ຫວຽດນາມ ມຸ່ງໄປເຖິງປີປະທານ ອາຊຽນ 2020

10:40 | 08/08/2019

ຍສໝ - ໃນວັນທີ 08 ສິງຫາ 1967, ອາຊຽນ ໄດ້ຮັບການສ້າງຕັ້ງຂຶ້ນຈາກ 5 ປະເທດທຳອິດ. ປັດຈຸບັນ, ອາຊຽນ ໄດ້ກາຍເປັນປະຊາຄົມລວມມີ 10 ປະເທດສະມາຊິກ ແລະ ນັບມື້ນັບຈະເລີນເຕີບໂຕກ່ຽວກັບດ້ານການເມືອງກ່ວາ, ມີຄວາມໝັ້ນຄົງກ່ຽວກັບດ້ານເສດຖະກິດກ່ວາ, ສ້າງລະບອບລະບຽບການໃຫ້ສົມບູນແບບກ່ວາ ແລະ ມີການ ສະໜິດຕິດພັນກັນກ່ວາ.

ຫວຽດນາມ ມຸ່ງໄປເຖິງປີປະທານ ອາຊຽນ 2020

ພາບປະກອບ

ປີ 2020, ຫວຽດນາມ ຈະຮັບບົດບາດເປັນປະທານ ອາຊຽນ. ຫວຽດນາມ ໄດ້ວາງອອກຄວາມຕັດສິນໃຈຫລາຍຢ່າງ ເພື່ອຮັບປະກັນຜົນສຳເລັດໃນປີປະທານອາຊຽນ. ໄປຄຽງຄູ່ກັບເປົ້າໝາຍຊຸກຍູ້ຕະຫລາດລວມ, ຮາກຖານການຜະລິດລວມ, ພາກພື້ນຮ່ວມສຳພັນ ແລະ ເປີດກ້ວາງກັບພາຍນອກ, ເປີດກ້ວາງການພົວພັນກັບບັນດາຄູ່ຮ່ວມມື, ປະຊາຄົມມຸ່ງໄປເຖິງປະຊາຊົນ, ຮັບໃຊ້ປະຊາຊົນ ແລະ ອື່ນໆ.

ຫວຽດນາມ ຍັງຕັ້ງໜ້າ, ເປັນເຈົ້າການກ່ວາອີກ ໃນການຍົກອອກບັນດາຂໍ້ລິເລີ່ມໃໝ່, ຮັກສາຫຼັກການເຫັນດີເຫັນພ້ອມຂອງ ອາຊຽນ. ດ້ວຍຄວາມປາດຖະໜາ ແລະ ຄວາມມານະພະຍາຍາມ ເຊິ່ງ ຫວຽດນາມ ມຸ່ງໄປເຖິງໃນປີເປັນປະທານ ອາຊຽນ ນັ້ນແມ່ນເຮັດແນວໃດ ເພື່ອໃຫ້ບັນດາປະເທດໃນພາກພື້ນ ກໍ່ຄືຢູ່ນອກພາກພື້ນ ອາດສາມາດແກ້ໄຂຄວາມບໍ່ລົງລອຍກັນ, ຄວາມແຕກຕ່າງກັນກ່ຽວກັບຜົນປະໂຫຍດ ໂດຍຜ່ານການພົບປະເຈລະຈາດ້ວຍສັນຕິວິທີບົນພື້ນຖານກົດໝາຍສາກົນ.

ພາຍຫລັງ 52 ປີຜ່ານມາ, ອາຊຽນ ພວມກ້າວເຂົ້າສູ່ໄລຍະໃໝ່, ກາລະໂອກາດ ແລະ ຄວາມຫຍຸ້ງຍາກ, ສິ່ງທ້າທາຍໄປພ້ອມໆກັນ. ໃນສະພາບການໂລກ ພວມເກີດບັນດາກະແສຟອງຂຶ້ນຄື: ອາລັກຂາການຄ້າ, ຕ້ານການຫັນເປັນໂລກາພິວັດ ພ້ອມດ້ວຍບັນດາສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່ນັບມື້ນັບເພີ່ມຂຶ້ນຄືການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດ, ນ້ຳທະເລຂຶ້ນສູງ, ຄວາມໝັ້ນຄົງ - ຄວາມປອດໄພໃນການເດີນທະເລ, ບັນຫາທະເລຕາເວັນອອກ ແລະ ອື່ນໆ ອາຊຽນ ຍິ່ງຕ້ອງມານະພະຍາຍາມກ່ວາອີກ ເພື່ອເຊື່ອມໂຍງ ແລະ ເພີ່ມທະວີຄວາມສາມັກຄີໃນພາກພື້ນ.

(ໄຊພອນ)

ເຫດການ