ຫວຽດນາມ ຈັດຕັ້ງ ພິທີຊັກທຸງ ອາຊຽນ ເນື່ອງໃນໂອກາດ ສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງ ອາຊຽນ

11:05 | 09/08/2019

ຍສໝ - ໃນຕອນເຊົ້າວັນທີ 8 ສິງຫາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງພິທີຊັກທຸງ ອາຊຽນ ປີ 2019 ຢູ່ນະຄອນຫຼວງ ຮ່າໂນ້ຍ ເພື່ອສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງສະມາຄົມປະຊາຊາດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).

ເຂົ້າຮ່ວມພິທີ ມີທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ພ້ອມກັບຜູ້ຕາງໜ້າການນຳຂອງບາງຫົວໜ່ວຍ ແລະ ເອກອັກຄະລັດຖະທູດບັນດາປະເທດ ອາຊຽນ, ບັນດາຄູ່ຮ່ວມມືຂອງ ອາຊຽນ ແລະ ຫຼາຍອົງການຈັດຕັ້ງສາກົນປະຈຳ ຫວຽດນາມ.

ຫວຽດນາມ ຈັດຕັ້ງ ພິທີຊັກທຸງ ອາຊຽນ ເນື່ອງໃນໂອກາດ ສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງ ອາຊຽນ

ພິທີຊັກທຸງ ອາຊຽນ ໄດ້ຈັດຕັ້ງ ຢູ່ນະຄອນຫຼວງ ຮ່າໂນ້ຍ. (ພາບ: baoquocte.vn)

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນກ໊ວກຢຸງ ໄດ້ຫວນຄືນບັນດາໝາກຜົນທີ່ອາຊຽນບັນລຸໄດ້ໃນໄລຍະ 50 ປີທີ່ຜ່ານມາ, ຢັ້ງຢືນວ່າ ອາຊຽນ ນັບມື້ນັບຍົກສູງພາບພົດ ແລະ ທີ່ຕັ້ງຂອງຕົນ ກໍ່ຄືການແຜ່ຂະຫຍາຍບົດບາດ ແລະ ສຽງເວົ້າທັງຢູ່ໃນລະດັບພາກພື້ນ ແລະ ໃນໂລກ, ພ້ອມທັງເນັ້ນໜັກເຖິງບົດບາດເປັນໃຈກາງຂອງ ອາຊຽນ ທີ່ນັບມື້ນັບໄດ້ຮັບການຢັ້ງຢືນ.

ຕາມທ່ານ ຫງວຽນກ໊ວກຢຸງ ແລ້ວ, ອາຊຽນ ພວມກະກຽມກ້າວເຂົ້າສູ່ປີ 2020, ໂດຍແມ່ນປີບານພັບ ສ້າງຂີດໝາຍເຄິ່ງໄລຍະທາງຂອງການປະຕິບັດວິໄສທັດປະຊາຄົມ ອາຊຽນ 2025 ແລະ ເປັນປີທີ່ ຫວຽດນາມ ດຳລົງຕຳແໜ່ງເປັນປະທານອາຊຽນ. ໃນຕະຫຼອດໄລຍະ 24 ປີ, ນັບແຕ່ເມື່ອ ຫວຽດນາມ ເຂົ້າຮ່ວມອາຊຽນໃນປີ 1995, ຫວຽດນາມ ມີຄວາມເອກອ້າງທະນົງໃຈທີ່ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບ ແລະ ປະກອບສ່ວນບໍ່ແມ່ນຫນ້ອຍເຂົ້າໃນວິວັດທະນາການຮ່ວມມື ແລະ ສ້າງປະຊາຄົມ ອາຊຽນ.

ຫວຽດນາມ ຈັດຕັ້ງ ພິທີຊັກທຸງ ອາຊຽນ ເນື່ອງໃນໂອກາດ ສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງ ອາຊຽນ

ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ພ້ອມກັບຜູ້ຕາງໜ້າການນຳຂອງບາງຫົວໜ່ວຍ ແລະ ເອກອັກຄະລັດຖະທູດບັນດາປະເທດ ອາຊຽນ ໃນພິທີ. (ພາບ: baoquocte.vn)

ທ່ານ ຫງວຽນກ໊ວກຢຸງ ມີຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນປີ 2020 ເມື່ອດຳລົງຕຳແໜ່ງເປັນປະທານອາຊຽນນັ້ນ, ຫວຽດນາມ ຈະສືບຕໍ່ໄດ້ຮັບການສະໜັບສະໜູນ ແລະ ຮ່ວມແຮງຮ່ວມໃຈຈາກບັນດາປະເທດເພື່ອນມິດສະມາຊິກ ອາຊຽນ ກໍ່ຄືບັນດາຄູ່ຮ່ວມມື, ເພື່ອນມິດໃນພາກພື້ນ ແລະ ສາກົນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.