ການຢ້ຽມຢາມ ສປປ ລາວ ຂອງປະທານສະພາແຫ່ງຊາດ “ປະສົບຜົນສຳເລັດຢ່າງຈົບງາມ”

23:30 | 19/05/2022

ຍສໝ - ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຊື່ອໝັ້ນວ່າ ການ ຢ້ຽມຢາມຂອງ ທ່ານປະທານສະພາແຫ່ງຊາດ ເວືອງ​ດິ່ງ​ເຫ້ວ ຈະປະກອບສ່ວນອັນສຳຄັນເຂົ້າໃນການປັບປຸງສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານສອງປະເທດອ້າຍນ້ອງ.

ການຢ້ຽມຢາມ, ມອບຂອງຂວັນບຸນເຕັດໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ເຂດທະເລ, ໝູ່ເກາະທາງທິດຕາເວັນຕົກພາກໃຕ້ໄດ້ສ້າງຄວາມປະທັບໃຈອັນດີງາມ ການຢ້ຽມຢາມ, ມອບຂອງຂວັນບຸນເຕັດໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ເຂດທະເລ, ໝູ່ເກາະທາງທິດຕາເວັນຕົກພາກໃຕ້ໄດ້ສ້າງຄວາມປະທັບໃຈອັນດີງາມ
ປະທານສະພາແຫ່ງຊາດຫວຽດນາມ: ຮັບປະກັນການເລືອກຕັ້ງໄດ້ດຳເນີນຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພຢ່າງເດັດຂາດ ແລະ ປະສົບຜົນສຳເລັດຢ່າງຈົບງາມ ປະທານສະພາແຫ່ງຊາດຫວຽດນາມ: ຮັບປະກັນການເລືອກຕັ້ງໄດ້ດຳເນີນຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພຢ່າງເດັດຂາດ ແລະ ປະສົບຜົນສຳເລັດຢ່າງຈົບງາມ

ຕອນ​ບ່າຍ​ວັນ​ທີ 18 ພຶດສະພາ, ທ່ານ​ຮອງປະທານ​ສະພາ​ແຫ່ງ​ຊາດລາວ ນາງ ສູນທອນ ​ໄຊ​ຍະ​ຈັກ ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ເວືອງ​ດິ່ງ​ເຫ້ວ ​ແຕ່​ວັນ​ທີ 15-17 ພຶດສະພາ​ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດລາວ ​ໄຊ​ສົມ​ພອນ ພົມວິຫານ ສໍາເລັດຜົນຢ່າງຈົບງາມ.

ການຢ້ຽມຢາມ ສປປ ລາວ ຂອງປະທານສະພາແຫ່ງຊາດ “ປະສົບຜົນສຳເລັດຢ່າງຈົບງາມ”
ການຢ້ຽມຢາມ ສປປ ລາວ ຂອງປະທານສະພາແຫ່ງຊາດ “ປະສົບຜົນສຳເລັດຢ່າງຈົບງາມ”. ພາບ: TTXVN

​ເມື່ອຕອບ​ສຳພາດ​ຕໍ່​ນັກ​ຂ່າວສໍານັກຂ່າວສານ​ຫວຽດນາມ ​ປະຈຳ​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ນາງ ສູນ​ທອນ ​ໄຊ​ຍະ​ຈັກ ​ໃຫ້​ຮູ້​ວ່າ ນີ້​ແມ່ນ​ການ​ຢ້ຽມຢາມ​ລາວ​ຄັ້ງ​ທຳ​ອິດ​ຂອງ​ທ່ານ ​ເວືອງ​ດິ່ງ​ເຫ້ວ ໃນຖານະເປັນປະທານ​ສະພາ​ແຫ່ງ​ຊາດ ​ແລະ ​ແມ່ນ​ເຫດການ ​ແລະ ກິດຈະກໍາມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ໃນ​ສະພາບ​ການ 2 ປະເທດ​ຖື​ປີ 2022 ເປັນ​ປີ​ສາມັກຄີ​ມິດຕະພາບ ຫວຽດນາມ - ລາວ; ລາວ - ຫວຽດນາມ ​ເພື່ອ​ສະ​ເຫຼີ​ມສະຫຼອງ 2 ວັນ​ປະຫວັດສາດ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ລາວ - ຫວຽດນາມ ​ແລະ 45 ປີ​ແຫ່ງ​ວັນ​​ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື.

ຕາມ​ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ສູນທອນ ໄຊ​ຍະ​ຈັກ ແລ້ວ, ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຂອງ​ສອງ​ປະ​ເທດ​ໄດ້​ມີ​ການ​ເຈ​ລະ​ຈາ ແລະ ຕີ​ລາ​ຄາ​ຜົນ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ໃນ​ຊຸມ​ປີ​ຜ່ານມາ, ພິ​ເສດ​ແມ່ນ​ການ​ຈັດ​ຕັ້ງປະ​ຕິ​ບັດ​ສັນ​ຍາ​ການ​ຮ່ວມ​ມື​ທີ່​ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ປີ 2017 ແລະ ວາງ​ທິດ​ທາງ​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ສອງຝ່າຍກໍ່ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈສະບັບໃໝ່ ເພື່ອເປັນບ່ອນອີງ ໃຫ້ແກ່ການຮ່ວມມືລະຫວ່າງສອງອົງການນິຕິບັນຍັດຂອງລາວ ແລະ ຫວຽດນາມ ໃນໄລຍະຈະມາເຖິງ.

ສິ້ນສຸດການສໍາພາດ, ທ່ານຮອງປະທານສະພາແຫ່ງຊາດລາວ ນາງ ສູນທອນ ໄຊຍະຈັກ ເນັ້ນໜັກວ່າ: ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງ​ດິ່ງ​ເຫ້ວ ແລະ ຄະນະໃນຄັ້ງນີ້ ແມ່ນໄດ້ຮັບຜົນສຳເລັດຢ່າງຈົບງາມ; ເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນອັນສຳຄັນເຂົ້າໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ລາວ-ຫວຽດນາມ ອ້າຍນ້ອງ.

ບູນມີ

ເຫດການ
302 Found

Found

The document has moved here.