
ເກິນເທີ ຍູ້ແຮງການຮ່ວມມືຮອບດ້ານກັບແຂວງ ຈຳປາສັກ, ສປປ ລາວ
ການພົວພັນລະຫວ່າງແຂວງ ຈຳປາສັກ ແລະ ນະຄອນ ເກິນເທີ ໃນໄລຍະ 2022 – 2026 ຈະສຸມໃສ່ 3 ເນື້ອໃນຕົ້ນຕໍຄື: ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການລົງທຶນພັດທະນາເສດຖະກິດ, ການຮ່ວມມືມິດຕະພາບ ແລະ ການໜູນຊ່ວຍສັງຄົມ.
ການພົວພັນລະຫວ່າງແຂວງ ຈຳປາສັກ ແລະ ນະຄອນ ເກິນເທີ ໃນໄລຍະ 2022 – 2026 ຈະສຸມໃສ່ 3 ເນື້ອໃນຕົ້ນຕໍຄື: ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການລົງທຶນພັດທະນາເສດຖະກິດ, ການຮ່ວມມືມິດຕະພາບ ແລະ ການໜູນຊ່ວຍສັງຄົມ.
ຍສໝ - ຫວ່າງແລ້ວນີ້, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ ໄພວີ ສີບົວລິພາ, ລັດຖະມົນຕີກະຊວງຍຸຕິທຳ ສປປ ລາວ ນຳໜ້າຄະນະຜູ້ແທນກະຊວງຍຸຕິທຳ ລາວ ມາຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ.
ທີ່ການເຮັດວຽກ, ເຈົ້າແຂວງແຂວງ ສະຫວັນນະເຂດ ຫວັງວ່າ, ໄລຍະຈະມາເຖິງ, ສອງທ້ອງຖິ່ນ ຈະສືບຕໍ່ຍູ້ແຮງການຮ່ວມມືໃນທຸກຂົງເຂດ.
ສະຖານທູດ ຫວຽດນາມ ປະຈຳ ສປປ ລາວ ໄດ້ສົມທົບກັບສູນກາງສະຫະພັນນັກຮົບເກົ່າ ລາວ ແລະ ບັນດາອົງການທີ່ກ່ຽວຂ້ອງຈັດພິທີຖະຫວາຍທູບທຽນ ອາໄລຫາ, ເຊີດຊູ.
ຍສໝ - ນະທີ່ນີ້, ທ່ານຮອງປະທານປະເທດ ລາວ ບຸນທອງ ຈິດມະນີ ໄດ້ປະດັບ ຫຼຽນຄຳແຫ່ງຊາດ - ເຊິ່ງເປັນຫຼຽນໄຊອັນສູງສົ່ງທີ່ສຸດຂອງ ສປປ ລາວ ໃຫ້ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ; ປະດັບຫຼຽນໄຊອິດສະຫຼະ ຊັ້ນ I ຂອງລາວ ໃຫ້ແກ່ການນຳ 11 ທ່ານເຊິ່ງເປັນກຳມະການກົມການເມືອງ ແລະ ເລຂາທິການສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII.
ຍສໝ - ຕອນເຊົ້າວັນທີ 19 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນຂັ້ນສູງສູນກາງສະຫະພັນກຳມະບານລາວ ໄດ້ມີການພົບປະກັບການນຳມະຫາວິທະຍາໄລກຳມະບານ.
ຍສໝ - ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຊື່ອໝັ້ນວ່າ ການ ຢ້ຽມຢາມຂອງ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຈະປະກອບສ່ວນອັນສຳຄັນເຂົ້າໃນການປັບປຸງສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານສອງປະເທດອ້າຍນ້ອງ.
ຍສໝ - ສາຍການບິນຫວຽດນາມເປີດເສັ້ນທາງບິນສາກົນຄືນຢ່າງເປັນທາງການໄປສູ່ຕະຫຼາດ ສປປ ລາວ ແລະ ຖ້ຽວບິນທຳອິດແມ່ນວັນທີ 9 ກຸມພາ 2022. ຜູ້ໂດຍສານສາມາດຈອງຊື້ປີ້ຍົນຜ່ານທາງອອນໄລ໌ ຫຼື ຊື້ໂດຍກົງທີ່ຫ້ອງຂາຍປີ້ຕ່າງໆ ແລະ ຕົວແທນທີ່ເປັນທາງການຂອງສາຍການບິນຫວຽດນາມຢູ່ຫວຽດນາມ ຫຼື ຢູ່ ສປປ ລາວ.
ຍສໝ - ວັນທີ 1 ທັນວາ 2021, ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ-ລາວ ນຳໜ້າໂດຍ ທ່ານພົນຕີ ຫງວຽນຕຽນລອງ, ຮອງປະທານສະມາຄົມ ໄດ້ໄປທີ່ສະຖານທູດລາວ ປະຈຳ ຮ່າໂນ້ຍ ເນື່ອງໃນໂອກາດວັນຊາດ ສປປ ລາວ ຄົບຮອບ 46 ປີ (2 ທັນວາ 1975 - 2 ທັນວາ 2021).
ວັນທີ 11 ພະຈິກ, ຢູ່ຮ່າໂນ້ຍ, ວິທະຍາຄານການແພດກອງທັບ ໄດ້ຈັດພິທີປະດັບຫຼຽນໄຊແຮງງານຂອງ ສປປ ລາວ ໃຫ້ບັນດາໝູ່ຄະນະ ແລະບຸກຄົນຂອງວິທະຍາຄານການແພດກອງທັບ (ກະຊວງປ້ອງກັນປະເທດຫວຽດນາມ).
ຕອນບ່າຍວັນທີ 19 ຕຸລາ, ພະແນກຕ່າງປະເທດແຂວງແທງຮວ໊າ, ຫວຽດນາມ ໄດ້ຈັດພິທີປະດັບຫຼຽນໄຊແຮງງານຂອງປະທານປະເທດ ສປປ ລາວ ໃຫ້ນັກຊ່ຽວຊານຄະນະ C (ກະຊວງຊົນລະປະທານເກົ່າ) ໄດ້ມີຄຸນງາມຄວາມດີປະກອບສ່ວນເຂົ້າໃນພາລະກິດປະຕິວັດລວມຂອງສອງປະເທດຫວຽດນາມ ແລະລາວ.
ຕອນບ່າຍວັນທີ 26 ສິງຫາ, ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕຽນຢຸງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກ.
ກອງປະຊຸມວິຊາການດ້ານແຮງງານ ແລະສະຫວັດດີການສັງຄົມລາວ-ຫວຽດນາມ (ໂດຍຜ່ານລະບົບທາງໄກ) ລະຫວ່າງກະຊວງແຮງງານ ແລະສະຫວັດດີການສັງຄົມ ສປປ ລາວ ແລະກະຊວງແຮງງານ-ເສຍອົງຄະ ແລະສັງຄົມ ສສ ຫວຽດນາມ ໄດ້ຈັດກອງປະຊຸມລະຫວ່າງວັນທີ 29-30 ມິຖຸນາ 2021. ຝ່າຍລາວ ນຳໂດຍ ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມແຜນການ ແລະການຮ່ວມມືສາກົນກະຊວງແຮງງານ ແລະສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ແລະຝ່າຍຫວຽດນາມ ນຳໂດຍ ທ່ານ ຫງວຽນແມ໋ງເກືອງ ຫົວໜ້າກົມຮ່ວມມືສາກົນກະຊວງແຮງງານ-ເສຍອົງຄະ ແລະສັງຄົມ ສສ ຫວຽດນາມ ພ້ອມດ້ວຍຄະນະເຂົ້າຮ່ວມ.
ຍສໝ - ໂດຍຮັບຄຳເຊີນຂອງ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ແລະ ພັນລະຍາ, ປະທານສາທາລະນະລັດສັງຄົມນິຍົມ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ທ່ານທອງລຸນສີສຸລິດ ພ້ອມດ້ວຍ ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດ ແຫ່ງ ສປປ.ລາວ ໄດ້ມາຢ້ຽມຢາມສັນຖະວະໄມຕີ ຢູ່ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 28-29 ມິຖຸນາ 2021.
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ.ລາວ ທອງລຸນ ສີສຸລິດ ແລະ ຄະນະຜູ້ແທນຂັ້ນສູງພັກ ແລະ ລັດລາວ ໄດ້ເດີນທາງມາຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 28 – 29 ມິຖຸນາ 2021. ການຢ້ຽມຢາມຄັ້ງນີ້ໄດ້ເປັນການຢືນຢັນນ້ຳໃຈສາມັກຄີ, ສະໜິດແໜ້ນ, ຄວາມໄວ້ເນື້ອເຊື່ອໃຈຢ່າງສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນລາວ ທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ.
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 5 ປີ 2021 ບັນລຸໄດ້ປະມານ 904 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 425 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 479 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 54 ລ້ານໂດລາສະຫາລັດ. ໃນນັ້ນ, ປະເທດທີ່ ສປປ ລາວ ສົ່ງອອກຫລັກ ແມ່ນ ສປ ຈີນ, ມູນຄ່າປະມານ 168 ລ້ານໂດລາ, ຫວຽດນາມ 106 ລ້ານໂດລາ, ໄທ 60 ລ້ານໂດລາ, ສະວິດເຊີແລນ 17 ລ້ານໂດລາ ແລະ ເຢຍລະມັນ 7 ລ້ານໂດລາ. ສ່ວນປະເທດທີ່ ສປປ ລາວ ນໍາເຂົ້າຫລັກ ມີ ປະເທດໄທ ມູນຄ່າປະມານ 227 ລ້ານໂດລາ, ສປ ຈີນ 117 ລ້ານໂດລາ, ຫວຽດນາມ 39 ລ້ານໂດລາ, ຢີ່ປຸ່ນ 16 ລ້ານໂດລາ ແລະ ສ ອາເມລິກາ 31 ລ້ານໂດລາ.
ໃນສະພາບທີ່ຫວຽດນາມ ກໍາລັງສຸມໃສ່ຮັບມືກັບການຜັນແປທີ່ສັບສົນຂອງພະຍາດໂຄວິດ-19, ໃນຊຸມວັນຜ່ານມາ, ແຂວງຕ່າງໆຂອງລາວ ໄດ້ສະໜັບສະໜູນເງິນເພື່ອຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ ແລະປະຊາຊົນຫວຽດນາມ ປ້ອງກັນ, ຕ້ານພະຍາດໂຄວິດ-19.
ວັນທີ 09 ມິຖຸນາ 2021 ທີ່ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະໄດ້ເຂົ້າຢ້ຽມຂໍ່ານັບ ແລະ ຊົມເຊີຍ ສະຫາຍ ນາງ ບຸຍ ທິ ມິງ ຮ່ວາຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ກອມມູນິດ ຫວຽດນາມ, ເນື່ອງໃນໂອກາດທີ່ສະຫາຍໄດ້ຮັບຕຳແໜ່ງໃໝ່.
ໃນວັນທີ 29 ພຶດສະພາ 2021 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ (ກະຊວງ ອຄ); ບໍລິສັດ ເອໄອດີຊີ ການຄ້າ ຈຳກັດຜູ້ດຽວ (AIDC), ສປປ ລາວ ແລະ ບໍລິສັດ ລັດວິສາຫະກິດ ສະບຽງອາຫານ ຈີນ ສາຂາ ເມືອງ ເຈີງໂຈ ແຂວງເຫີໜານ ສປ ຈີນ ໄດ້ລົງນາມບົດບັນທຶກ ແບບທາງໄກ ເພື່ອຮ່ວມມື ໃນການຈັດຊື້ສີນຄ້າ ກະສິກຳປຸງແຕ່ງຈາກ ສປປ ລາວ ສົ່ງໄປ ສປ ຈີນ, ໂດຍມີ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ອຄ ແລະ ທ່ານ ເພັດ ພົມພິພັກ ລັດຖະ ມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ໃນວັນທີ 31 ພຶດສະພາ 2021, ທີ່ນະຄອນຫລວງວຽງຈັນ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມ ພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະກອງເລຂາສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 1 ກໍລະນີເທົ່ານັ້ນ.