ຍສໝ - ວັນທີ 6 ກໍລະກົດ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ໂຮ່ຈີມິນ ໄດ້ສົມທົບກັບສະຖານກົງສູນໃຫຍ່ບັນດາປະເທດປະຈໍາຢູ່ນະຄອນ ໂຮ່ຈີມິນ ຈັດຕັ້ງພິທີເປີດສະຫຼອງ “ສວນໄມ້ແປກມິດຕະພາບ”, ສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ (ວັນທີ 29 ກໍລະກົດ ປີ 1989 - ວັນທີ 29 ກໍລະກົດ ປີ 2024).
ຍສໝ - ວັນທີ 2 ກໍລະກົດ, ຢູ່ ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບນະຄອນ ຮ່າໂນ້ຍ ໄດ້ສົມທົບກັບຄະນະກໍາມະການປະຊາຊົນເມືອງ ໄຕໂຮ່ ແລະ ກອງທຶນສົນການດີນທາງສີຂຽວ ໄດ້ຈັດຕັ້ງລາຍການ “ດອກບົວເຊື່ອມຕໍ່ຄວາມຮັກແພງ” ເພື່ອຢ້ຽມຢາມ ແລະ ມອບຂອງຂວັນໃຫ້ 42 ຄອບຄົວນະໂຍບາຍຢູ່ນະຄອນ ຮ່າໂນ້ຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ (ວັນທີ 27 ກໍລະກົດ ປີ 1947 – ວັນທີ 27 ກໍລະກົດ ປີ 2024).
ຍສໝ - ໃນໄລຍະ 2018-2023, ສະຫະພັນບັນດາອົງການມິດຕະພາບນະຄອນ ຫາຍຟ່ອງ ໄດ້ປະຕິບັດບັນດາການເຄື່ອນໄຫວສັນຕິພາບ, ຄວາມສາມັກຄີ, ມິດຕະພາບ ຢ່າງຕັ້ງໜ້າ; ຍູ້ແຮງການລະດົມການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ; ຜັນຂະຫຍາຍບັນດາກົນໄກປະສານງານວຽກງານດ້ານການທູດປະຊາຊົນຢ່າງຄົບຊຸດ, ມີປະສິດທິຜົນ... ຜ່ານນັ້ນ ກໍ່ສ້າງພື້ນຖານທີ່ໝັ້ນແກ່ນໃຫ້ແກ່ການເຄື່ອນໄຫວໃນຊຸມປີຕໍ່ໄປ, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມຂອງນະຄອນ ຫາຍຟ່ອງ.
ຍສໝ - ຕາງໜ້າໃຫ້ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ, ຂ້າພະເຈົ້າ ຂໍສົ່ງຄວາມອວຍພອນຢ່າງຈິງໃຈມາຍັງບັນດາຜູ້ເຮັດວຽກງານການຕ່າງປະເທດ, ເພື່ອນມິດ, ຄູ່ຮ່ວມມື ແລະ ບັນດາຜູ້ອ່ານວາລະສານ ຍຸກສະໄໝ ລ້ວນແຕ່ອວຍພອນໄຊອັນລ້ຳຄ່າເນື່ອງໃນໂອກາດບຸນເຕັດປີໃໝ່ 2024.
ຍສໝ - ຕອນເຊົ້າວັນທີ 2 ພະຈິກ, ສະຫະພັນບັນດາອົງການມິດຕະພາບແຂວງວິ້ງຟຸກ ໄດ້ຈັດຕັ້ງພິທີມອບລາງວັນທີ່ການແຂ່ງຂັນເວົ້າພາສາເກົາຫຼີ ປີ 2023, ຄະນະຈັດຕັ້ງໄດ້ຄັດເລືອກ 5 ຜົນງານດີເດັ່ນເພື່ອມອບລາງວັນ. ລາງວັນທີ 1 ໄດ້ມອບໃຫ້ນັກສຶກສາ ກ່າວກວຽດທັ໋ງ , ພາກວິຊາພາສາເກົາຫຼີ, ມະຫາວິທະຍາໄລຮ່າໂນ້ຍ.
ຍສໝ - ປີ 2009, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ດົ່ງນາຍ ໄດ້ສ້າງຕັ້ງຢ່າງເປັນທາງການ. ນີ້ແມ່ນສະມາຄົມມິດຕະພາບທີ່ສ້າງຕັ້ງຂຶ້ນໄວທີ່ສຸດໃນ 10 ສະມາຄົມມິດຕະພາບຂອງສະຫະພັນອົງການຈັດຕັ້ງມິດຕະພາບແຂວງ.
ຍສໝ - ຕອນບ່າຍວັນທີ 15 ກັນຍາ 2023, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍມະຕິຕົກລົງຂອງກອງເລຂາກ່ຽວກັບວຽກງານພະນັກງານ.
ຍສໝ - ວັນທີ 13 ກັນຍາ 2023, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງກອງປະຊຸມປະທານປະເທດຄັ້ງທີ 8, ໄລຍະ 6 ໄລຍະ 2019-2024.
ຍສໝ - ທີ່ການເຮັດວຽກ, ທ່ານ ລ້າຍວັນຮວ່ານ, ຮອງປະທານຄະນະກຳມະການປະຊາຊົນແຂວງທ໊າຍບິ່ງ ໄດ້ສັງເຂບລວມກ່ຽວກັບສະພາບການເສດຖະກິດສັງຄົມ, ວຽກງານການທູດປະຊາຊົນຂອງແຂວງ ທ໊າຍບິ່ງ. ໃນໄລຍະຜ່ານມາ, ການນຳຄະນະພັກແຂວງ, ຄະນະກຳມະການປະຊາຊົນແຂວງໄດ້ມີຄວາມເອົາໃຈໃສ່ຕິດຕາມກວດກາວຽກງານການທູດປະຊາຊົນແຂວງ ທ໊າຍບິ່ງ ຢ່າງໃກ້ຊິດ, ຊີ້ນຳນຳພາຢ່າງທັນການ, ສ້າງເງື່ອນໄຂການເຄື່ອນໄຫວຢ່າງມີປະສິດທິຜົນ.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ສົມທົບກັບສະຖາບັນວັດທະນະທໍາອາກຊັງຕິນ - ຫວຽດນາມ (ICAV) ໄດ້ຈັດຕັ້ງກອງປະຊຸມສໍາມະນາ “25 ປີ ICAV: ການພົວພັນປະຊາຊົນລະຫວ່າງຫວຽດນາມ ແລະ ອາກຊັງຕິນ ຈາກອະດີດຈົນເຖິງ ອະນາຄົດ".
ຍສໝ - ຕອນຄ່ຳວັນທີ 29 ເມສານີ້, ຢູ່ໂຮງແຮມ Rex ນະຄອນໂຮ່ຈີມິນ, ສະຖານກົງສຸນໃຫຍ່ຮົງກາລີ ແລະ ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈິມິນ (HUFO) ໄດ້ສົມທົບກັນຈັດຕັ້ງງານປະສານດົນຕີ Jazz V4 ແລະ ການພົບປະແລກປ່ຽນການກິນດື່ມ ລະຫວ່າງບັນດາປະເທດໃນກຸ່ມ V4.
ຍສໝ - ຕອນເຊົ້າວັນທີ 14 ທັນວາ, ທີ່ກອງປະຊຸມທົ່ວປະເທດຄັ້ງປະຖົມມະລຶກ ກ່ຽວກັບວຽກງານການຕ່າງປະເທດຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ທ່ານນາງ ປະທານສະຫະພັນບັນດາອົງການມິດຕະພາບ ຫງວຽນເຟືອງງາ ໄດ້ປະກອບຄຳເຫັນ “ເສີມຂະຫຍາຍບົດບາດ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວການທູດປະຊາຊົນ, ແມ່ນເສົາຄ້ຳໜຶ່ງຂອງພື້ນຖານການທູດຫວຽດນາມຢ່າງຮອບດ້ານ ແລະ ທັນສະໄໝ”. ວາລະສານຍຸກສະໄໝຂໍຖືເປັນກຽດທີ່ໄດ້ແນະນຳໄປຍັງເພື່ອນຜູ້ອ່ານເນື້ອໃນສະບັບເຕັມຂອງເອກະສານສະບັບນີ້.
ຍສໝ - ຕອນບ່າຍວັນທີ 16 ພະຈິກ, ໂດຍໄດ້ຮັບການມອບສິດຈາກສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO), ສະຫະພັນບັນດາອົງການມິດຕະພາບແຂວງ ໄທຫງວຽນ ໄດ້ຈັດຕັ້ງການເຄື່ອນໄຫວກັບຄືນແຫຼ່ງກົກເຄົ້າເຫງົ້າກໍ ຢູ່ຕາແສງດຽມໝັກ, ເມືອງດິງຮວາ. ນີ້ແມ່ນການເຄື່ອນໄຫວສະເຫຼີມສະຫຼອງ 71 ປີແຫ່ງມູນເຊື້ອຂອງ VUFO (17 ພະຈິກ 1950 – 17 ພະຈິກ 2021).
ຍສໝ - World Vision ຫວຽດນາມ ແມ່ນໜຶ່ງໃນບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໄດ້ໜູນຊ່ວຍຢ່າງຕັ້ງໜ້າ ແລະ ມີປະສິດທິຜົນໃນການປ້ອງກັນ ແລະ ຄວບຄຸມ COVID-19 ຂອງ ຫວຽດນາມ. ທ່ານນາງ ເທິນຖີ້ຮ່າ, ຜູ້ອຳນວຍການຝ່າຍບໍລິຫານບັນດາລາຍການ, ອົງການ World Vision ຫວຽດນາມ ໃຫ້ຮູ້ວ່າ: ອົງການຈັດຕັ້ງນີ້ ໄດ້ມີແຜນການໃນການສືບຕໍ່ມານະພະຍາຍາມກວ່າອີກ ໃນບັນດາການເຄື່ອນໄຫວໜູນຊ່ວຍດັ່ງກ່າວ.
ຍສໝ - ຕອນບ່າຍວັນທີ 16 ພະຈິກ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 71 ປີແຫ່ງວັນມູນເຊື້ອ 17/11/1950 – 17/11/2021). ທີ່ພິທີ, ທ່ານນາງປະທານ VUFO ຫງວຽນເຟືອງງາ ໄດ້ປຸກລະດົມການແຂ່ງຂັນສ້າງຜົນງານເພື່ອສະເຫຼີມສະຫຼອງ 72 ປີແຫ່ງວັນມູນເຊື້ອໃນທົ່ວລະບົບ.
ຍສໝ - ໃນວັນທີ 14 ກັນຍາ, ສະຫະພັນບັນດາອົງການມິດຕະພາບນະຄອນ ເກິ່ນເທີ (ສະຫະພັນເກິ່ນເທີ) ໄດ້ຈັດຕັ້ງຄະນະຜູ້ແທນໄປຢ້ຽມຢາມ ແລະ ມອບອຸປະກອນການແພດໃຫ້ 4 ຫົວໜ່ວຍ ດ່ານໜ້າປະຕິບັດໃນການປ້ອງກັນການລະບາດຂອງພະຍາດ ໂຄວິດ -19 ຢູ່ເມືອງເກິ່ນເທີ.
ຍສໝ - ນີ້ແມ່ນໂຄງການໜຶ່ງ ທີ່ປະກອບສ່ວນດຶງດູດຄວາມສົນໃຈຂອງປະຊາຊົນ ຕໍ່ບັນດາບັນຫາແມ່ຍິງ ແລະ ຊົມເຊີຍບັນດາຂະແໜງການທີ່ມີຫົວຄິດປະດິດສ້າງ.
ຍສໝ - ໃນວັນທີ 20 ພຶດສະພາ, ສະຫະພັນບັນດາອົງການມິດຕະພາບແຂວງດົ່ງທາບ (ສະຫະພັນດົງທາບ) ສົມທົບກັບຄະນະກຳມະການແນວໂຮມປະເທດຊາດ, ພະແນກການຕ່າງປະເທດແຂວງດົງທາບ ໄດ້ມອບເຂົ້າສານ 7 ໂຕນ, ໝີ່ 700 ກ່ອງ ແລະ ງົບປະມານເພື່ອຊ່ວຍເຫຼືອຢູ່ຕ່າງປະເທດ ຊາວຫວຽດນາມ ຢູ່ກຳປູເຈຍ ເພື່ອປ້ອງກັນການລະບາດຂອງພະຍາດ COVID-19 ມີມູນຄ່າ 200 ລ້ານດົ່ງ.
ຍສໝ - ໃນວັນທີ 23 ເມສາ, ຢູ່ຮ່າໂນ້ຍ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ດໍາເນີນກອງປະຊຸມຄະນະປະທານຄັ້ງທີ IV ຊຸດທີ VI (ອາຍຸການ 2019 - 2024). ໜຶ່ງໃນບັນຫາໃຫຍ່ທີ່ຈະໄດ້ຈັດຕັ້ງປະຕິບັດ ແລະ ເຊື່ອມຊືມ ໃນຄັ້ງນີ້ ແມ່ນນະໂຍບາຍການຕ່າງປະເທດຂອງກອງປະຊຸມໃຫຍ່ພັກຄັ້ງທີ XIII ແລະ ກົດບັດສະຫະພັນມິດຕະພາບທີ່ຫາກໍ່ໄດ້ຮັບການອະນຸມັດ ໂດຍນາຍົກລັດຖະມົນຕີ ໃນວັນທີ 23 ມີນາ 2021.
ຍສໝ - ວັນທີ 16 ເມສາ 2021 ທີ່ນະຄອນໂຮ່ຈີມິນ, ຄະນະກຳມະການປະຕິບັດງານ ກ່ຽວກັບບັນດາອົງການບໍ່ສັງກັດລັດຖະບານຕ່າງປະເທດ ໄດ້ຈັດກອງປະຊຸມແລກປ່ຽນຂໍ້ມູນຂ່າວສານກັບບັນດາເຈົ້າໜ້າທີ່ຫວຽດນາມ ທີ່ເຮັດວຽກຢູ່ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ (NGO).