ສັນ​ຍາ​ໄມ​ຕີ​ຈິດ​ມິດ​ຕະ​ພາບແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ.

2 ຝ່າຍ​ກໍ່​ສະ​ແດງຄວາມເພິ່ງ​ພໍ​ໃຈ​ຕໍ່​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ຂົງ​ເຂດ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາດ, ປ້ອງ​ກັນ​ຄວາມ​ສະຫງົບ. ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ຕັ້ງໜ້າ; ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ໃນ 10 ເດືອນ​ຕົ້ນ​ປີ 2022 ບັນ​ລຸ​ກວ່າ 1,4 ຕື້ USD, ເພີ່ມ​ຂຶ້ນ 28,2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2021, ຫວຽດນາມ ສືບ​ຕໍ່​ແມ່ນ​ປະ​ເທດ​ລົງ​ທຶນ​ໂດຍ​ກົງ​ໃຫຍ່​ອັນ​ດັບ 3 ຢູ່ ລາວ. ບັນດາ​ຂົງ​ເຂດ​ຮ່ວມ​ມື​ສຳຄັນ​ອື່ນໆ​ຄື: ການ​ສຶກສາ - ບຳລຸງ​ສ້າງ, ພະລັງງານ, ຄົມມະນາຄົມ​ຂົນ​ສົ່ງ, ກະສິກຳ, ວັດທະນະທຳ, ທ່ອງ​ທ່ຽວ, ການ​ຮ່ວມ​ມື​ທ້ອງ​ຖິ່ນ... ສືບ​ຕໍ່​ໄດ້​ຮັບ​ຄວາມ​ສົນ​ໃຈ ​ແລະ ຊຸກຍູ້.

ທ່ານ​ຮອງ​ລັດຖະມົນຕີ​ສອງ​ປະ​ເທດ​ໄດ້​ເຫັນ​ດີ​ເປັນເອ​ກະ​ພາບ​ກ່ຽວ​ກັບການ​ກຳ​ນົດ​ທິດ ​ແລະ ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ເສີມ​ຂະ​ຫຍາຍ​ບົດບາດ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສອງ​ປະ​ເທດ ​ໃນ​ການ​ປະ​ກອບ​ສ່ວນ​ປັບ​ປຸງ​ການ​ພົວ​ພັນ​ດ້ານ​ການ​ເມືອງ​ທີ່​ໃກ້​ຊິດ​ຕິດ​ແທດ, ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ກໍ່​ຄື​ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍໃຫ້ຫຼາຍກວ່າອີກ.

ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ແລະ ລາວ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ 2 ກະຊວງ​ໄລຍະ 2021 – 2025; ຮັກສາ​ເປັນ​ປົກກະຕິ ​ແລະ ການ​ເສີມ​ຂະ​ຫຍາຍບັນ​ດາ​ກົນ​ໄກ​ປຶກສາ​ຫາລື​ຂັ້ນ​ລັດຖະມົນຕີ ​ແລະ ຮອງ​ລັດຖະມົນຕີ​ຢ່າງ​ມີ​ປະສິດທິ​ຜົນ; ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ປະສົບ​ການ​ດ້ານ​ວິຊາ​ຊີບ ​ແລະ ການ​ປະສານ​ງານ​ລະຫວ່າງ​ສອງທຽບ​ເທົ່າຂອງ​ສອງ​ກະ​ຊວງ, ​ໂດຍ​ສະ​ເພາະ​ແມ່ນວຽກງານຄົ້ນຄວ້າ​ດ້ານ​ນະ​ໂຍບາຍ ​ແລະ ຍຸດ​ທະ​ສາດ​ການ​ຕ່າງປະ​ເທດ, ການ​ທູດ​ເສດຖະກິດ, ກົງສຸນ, ປະຊາຊົນທີ່ຢູ່ຕ່າງປະ​ເທດ, ​​ຊາຍ​ແດນ, ການ​ຝຶກ​ອົບຮົມ...

ບຸນ​ຄົງ

ເຫດການ
302 Found

Found

The document has moved here.