ກອງປະຊຸມລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ອາຊຽນ

10:04 | 07/08/2019

ວັນທີ 05 ສິງຫາ, ຢູ່ນະຄອນ ເຫວ້, ແຂວງເທື່ອທຽນ-ເຫວ້ ຂອງຫວຽດນາມ ໄດ້ດໍາເນີນກອງປະຊຸມລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ອາຊຽນ (Special SOM – AMAF). ເຂົ້າຮ່ວມກອງປະຊຸມມີຜູ້ແທນ 130 ທ່ານ ທີ່ມາຈາກ 10 ປະເທດ ອາຊຽນ, ຮອງເລຂານຸການໃຫຍ່ອາຊຽນ ພ້ອມດ້ວຍການນໍາບັນດາອົງການທີ່ກ່ຽວຂ້ອງ ຂອງບັນດາປະເທດ ອາຊຽນ ແລະ ບັນດາອົງການຈັດຕັ້ງສາກົນ.

ກອງປະຊຸມລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ອາຊຽນ

ລັດຖະມົນຕີກະຊວງກະສິກໍາ - ປ່າໄມ້ ບັນດາປະເທດ ອາຊຽນ. (ພາບ: cand.com.vn)

ທີ່ກອງປະຊຸມ, ບັນດາກຸ່ມປະຕິບັດງານກ່ຽວກັບການຮ່ວມມືດ້ານເຕັກນິກ ໄດ້ລາຍງານກ່ຽວກັບບັນດາການເຄື່ອນໄຫວໃນຂອບເຂດຂອງກຸ່ມ; ປຶກສາຫາລືລາຍການຮ່ວມມືກັບບັນດາຄູ່ຮ່ວມ ຄື ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ລັດເຊຍ ເພື່ອແນໃສ່ຊຸກຍູ້ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການຄ້າຜະລິດຕະພັນກະເສດຂອງ ອາຊຽນ.

ທີ່ວາລະໄຂກອງປະຊຸມ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລື ແລະ ສະເໜີບາງເນື້ອໃນບຸລິມະສິດໃນຂົງເຂດກະສິກໍາມີ ຄື: ປັບປຸງການເຄື່ອນໄຫວຄຸ້ມຄອງການຄ້າເຂດຊາຍແດນ; ຊຸກຍູ້ກົນໄກປະຕູດຽວ ອາຊຽນ, ກວດກາໂລກລະບາດເຂດຊາຍແດນ; ດັດປັບບັນດາມາດຕະຖານ, ຂໍ້ກໍານົດລວມກ່ຽວກັບຄຸນນະພາບຂອງສິນຄ້າ, ຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານ ແລະ ກັກກັນພະຍາດຜັກພືດ ແລະ ສັດລ້ຽງໃນ ອາຊຽນ...

ນອກຈາກນັ້ນ, ບັນດາຜູ້ແທນກໍປຶຶກສາຫາລື, ກໍ່ສ້າງ ແລະ ເພີ່ມທະວີບັນດາການເຄື່ອນໄຫວແລກປ່ຽນຂໍ້ມູນຂ່າວສານ, ບັນດາເວທີປາໄສກ່ຽວກັບນະໂຍບາຍ, ແບ່ງປັນປະສົບການກ່ຽວກັບບັນດາຮູບແບບພັດທະນາກະສິກໍາຊົນນະບົດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ເຊື່ອມໂຍງເຂົ້າກັບສາກົນ.

ກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ກະສິກໍາ- ປ່າໄມ້ ອາຊຽນ ຈະສິ້ນສຸດລົງໃນວັນທີ 09 ສິງຫາ 2019.

(ແຫຼ່ງ​ຂໍ້​ມູນ​: http://vovworld.vn)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.