ສະຖານກົງສູນໃຫຍ່ ຫວຽດນາມ ປະຈໍາ ປາກເຊ ຊົມເຊີຍວັນຊາດ ແຫ່ງ ສປປ ລາວ ຄົບຮອບ 47 ປີ

19:41 | 01/12/2022

ຍສໝ - ສະຖານກົງສູນ ຫວຽດນາມ ປະຈໍາ ປາກເຊ ຊົມເຊີຍວັນຊາດ ແຫ່ງ ສປປ ລາວ ຄົບຮອບ 47 ປີ.

ຊຸກຍູ້ຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ ມຸ່ງໄປເຖິງການສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນລະຫວ່າງ ຫວຽດນາມ - ອູຣູກວາຍ  ຄົບຮອບ 30 ປີ ຊຸກຍູ້ຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ ມຸ່ງໄປເຖິງການສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນລະຫວ່າງ ຫວຽດນາມ - ອູຣູກວາຍ ຄົບຮອບ 30 ປີ
ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບຫົວໜ້າໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມຄົນໃໝ່ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບຫົວໜ້າໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມຄົນໃໝ່

ໃນລະຫວ່າງວັນທີ 24-30 ພະຈິກ, ຄະນະສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ນະຄອນປາກເຊ ແຂວງ ຈໍາປາສັກ ໄດ້ໄປອວຍພອນອົງຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນ 4 ແຂວງພາກໃຕ້ລາວ, ລວມມີ: ຈໍາປາສັກ, ອັດຕະປຶ, ເຊກອງ ແລະ ສາລະວັນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງ ສປປ ລາວ ຄົບຮອບ 47 ປີ.

ສະຖານກົງສູນໃຫຍ່ ຫວຽດນາມ ປະຈໍາ ປາກເຊ ຊົມເຊີຍວັນຊາດ ແຫ່ງ ສປປ ລາວ ຄົບຮອບ 47 ປີ

ສະຖານກົງສູນໃຫຍ່ ຫວຽດນາມ ປະຈໍາ ປາກເຊ ຊົມເຊີຍວັນຊາດ ແຫ່ງ ສປປ ລາວ ຄົບຮອບ 47 ປີ.

ທີ່ບັນດາການພົບປະ, ສະຫາຍຫົວໜ້າສະຖານກົງສູນໃຫຍ່ ຫງວຽນວັນຈູງ ຕີລາຄາສູງ ແລະ ຊົມເຊີຍບັນດາຜົນງານເຊິ່ງປະເທດລາວ ຍາດມາໄດ້ໃນ ໄລຍະຜ່ານມາພາຍໃຕ້ການຊີ້ນໍາຂອງພັກປະຊາຊົນປະຕິວັດລາວ: ເອກະລາດ, ປະຊາທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ; ການເມືອງ, ສັງຄົມມີສະຖຽນລະພາບ; ເສດຖະກິດຮັກສາທ່າເຕີບໂຕດີພໍສົມຄວນ, ບົດບາດ ແລະ ທີ່ຕັ້ງຂອງລາວ ຢູ່ພາກພື້ນ ແລະ ເວທີສາກົນນັບມື້ນັບໄດ້ຮັບ ການຍົກສູງ; ຫວນຄືນບັນດາໝາກຜົນທີ່ພົ້ນເດັ່ນເຊິ່ງສະຖານກົງສູນໃຫຍ່ ແລະ ອໍານາດການປົກຄອງບັນດາແຂວງພາກໃຕ້ລາວ ຜັນຂະຫຍາຍໃນປີ ສາມັກຄີມິດຕະພາບ 2022 ດ້ວຍບັນດາການເຄື່ອນໄຫວສະເຫຼີມສະຫຼອງ ດ້ວຍຫຼາຍຮູບແບບທີ່ສະຫງ່າລາສີ, ອຸດົມສົມບູນ ແລະ ແທດຈິງ; ສະແດງໃຫ້ເຫັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນໍ້າໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ ຢ່າງເລິກເຊິ່ງ, ອັນໄດ້ສ້າງຂີດໝາຍ, ປະກອບສ່ວນປັບປຸງ ແລະ ພັດທະທນາສາຍພົວພັນອັນດີງາມທີ່ມີຢູ່ແລ້ວລະຫວ່າງສອງປະເທດ.

ການນໍາ 4 ແຂວງພາກໃຕ້ລາວ ສະແດງຄວາມຂອບອົກຂອບໃຈມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ຍາມໃດກໍ່ໃຫ້ການຊ່ວຍເຫຼືອລັດ ແລະ ປະຊາຊົນ ລາວ, ທັງໃນສະໄໝຕໍ່ສູ້ກູ້ຊາດກໍ່ຄືໃນໄລຍະປົກປັກຮັກສາ ແລະ ພັດທະນາ ປະເທດຊາດໃນປະຈຸບັນ; ຢັ້ງຢືນວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບ ສະຖານກົງສູນໃຫຍ່ຜັນຂະຫຍາຍບັນດາເນື້ອໃນວຽກງານໃນໄລຍະຈະມາເຖິງ, ຜ່ານນັ້ນ ກໍປະກອບສ່ວນເພີ່ມທະວີການພົວພັນມິດຕະພາບແບບພິເສດ ລະຫວ່າງລາວ-ຫວຽດນາມ ກວ່າອີກ.

ບູນມີ

ເຫດການ
302 Found

Found

The document has moved here.