ເກິນເທີ ຍູ້ແຮງການຮ່ວມມືຮອບດ້ານກັບແຂວງ ຈຳປາສັກ, ສປປ ລາວ

13:31 | 27/08/2022

ການພົວພັນລະຫວ່າງແຂວງ ຈຳປາສັກ ແລະ ນະຄອນ ເກິນເທີ ໃນໄລຍະ 2022 – 2026 ຈະສຸມໃສ່ 3 ເນື້ອໃນຕົ້ນຕໍຄື: ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການລົງທຶນພັດທະນາເສດຖະກິດ, ການຮ່ວມມືມິດຕະພາບ ແລະ ການໜູນຊ່ວຍສັງຄົມ.

Agritechnica Asia Live 2022 ຈະ​ຈັດ​ຂຶ້ນ​ຢູ່​ ເກິນເທີ ແຕ່​ວັນ​ທີ 24 ຫາ 26 ສິງຫາ Agritechnica Asia Live 2022 ຈະ​ຈັດ​ຂຶ້ນ​ຢູ່​ ເກິນເທີ ແຕ່​ວັນ​ທີ 24 ຫາ 26 ສິງຫາ
ເສີມຂະຫຍາຍຄຸນຄ່າອາຫານການກິນພື້ນເມືອງໃນການພັດທະນາການທ່ອງທ່ຽວຢູ່ ເກິນເທີ ເສີມຂະຫຍາຍຄຸນຄ່າອາຫານການກິນພື້ນເມືອງໃນການພັດທະນາການທ່ອງທ່ຽວຢູ່ ເກິນເທີ
ທ່ານ ວິໄລວົງ ບຸດດາຄຳ, ເລຂາພັກແຂວງ, ເຈົ້າແຂວງໆ ຈຳປາສັກ ກ່າວຄຳເຫັນທີ່ການເຮັດວຽກ
ທ່ານ ວິໄລວົງ ບຸດດາຄຳ, ເລຂາພັກແຂວງ, ເຈົ້າແຂວງໆ ຈຳປາສັກ ກ່າວຄຳເຫັນທີ່ການເຮັດວຽກ

ຫວ່າງແລ້ວນີ້, ຄະນະຜູ້ແທນຂັ້ນສູງແຂວງ ຈຳປາສັກ, ແຫ່ງ ສປປ ລາວ ນຳໂດຍທ່ານ ວິໄລວົງ ບຸດດາຄຳ, ເລຂາພັກແຂວງ, ເຈົ້າແຂວງໆ ຈຳປາສັກ ໄດ້ມາຢ້ຽມຢາມ, ເຮັດວຽກກັບການນຳນະຄອນ ເກິນເທີ. ທີ່ການຕ້ອນຮັບ, ທ່ານ ວິໄລວົງ ບຸດດາຄຳ, ເລຂາພັກແຂວງ, ເຈົ້າແຂວງໆ ຈຳປາສັກ, ໃຫ້ຮູ້ວ່າ: ການພົວພັນລະຫວ່າງແຂວງ ຈຳປາສັກ ແລະ ນະຄອນ ເກິນເທີ ໃນໄລຍະ 2022 – 2026 ຈະສຸມໃສ່ 3 ເນື້ອໃນຕົ້ນຕໍຄື: ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການລົງທຶນພັດທະນາເສດຖະກິດ, ການຮ່ວມມືມິດຕະພາບ ແລະ ການໜູນຊ່ວຍສັງຄົມ. ທ່ານ ວິໄລວົງ ບຸດດາຄຳ ຫວັງວ່າ: ຝ່າຍ ເກິນເທີ ຈະໜູນຊ່ວຍແຂວງຈຳປາສັກ ບຳລຸງສ້າງ ແຕ່ 5 – 10 ຄາດໝາຍ/ປີສຳລັບຂັ້ນມະຫາວິທະຍາໄລ ແລະ ເຫຼືອມະຫາວິທະຍາໄລ, ຈັດຕັ້ງບັນດາຊຸດຝຶກອົບຮົບ, ບຳລຸງສ້າງບາງຂະແໜງການໃຫ້ແກ່ພະນັກງານຂອງແຂວງຈຳປາສັກ. ຝ່າຍລາວ ຈະບຳລຸງສ້າງດ້ານພາສາລາວ ໃຫ້ແກ່ເກິນເທີ, ບັນລຸມາດຖານ 2 ຄົນ/ປີ. ຄຽງຄູ່ກັນນັ້ນ, ສອງຝ່າຍໃຫ້ຄຳໝັ້ນສັນຍາໜູນຊ່ວຍ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ບັນດານັກລົງທຶນດຳເນີນທຸລະກິດໃນຂົງເຂດ: ຜະລິດ, ປຸງແຕ່ງຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ຂຸດຄົ້ນຊັບພະຍາກອນທຳມະຊາດ, ຄົມມະນາຄົມ, ການທ່ອງທ່ຽວ.

ທ່ານ ເລກວາງແມ້ງ, ເລຂາພັກນະຄອນ ເກິນເທີ, ເນັ້ນໜັກວ່າ: ເກິນເທີ ຈະເພີ່ມທະວີການຮ່ວມມື, ສົ່ງເສີມ ເປີດກ້ວາງການຮ່ວມມືລົງທຶນ, ການຄ້າ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການ ແລະ ທ່າແຮງລະຫວ່າງນະຄອນກັບບັນດາທ້ອງຖິ່ນຂອງລາວ. ເກິນເທີ ຈະສ້າງທຸກເງືື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ບັນດາວິສາຫະກິດສອງຝ່າຍແລກປ່ຽນຂໍ້ມູນຂ່າວສານ, ຄົ້ນຄ້ວາຕະຫຼາດ, ເປີດກ້ວາງການພົວພັນຮ່ວມມືລົງທຶນດຳເນີນທຸລະກິດ. ໃນຂົງເຂດຄົມມະນາຄົມຂົນສົ່ງ ແລະ ການທ່ອງທ່ຽວ, ເກິນເທີ ຈະມານະພະຍາຍາມສົ່ງເສີມເປີດສາຍການບິນ ເກິນເທີ - ວຽງຈັນ, ປະກອບສ່ວນພັດທະນາການທ່ອງທ່ຽວ, ໂຄສະນາພາບພົດຂອງປະເທດຊາດ, ປະຊາຊົນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຢູ່ລາວ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.