ກອງບັນຊາການທະຫານເຂດ 4 ຢ້ຽມຢາມ, ອວຍພອນບຸນປີໃໝ່ລາວ

ກອງບັນຊາການທະຫານເຂດ 4 ຢ້ຽມຢາມ, ອວຍພອນບຸນປີໃໝ່ລາວ

ເນື່ອງໃນໂອກາດກະກຽມຕ້ອນຮັບປີໃໝ່ລາວ, ແຕ່ວັນທີ 4 – 6 ເມສາ 2019, ຄະນະປະຕິບັດງານຂອງກອງບັນຊາການທະຫານເຂດ 4 ນໍາໂດຍພົນຈັດຕະວາ ຫງວຽນຢວານແອງ ຫົວໜ້າການທະຫານກອງບັນຊາການທະຫານເຂດ 4 ພ້ອມດ້ວຍຄະນະໄດ້ໄປຢ້ຽມຢາມ ແລະອວຍພອນປີໃໝ່ ຄະນະພັກແຂວງ, ຄະນະກໍາມະການປະຊາຊົນແຂວງ; ກອງບັນຊາການທະຫານບັນດາແຂວງ: ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະກອງພົນທີ 4 ກອງທັບປະຊາຊົນລາວ.

ຄະນະຜູ້ແທນທະຫານເຂດ4 ແລະ ແຂວງກວາງບິງ ສສ ຫວຽດນາມເຂົ້າອວຍພອນການນຳຂອງແຂວງສະຫວັນນະເຂດ

ຄະນະຜູ້ແທນທະຫານເຂດ4 ແລະ ແຂວງກວາງບິງ ສສ ຫວຽດນາມເຂົ້າອວຍພອນການນຳຂອງແຂວງສະຫວັນນະເຂດ

ໃນວັນທີ 5 ເມສາຜ່ານມາ ນີ້, ທ່ານ ພົຈ ຫງວຽນ ຢອນ ແອ໋ງ ຫົວໜ້າການທະຫານຂອງ ທະຫານເຂດ 4 ແຫ່ງ ສສ ຫວຽດນາມ ພ້ອມຄະນະໄດ້ ເຂົ້າຢ້ຽມຂ່ຳນັບ ແລະອວຍ ພອນການນຳຂັ້ນສູງຂອງ ແຂວງສະຫວັນນະເຂດເນື່ອງ ໃນໂອກາດປີໃໝ່ລາວ ພສ 2562 ທີ່ກຳລັງຈະມາຮອດ ໃນມໍ່ໆນີ້, ຊຶ່ງໃຫ້ກຽດຕ້ອນ ຮັບຄະນະໃນຄັ້ງນີ້ໂດຍທ່ານ ສັນຕິພາບ ພົມວິຫານ ກຳມະ ການສູນກາງພັກ ເລຂາພັກ ແຂວງເຈົ້າແຂວງສະຫວັນ ນະເຂດ, ມີທ່ານ ປອ ໂພໄຊ ໄຊຍະສອນ ກຳມະການສຳ ຮອງສູນກາງພັກຮອງເລຂາ ພັກແຂວງຮອງເຈົ້າແຂວງສະ ຫວັນນະເຂດ ພ້ອມພະແນກ ການ, ຂະແໜງການທີ່ກ່ຽວຂ້ອງ ຂອງແຂວງເຂົ້າຮ່ວມນຳ.

ພິທີມອບ-ຮັບສຳນັກງານກອງບັນຊາການທະຫານເມືອງທ່າແຕງ

ພິທີມອບ-ຮັບສຳນັກງານກອງບັນຊາການທະຫານເມືອງທ່າແຕງ

ວັນທີ 2 ເມສາ, ຢູ່ແຂວງເຊກອງ, ກອງບັນຊາການທະຫານແຂວງກວ໋າງນາມ ໄດ້ຈັດຕັ້ງພິທີມອບ-ຮັບກິດຈະກຳກໍ່ສ້າງສຳນັກງານກອງບັນຊາການທະຫານໃຫ້ເມືອງທ່າແຕງ, ແຂວງເຊກອງ, ປະເທດລາວ.

ທະຫານແຂວງວຽງຈັນ ຕ້ອນຮັບຄະນະຜູ້ແທນ ກອງບັນຊາການທະຫານເຂດ 4 ສສ ຫວຽດນາມ

ທະຫານແຂວງວຽງຈັນ ຕ້ອນຮັບຄະນະຜູ້ແທນ ກອງບັນຊາການທະຫານເຂດ 4 ສສ ຫວຽດນາມ

ໃນວັນທີ 15 ທັນວາ 2018 ນີ້, ກອງບັນຊາການທະຫານ ແຂວງວຽງຈັນ, ໄດ້ຕ້ອນຮັບຄະ ນະຜູ້ແທນກອງບັນຊາການທະ ຫານເຂດ 4 ສສ ຫວຽດນາມ, ເຊິ່ງນຳໂດຍສະຫາຍ ພົນຈັດຕະ ວາ ຫງວຽນ ດຶກຮ່ວາ ຮອງຫົວ ໜ້າການເມືອງກອງບັນຊາການ ທະຫານເຂດ 4 ພ້ອມດ້ວຍຄະນະທີ່ໄດ້ເດີນທາງມາຢ້ຽມຢາມ ຢູ່ກອງບັນຊາການທະຫານ ແຂວງວຽງຈັນ.

ຄະນະຊີ້ນໍາ 515 ທະຫານເຂດ 4 ເຮັດວຽກກັບຄະນະປະຕິບັດງານພິເສດແຂວງບໍລິຄຳໄຊ

ຄະນະຊີ້ນໍາ 515 ທະຫານເຂດ 4 ເຮັດວຽກກັບຄະນະປະຕິບັດງານພິເສດແຂວງບໍລິຄຳໄຊ

ຍສໝ - ຕອນບ່າຍວັນທີ 17 ທັນວາ, ຢູ່ແຂວງບໍລິຄໍາໄຊ, ສປປ ລາວ, ຄະນະຊີ້ນໍາ ຂອງຄະນະປະຕິບັດງານ 515 ທະຫານເຂດ 4 ໂດຍ ທ່ານພົນຈັດຕະວາ ຫງວ໋ຽນດຶກຮວ໋າ, ຫົວໜ້າຄະນະຊີ້ນໍາ 515 ທະຫານເຂດ 4 ນຳພາຄະນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກ ກັບ ຄະນະປະຕິບັດງານພິເສດແຂວງບໍລິຄຳໄຊ. ໃຫ້ການຕ້ອນຮັບ ແລະ ເຮັດວຽກ ກັບ ຄະນະຊີ້ນໍາ ຂອງຄະນະປະຕິບັດງານ 515 ທະຫານເຂດ 4 ມີ ທ່ານ ແດນປີ ມູນທະດີ, ຮອງເລຂາພັກແຂວງ, ຫົວໜ້າຄະນະປະຕິບັດງານພິເສດແຂວງບໍລິຄຳໄຊ.

ທະຫານຊາຍແດນແຂວງກວ້າງຈິ ຈັດການ ກວດພະຍາດ ແລະ ແຈກຢາໂດຍບໍ່ເສຍຄ່າໃຫ້ ປະຊາຊົນລຽບຕາມສອງຝັ່ງຊາຍແດນ ຫວຽດ-ລາວ

ທະຫານຊາຍແດນແຂວງກວ້າງຈິ ຈັດການ ກວດພະຍາດ ແລະ ແຈກຢາໂດຍບໍ່ເສຍຄ່າໃຫ້ ປະຊາຊົນລຽບຕາມສອງຝັ່ງຊາຍແດນ ຫວຽດ-ລາວ

ຍສໝ - ຄຳນັບຮັບຕ້ອນຄອບຮອບ 74 ປີ ວັນສ້າງຕັ້ງ ກອງທັບປະຊາຊົນ ຫວຽດນາມ, ໃນໄລຍະສອງວັນ 14-15 ທັນວາ ນີ້, ກອງບັນຊາການທະຫານ ຊາຍແດນ ແຂວງກວ້າງຈິ ປະສານສົມທົບ ກັບ ພະແນກສາທາລະນະສຸກ, ສູນການແພດເມືອງ ກາຣົງ, ໂຮງໝໍວັນນະໂລກ ແລະ ພະຍາດປອດ ແຂວງກວ້າງຈິ ໄດ້ຈັດການກວດພະຍາດ ແລະ ແຈກຢາຮັກສາໂລກ ໂດຍບໍ່ເສຍຄ່າ, ມອບຂອງຂວັນ ໃຫ້ແກ່ປະຊາຊົນ ບ້ານລາໄລ, ກຸ່ມບ້ານ ອາໂງ, ເມືອງກາຣົງ, ແຂວງ ກວ້າງຈິ ແລະ ບ້ານ ລາໄລ ອາສ໋ອຍ, ເມືອງສະໝ໋ວຍ ແຂວງສາລະວັນ.

ເຈົ້າເມືອງ ເມືອງບົວລະພາ ແຂວງຄຳມ່ວນ ໃຫ້ການຕ້ອນຮັບ ທະຫານ ໜ່ວຍປະຕິບັດງານພິເສດ  ກອງ 589 ແຂວງ ກວາງບີ່ງ ສສ ຫວຽດນາມ

ເຈົ້າເມືອງ ເມືອງບົວລະພາ ແຂວງຄຳມ່ວນ ໃຫ້ການຕ້ອນຮັບ ທະຫານ ໜ່ວຍປະຕິບັດງານພິເສດ ກອງ 589 ແຂວງ ກວາງບີ່ງ ສສ ຫວຽດນາມ

ຍສໝ - ໃນຕອນເຊົ້າຂອງວັນທີ່ 14 ທັນວາ 2018 ທີ່ຜ່ານມາ ຢູ່ທີ່ເຮືອນພັກ ຮັບຮອງ ຂອງເຈົ້າເມືອງ ເມືອງບົວລະພາ ໄດ້ຈັດພິທີ ບາສີສູ່ຂັວນ ໃຫ້ການຕ້ອນຮັບໜ່ວຍປະຕິບັດງານພິເສດ ກອງ 589 ສສ ຫວຽດນາມ ເຊີ່ງໜ່ວຍປະຕິບັດງານດັ່ງກ່າວ ແມ່ນໜ່ວຍຊອກຫາ ທ້ອນໂຮມ ອັດທິ, ຫລຸມຝັງສົບ ຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫລະຊີວິດ ຢູ່ພື້ນທີ່ ເມືອງບົວລະພາ ແຂວງຄຳມ່ວນ ເຊີ່ງໜ່ວຍດັ່ງກ່າວ ນຳພາໂດຍ ທ່ານ ພັອ ເຕິດ ຫົວໜ້າທະຫານ 589 ແຂວງກວາງບີ່ງ ສສ ຫວຽດນາມ ໃຫ້ການຕ້ອນຮັບໃນຄັ້ງນີ້ ໂດຍ ທ່ານ ປອ ແກ້ວອຸດອນ ບຸດສິງຂອນ ເຈົ້າເມືອງ ເມືອງບົວລະພາ ພ້ອມດ້ວຍ ບັນດາ ຄະນະນຳຂອງເມືອງ ບົວລະພາ ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ.

ພິທີໄວ້ອາໄລ, ສົ່ງ 30 ອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ຢູ່ລາວ ກັບຄືນປະເທດ

ພິທີໄວ້ອາໄລ, ສົ່ງ 30 ອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ຢູ່ລາວ ກັບຄືນປະເທດ

ຍສໝ - ຕອນເຊົ້າວັນທີ 13 ທັນວາ, ຢູ່ແຂວງ ອຸດົມໄຊ, ພາກເໜືອລາວ, ໄດ້ຈັດພິທີໄວ້ອາໄລ, ນຳສົ່ງອັດຖິທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ຈຳນວນ 30 ອັດຖິ ໃນປາງສົງຄາມກັບຄືນປະເທດ.

ປະກາດການເລື່ອນຊັ້ນ ນາຍທະຫານຂັ້ນສູງ ຊັ້ນພົນໂທ ຂຶ້ນຊັ້ນພົນເອກ

ປະກາດການເລື່ອນຊັ້ນ ນາຍທະຫານຂັ້ນສູງ ຊັ້ນພົນໂທ ຂຶ້ນຊັ້ນພົນເອກ

ໃນວັນທີ 13 ທັນວາ 2018 ຢູ່ຫ້ອງປະຊຸມກະຊວງປ້ອງກັນປະເທດ ໄດ້ຈັດພິທີປະກາດເລື່ອນຊັ້ນນາຍທະຫານ ຂັ້ນສູງ ຊັ້ນພົນໂທ ຂຶ້ນຊັ້ນພົນເອກ ໃຫ້ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ, ເປັນກຽດເຂົ້າຮ່ວມ ແລະ ປະດັບຫລຽນ, ໂດຍ ທ່ານ ພັນຄໍາ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງ ປະທານປະເທດ ແຫ່ງ ສປປ ລາວ, ມີບັນດາການນຳ ກະຊວງປ້ອງກັນປະເທດ ເຂົ້າຮ່ວມ.

ປິດຊຸດຝຶກອົບຮົມ ດ້ານວິຊາສະເພາະ ໃນການຄຸ້ມຄອງ ແລະ ປ້ອງກັນຊາຍແດນ ໃຫ້ແກ່ພະນັກງານ ກອງບັນຊາການທະຫານແຂວງ ສະຫວັນນະເຂດ ແລະ ສາລະວັນ ປີ 2018

ປິດຊຸດຝຶກອົບຮົມ ດ້ານວິຊາສະເພາະ ໃນການຄຸ້ມຄອງ ແລະ ປ້ອງກັນຊາຍແດນ ໃຫ້ແກ່ພະນັກງານ ກອງບັນຊາການທະຫານແຂວງ ສະຫວັນນະເຂດ ແລະ ສາລະວັນ ປີ 2018

ຍສໝ - ຕອນບ່າຍຂອງວັນທີ 30 ພະຈິກ 2018 ຢູ່ທີ່ກອງພັນ ຝຶກແອບ - ກົນຈັກ, ກອງບັນຊາການທະຫານຊາຍແດນ ແຂວງ ກວ້າງຈິ ໄດ້ຈັດພິທີປິດ ຊຸດຝຶກອົບຮົບ ວິຊາການດ້ານການຄຸ້ມຄອງ ແລະ ປ້ອງກັນຊາຍແດນ ໃຫ້ແກ່ພະນັກງານ ຂອງກອງບັນຊາການທະຫານ ແຂວງ ສະຫວັນນະເຂດ ແລະ ແຂວງສາລະວັນ ປີ 2018. ເຂົ້າຮ່ວມໃນງານດັ່ງກ່າວປະກອບ ມີ ທ່ານ ຮ່າ ສີດົ່ງ ຮອງປະທານກຳມະການປະຊາຊົນແຂວງກວ້າງຈິ.

ພິທີປິດຊຸດຝຶກອົບຮົມຄົ້ນຄ້ວາຍຸດທະສາດການທະຫານໃຫ້ກອງທັບລາວ

ພິທີປິດຊຸດຝຶກອົບຮົມຄົ້ນຄ້ວາຍຸດທະສາດການທະຫານໃຫ້ກອງທັບລາວ

ຕອນບ່າຍວັນທີ 28 ພະຈິກ, ສະຖາບັນຍຸດທະສາດປ້ອງກັນຊາດຫວຽດນາມ ໄດ້ຈັດພິທີປິດຊຸດຝຶກອົບຮົມຄົ້ນຄ້ວາຍຸດທະສາດການທະຫານ ກະຊວງປ້ອງກັນປະເທດລາວ ຊຸດທີ 3 ທີ່ກອງ 871.

ການນຳແຂວງ ບໍລິຄຳໄຊ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ກອງບັນຊາການທະຫານ ແຂວງ ຮ່າຕິ໋ງ

ການນຳແຂວງ ບໍລິຄຳໄຊ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ກອງບັນຊາການທະຫານ ແຂວງ ຮ່າຕິ໋ງ

ຍສມ - ໃນຂອບເຂດ ຂອງກອງປະຊຸມ ຂັ້ນສູງ ປະຈຳປີ ຂອງສອງແຂວງ ຮ່າຕິ໋ງ ແລະ ແຂວງ ບໍລິຄຳໄຊ, ຕອນບ່າຍຂອງວ ັນທີ 13 ພະຈິກ, ເລຂາພັກແຂວງ ເຈົ້າແຂວງໆ ບໍລິຄຳໄຊ ກ່ອງແກ້ວ ໄຊສົງຄາມ ພ້ອມຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ກອງບັນຊາການ ທະຫານແຂວງ ຮ່າຕິ໋ງ ແລະ ເຂົ້າຢ້ຽມຊົມ ບາງໂຄງການ ຢູ່ ເຂດເສດຖະກິດ ວຸ໋ງອ໋າງ.

ພະນັກງານກອງບັນຊາການທະຫານແຂວງບໍລິຄຳໄຊ 30 ຄົນ ສຳເລັດຊຸດຝຶກອົບຮົມຢູ່ແຂວງເງະອານ

ພະນັກງານກອງບັນຊາການທະຫານແຂວງບໍລິຄຳໄຊ 30 ຄົນ ສຳເລັດຊຸດຝຶກອົບຮົມຢູ່ແຂວງເງະອານ

ຕອນບ່າຍວັນທີ 7 ພະຈິກ, ກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ຈັດຕັ້ງພິທີອັດຊຸດຝຶກອົບຮົມຄຸ້ມຄອງເສັ້ນຊາຍແດນໃຫ້ພະນັກງານກອງບັນຊາການທະຫານແຂວງບໍລິຄຳໄຊ - ສປປ ລາວ 30 ຄົນ.

ຄະນະພະນັກງານກອງພົນ 2 (ກອງທັບປະຊາຊົນລາວ) ມາຢ້ຽມຢາມ ແລະເຮັດວຽກກັບກອງບັນຊາການທະຫານເຂດ 2

ຄະນະພະນັກງານກອງພົນ 2 (ກອງທັບປະຊາຊົນລາວ) ມາຢ້ຽມຢາມ ແລະເຮັດວຽກກັບກອງບັນຊາການທະຫານເຂດ 2

ຫວ່າງແລ້ວນີ້, ຄະນະພະນັກງານກອງພົນ 2 (ກອງທັບປະຊາຊົນລາວ) ໄດ້ມາຢ້ຽມຢາມ ແລະເຮັດວຽກກັບກອງບັນຊາການທະຫານເຂດ 2. ທ່ານພົນຈັດຕະວາ ຮວ່າງງັອກຢູງ, ຮອງຜູ້ບັນຊາການທະຫານເຂດ 2 ຕ້ອນຮັບຄະນະຢ່າງສະໜິດສະໜົມ.

ກອງພົນ 316, ທະຫານເຂດ 2 ແລະກອງພົນ 2, ກອງທັບປະຊາຊົນລາວ ຫາກໍ່ສົມທົບກັນຈັດຕັ້ງການປະເມີມຜົນສອງປີແຫ່ງການເຄື່ອນໄຫວແຮກສ່ຽວ

ກອງພົນ 316, ທະຫານເຂດ 2 ແລະກອງພົນ 2, ກອງທັບປະຊາຊົນລາວ ຫາກໍ່ສົມທົບກັນຈັດຕັ້ງການປະເມີມຜົນສອງປີແຫ່ງການເຄື່ອນໄຫວແຮກສ່ຽວ

ໃນໄລຍະຈະມາເຖິງ, ສອງກົມກອງສືບຕໍ່ຍົກສູງຄຸນນະພາບການເຄື່ອນໄຫວແຮກສ່ຽວທັງລວງກວ້າງ ແລະລວງເລິກ....

ທະຫານ ກອງ K53 ແຂວງ ກອນຕຸມ ເລີ່ມເຄື່ອນກຳລັງໄປປະຕິບັດພາລະກິດ ທ້ອນໂຮມ ອັດຖິນັກຮົບຜູ້ເສຍສະຫຼະ ຢູ່ ລາວ ແລະ ກຳປູເຈຍ

ທະຫານ ກອງ K53 ແຂວງ ກອນຕຸມ ເລີ່ມເຄື່ອນກຳລັງໄປປະຕິບັດພາລະກິດ ທ້ອນໂຮມ ອັດຖິນັກຮົບຜູ້ເສຍສະຫຼະ ຢູ່ ລາວ ແລະ ກຳປູເຈຍ

ຕອນເຊົ້າຂອງວັນທີ 3 ພະຈິກ ກອງທະຫານ K53 ແຂວງກອນຕຸມ ໄດ້ຈັດຕັ້ງພິທີເຄື່ອນພົນໄປປະຕິບັດໜ້າທີ່ ກໍ່ຄືພາລະກິດ ຊອກຫາ, ທ້ອນໂຮມ, ຂຸດຄົ້ນ ແລະ ນຳອັດຖິນັກຮົບທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຜູ້ເສຍສະຫຼະໃນປາງສົມຄາມ ຢູ່ ສປປ ລາວ ແລະ ກຳປູເຈຍ ກັບຄືນບ້ານເກີດເມືອງນອນ ລະດູແລ້ງ ປີ 2018-2019.

ພະນະທ່ານ ເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ຢ້ຽມຢາມກອງພົນທະຫານຮາບ ທີ 1

ພະນະທ່ານ ເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ຢ້ຽມຢາມກອງພົນທະຫານຮາບ ທີ 1

ໃນວັນທີ 2 ພະຈິກ 2018 ນີ້, ທ່ານ ບຸນຍັງ ວໍລະຈິດ ເລຂາທິການການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມພົບປະໂອ້ລົມ ນາຍ ແລະ ພົນທະຫານ, ນັກຮົບ ກອງພົນທະຫານຮາບທີ 1 ຢູ່ເມືອງວັງວຽງ ແຂວງວຽງຈັນ, ໂດຍມີບັນດາອໍານາດການປົກຄອງແຂວງວຽງຈັນ ໃຫ້ການຕ້ອນຮັບ.

ພິທີ ຮັບ ແລະ ປົ່ງ ອັດຖິ ຂອງທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະ ຢູ່ ລາວ ໃນປາງສົງຄາມ

ພິທີ ຮັບ ແລະ ປົ່ງ ອັດຖິ ຂອງທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະ ຢູ່ ລາວ ໃນປາງສົງຄາມ

ຍສໝ - ນີ້ແມ່ນຜົນສຳເລັດໃນການຈັດຕັ້ງປະຕິບັດ ໂຄງການ-ການຊອກຫາ, ຂຸດຄົ້ນ ແລະ ທ້ອນໂຮມ ອັດຖິທະຫານນັກຮົບ ໄລຍະປີ 2016-2018 ແລະ ໂຄງການ ການຢືນຢັນ ອັດຖິ ທະຫານນັກຮົບ ທີ່ຍັງຂາດຂໍ້ມູນ ໄລຍະ ປີ 2016-2018 ໃນທົ່ວແຂວງ ດ້ຽນບຽນ.

ກອງປະຊຸມພົບປະ ລະຫວ່າງ ທະຫານຊາຍແດນ ແຂວງ ກ້ວາງບິ່ງ ສສ.ຫວຽດນາມ ແລະ ພະແນກ ປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດ(ປກສ ສຂ) ສປປ ລາວ

ກອງປະຊຸມພົບປະ ລະຫວ່າງ ທະຫານຊາຍແດນ ແຂວງ ກ້ວາງບິ່ງ ສສ.ຫວຽດນາມ ແລະ ພະແນກ ປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດ(ປກສ ສຂ) ສປປ ລາວ

ຍສໝ - ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2018, ຢູ່ທີ່ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ ຄະນະ ປະຕິິບັດງານ ກອງບັນຊາ ທະຫານຊາຍແດນ ແຂວງ ກວ້າງບິ່ງ, ໂດຍທ່ານ ພັນໂທ ຈິ໋ງ ແທ໋ງບິງ, ຮອງຫົວໜ້າ ກອງບັນຊາການ ທັງເປັນຫົວໜ້າເສນາທິການ ທະຫານຊາຍແດນແຂວງ ເປັນຫົວໜ້າ ຄະນະນຳພາ ໃນການຢ້ຽມຢາມໃນຄັ້ງນີ້, ການພົບປະ ແລະ ເຮັດວຽກ ໃນຄັ້ງນີ້ ເປັນເທື່ອທີ VI ກັບ ກອງບັນຊາການ ປກສ ແຂວງສະຫວັນນະເຂດ.

ການສ່ອງແສງ ງວດ 3 ລະຫວ່າງ ຫ້ອງການທະຫານຊາຍແດນ ເຊີນລາ ແລະ ກອງບັນຊາການທະຫານແຂວງ ຫົວພັນ

ການສ່ອງແສງ ງວດ 3 ລະຫວ່າງ ຫ້ອງການທະຫານຊາຍແດນ ເຊີນລາ ແລະ ກອງບັນຊາການທະຫານແຂວງ ຫົວພັນ

ຈັດຕັ້ງປະຕິບັດ ກົດລະບຽບໃນການປະສານສົມທົບ ທີ່ໄດ້ເຊັນລົງນາມ ຕາມຮູບແບບຂອງການແຮກສ່ຽວ ລະຫວ່າງ ຄ້າຍ-ຄ້າຍ ມິດຕະພາບ, ວັນທີ 31 ຕຸລາ ຢູ່ແຂວງເຊີນລາ , ຄ້າຍທະຫານຊາຍແດນ ຈ່ຽງເຕືອງ, ຈ່ຽງອອນ, ພຽງປັນ, ທະຫານຊາຍແດນ ແຂວງເຊີນລາ(ຫວຽດນາມ) ໄດ້ຈັດກອງປະຊຸມ ສ່ອງແສງ ສະພາບການງວດ 3 ປີ 2018 ກັບ ກອງພັນໃຫຍ່ 213 ກອງບັນຊາການທະຫານແຂວງ ຫົວພັນ (ສປປ ລາວ).