ວັນທີ 4 ກໍລະກົດ 2019 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ທ່ານນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ໃນນາມປະທານຂອງສະຫະພັນສະຖາບັນກວດສອບສູງສຸດ ບັນດາປະເທດອາຊີຕາເວັນອອກສຽງໃຕ້ ເປັນປະທານເປີດກອງປະຊຸມເຈົ້າໜ້າທີອາວຸໂສ ຄັ້ງທີ 5 ຂອງສະຫະພັນສະຖາບັນກວດສອບສູງສຸດ ບັນດາປະເທດອາຊີຕາເວັນອອກສຽງໃຕ້ (The 5th ASEANSAI Senior Official’s Meeting) ທີ່ອົງການກວດສອບແຫ່ງລັດລາວເປັນເຈົ້າພາບ ມີບັນດາຜູ້ແທນຈາກບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.
ສປປ ລາວ ເປີດຮັບສະໝັກຜູ້ປະກອບການດີເດັ່ນ ເພື່ອຄັດເລືອກເຂົ້າຊີງລາງວັນທຸລະກິດດີເດັ່ນອາຊຽນຫຼື (ABA) ຊຶ່ງຈະຈັດຂຶ້ນໃນເດືອນພະຈິກທີ່ຈະມາເຖິງນີ້ ທີ່ບາງກອກ ປະເທດໄທ ໂດຍເປີດໃຫ້ນັກທຸລະກິດຂອງລາວສະໝັກເຂົ້າຊີງລາງວັນດັ່ງກ່າວຈົນເຖິງວັນທີ 2 ສິງຫາທີ່ຈະມາເຖິງນີ້.
ສະຫະພັນກີລາອີ-ສະປອດແຫ່ງຊາດລາວສົ່ງທີມ WAWA Gaming King (ຈອມລາຊາ) ຕົວແທນລາວ ປະເພດເກມ Mobile Legends ເຂົ້າຮ່ວມການແຂ່ງຂັນກີລາອີ-ສະປອດ ຊີງແຊັມອາຊຽນປະຈຳປີ 2019 (MSC 2019) ທີ່ນະຄອນຫຼວງມະນິລາ ປະເທດຟີລິບປິນ ເປັນເຈົ້າພາບໃນອາທິດນີ້.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 34 ທີ່ບາງກອກ ປະເທດໄທ ໃນລະຫວ່າງວັນທີ 22-23 ມິຖຸນາ ປີ 2019.
ຍສໝ - ໃນຕອນບ່າຍຂອງວັນທີ 23 ມິຖຸນາ 2019, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວນ ຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ມາຮອດ ຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ຢູ່ ໄທ, ໃນລະຫວ່າງວັນທີ 22 - 23 ມິຖຸນາ 2019.
ຍສໝ - ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ແມ່ນກອງປະຊຸມສຸດຍອດຄັ້ງທໍາອິດໃນປີໄທ ເປັນປະທານອາຊຽນ 2019. ພາຍໃຕ້ຫົວຂໍ້ຂອງປີ 2019 ແມ່ນ “ຍູ້ແຮງການພົວພັນຄູ່ຮ່ວມມືເພື່ອຄວາມໝັ້ນຄົງ”, ອາຊຽນ ສຸມໃສ່ຊຸກຍູ້ລັກສະນະໝັ້ນຄົງທັງ 3 ເສົາຄ້ຳຂອງປະຊາຄົມ ແລະ ເປີດກວ້າງການພົວພັນກັບບັນດາຄູ່ຮ່ວມມືເພື່ອເປົ້າໝາຍນີ້.
ຍສໝ - ໃນຕອນທ່ຽງຂອງວັນທີ 22 ມິຖຸນາ 2019, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດ ບາງກອກ, ປະເທດໄທ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34.
ຍສໝ - ຫວຽດນາມ ຍາມໃດກໍແມ່ນສະມາຊິກເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ ດ້ວຍຄວາມວັດທະນາຖາວອນຂອງ ອາຊຽນ, ປະກອບສ່ວນບັນດາຄໍາເຫັນທີ່ແທດຈິງ ເພື່ອສ້າງຊາຍຄາລວມ ແມ່ນ ປະຊາຄົມອາຊຽນແຫ່ງ ສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາ.
ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ຈະນໍາໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ໄປເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ເຊິ່ງໄດ້ດໍາເນີນໃນລະຫວ່າງວັນທີ 22 – 23 ມິຖຸນາ 2019 ຢູ່ ບາງກອກ, ປະເທດໄທ.
ຍສໝ - ໃນຕອນເຊົ້າຂອງວັນທີ 18 ມິຖຸນາ 2019, ທີ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສົນທະນາກ່ຽວກັບທະເລ ຄັ້ງທີ V ພາຍໃຕ້ຫົວຂໍ້ທີ່ວ່າ: “ການຮ່ວມມື ອາຊຽນ ໃນບັນຫາທະເລຕາເວັນອອກ”.
ທ່ານນາງ ສຸລຳພອນ ເກີດຫຼ້າ ຫົວໜ້າຄູເຝິກທັບນັກກີລາລອຍນ້ຳນັກຮຽນລາວ ໃຫ້ສຳພາດວັນທີ 13 ມິຖຸນາ 2019 ວ່າ: ພາຍຫຼັງໄດ້ຮັບແຈ້ງການຈາກລັດຖະບານ ກໍຄື ກົມກະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກີລາ ໃຫ້ກຽມພ້ອມສົ່ງລາຍຊື່ນັກກີລາທີ່ຈະເຂົ້າຮ່ວມແຂ່ງຂັນໃນມະຫະກຳກີລານັກຮຽນອາຊຽນ ຄັ້ງທີ Xl ຢູ່ປະເທດອິນໂດເນເຊຍ ວັນທີ 19-23 ກໍລະກົດ 2019.
ຍສໝ - ໃນລະຫວ່າງວັນທີ 20 – 23 ມິຖຸນາ 2019, ກອງປະຊຸມສຸດຍອດອາຊຽນ 34 ຈະໄດ້ດຳເນີນຢູ່ນະຄອນຫຼວງບາງກອກ, ປະເທດໄທ.
ຍສໝ - ລາວ ໄດ້ຄັດເລືອກນັກກີລາ 5 ປະເພດ ເພື່ອສົ່ງເຂົ້າຮ່ວມງານມະຫະກຳກີລານັກຮຽນອາຊຽນ ຄັ້ງທີ XI ຢູ່ປະເທດອິນໂດເນເຊຍ ວັນທີ 19-23 ກໍລະກົດ 2019.
ກອງປະຊຸມຫົວໜ້າກົມພາສີອາຊຽນ ຄັ້ງທີ 28 ຈັດຂຶ້ນວັນທີ 11-13 ມິຖຸນາ 2019 ຢູ່ນະຄອນຫຼວງວຽງຈັນ ຕາມຮອບວຽນຂອງອາຊຽນ ໂດຍເປັນປະທານຂອງທ່ານ ບຸນປະເສີດ ສີກຸນລະບຸດ ຮັກສາການຫົວໜ້າກົມພາສີ ກະຊວງການເງິນ ມີທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຫົວໜ້າກົມພາສີປະເທດສະມາຊິກອາຊຽນ ກອງເລຂາອາຊຽນ ອົງການພາສີໂລກ ແລະ ປະເທດຄູ່ຮ່ວມພັດທະນາ ເຂົ້າຮ່ວມ.
ກອງປະຊຸມຫົວໜ້າກົມພາສີອາຊຽນ ຄັ້ງທີ 28 ໄດ້ຈັດຂຶ້ນວັນທີ 11-13 ມິຖຸນາ 2019 ຢູ່ ນະຄອນຫຼວງວຽງຈັນ ສປປ ລາວ.
ຍສໝ - ກອງສິລະປະກອນລາວ ໄດ້ເຂົ້າຮ່ວມງານມະໂຫລານດົນຕີ ອາຊຽນ 2019 ຜ່ານມາ ກໍເພື່ອແນໃສ່ຈຸດປະສົງຖອດຖອນ, ແບ່ງປັນບົດຮຽນ, ເພີ່ມທະວີການພົວພັນແລກປ່ຽນກ່ຽວກັບການສະແດງສິລະປະວັນນະຄະດີ, ວັດທະນະທໍາ ກັບ ບັນດາປະເທດໃນພາກພື້ນ.
ຍສໝ - ໃນຕອນເຊົ້າວັນທີ 6 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊົນນຟຸກ ແລະ ທ່ານນາຍົກລັດຖະມົນຕີ ອີຕາລີ Giuseppe Conte ໄດ້ເປັນປະທານຮ່ວມ ເວທີປາໄສວິສາຫະກິດ ອີຕາລີ - ອາຊຽນ.
ຍສໝ - ວັນທີ 04 ມິຖຸນາ ຢູ່ ຮ່າໂນ້ຍ, ກອງປະຊຸມສຳມະນາວິຊາການ ຫວຽດນາມ ເປັນປະເທດເຈົ້າພາບຈັດຕັ້ງ, ພາຍໃຕ້ບົດບາດເປັນປະເທດປະສານງານການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນ ໄລຍະປີ 2018 – 2021.
ຍສໝ - ໃນການແລກປ່ຽນກ່ຽວກັບການພົວພັນສອງຝ່າຍ, ນາຍົກລັດຖະມົນຕີທັງສອງ ຕີລາຄາສູງການພົວພັນ ລະຫວ່າງ ສອງປະເທດທີ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາຢ່າງເລິກເຊິ່ງ ແລະ ກ້ວາງຂວາງຂື້ື້ນອີກ; ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືໃນບັນດາຂົງເຂດການເມືອງ - ການຕ່າງປະເທດ, ເສດຖະກິດ, ວັດທະນະທຳ, ການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ,ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຮ່ວມມືພັດທະນາແບບຍືນຍົງ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ເຊື່ອມຕໍ່ທ້ອງຖິ່ນ.
ອີງຕາມການໃຫ້ສຳພາດຂອງທ່ານນາງ ຂັນທອງ ແສງສຸພາວັນ ພະນັກງານທີ່ຮັບຜິດຊອບວຽກງານກີລານັກຮຽນອາຊຽນ ສປປ ລາວ ຂອງກົມກີລາພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກີລາ (ສສກ) ໃນວັນທີ 29 ພຶດສະພາ 2019 ວ່າ: ໃນປີນີ້ ທາງກົມກີລາພະລະ ແລະ ສິລະປະສຶກສາ ແມ່ນໄດ້ມີມະຕິຕົກລົງເຫັນດີເປັນເອກະພາບ ຈະສົ່ງ 5 ປະເພດກີລາ ເຂົ້າຮ່ວມການແຂ່ງຂັນງານມະຫະກຳກີລານັກຮຽນອາຊຽນ ຄັ້ງທີ XI ທີ່ປະເທດອິນໂດເນເຊຍ ເປັນເຈົ້າພາບ ລະຫວ່າງວັນທີ 17-25 ກໍລະກົດ 2019 ປະກອບມີ: ແລ່ນ-ລານ ລອຍນ້ຳ ດອກປີກໄກ່ ກະຕໍ້ ແລະ ປັດຈັກສິລັດ.