ເຈົ້າເມືອງ ເມືອງບົວລະພາ ແຂວງຄຳມ່ວນ ໃຫ້ການຕ້ອນຮັບ ທະຫານ ໜ່ວຍປະຕິບັດງານພິເສດ ກອງ 589 ແຂວງ ກວາງບີ່ງ ສສ ຫວຽດນາມ

16:48 | 14/12/2018

ຍສໝ - ໃນຕອນເຊົ້າຂອງວັນທີ່ 14 ທັນວາ 2018 ທີ່ຜ່ານມາ ຢູ່ທີ່ເຮືອນພັກ ຮັບຮອງ ຂອງເຈົ້າເມືອງ ເມືອງບົວລະພາ ໄດ້ຈັດພິທີ ບາສີສູ່ຂັວນ ໃຫ້ການຕ້ອນຮັບໜ່ວຍປະຕິບັດງານພິເສດ ກອງ 589 ສສ ຫວຽດນາມ ເຊີ່ງໜ່ວຍປະຕິບັດງານດັ່ງກ່າວ ແມ່ນໜ່ວຍຊອກຫາ ທ້ອນໂຮມ ອັດທິ, ຫລຸມຝັງສົບ ຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫລະຊີວິດ ຢູ່ພື້ນທີ່ ເມືອງບົວລະພາ ແຂວງຄຳມ່ວນ ເຊີ່ງໜ່ວຍດັ່ງກ່າວ ນຳພາໂດຍ ທ່ານ ພັອ ເຕິດ ຫົວໜ້າທະຫານ 589 ແຂວງກວາງບີ່ງ ສສ ຫວຽດນາມ ໃຫ້ການຕ້ອນຮັບໃນຄັ້ງນີ້ ໂດຍ ທ່ານ ປອ ແກ້ວອຸດອນ ບຸດສິງຂອນ ເຈົ້າເມືອງ ເມືອງບົວລະພາ ພ້ອມດ້ວຍ ບັນດາ ຄະນະນຳຂອງເມືອງ ບົວລະພາ ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ.

ເຈົ້າເມືອງ ເມືອງບົວລະພາ ແຂວງຄຳມ່ວນ ໃຫ້ການຕ້ອນຮັບ ທະຫານ ໜ່ວຍປະຕິບັດງານພິເສດ  ກອງ 589 ແຂວງ ກວາງບີ່ງ ສສ ຫວຽດນາມ

ເຈົ້າເມືອງ ເມືອງບົວລະພາ ແຂວງຄຳມ່ວນ ໃຫ້ການຕ້ອນຮັບ ທະຫານ ໜ່ວຍປະຕິບັດງານພິເສດ  ກອງ 589 ແຂວງ ກວາງບີ່ງ ສສ ຫວຽດນາມ

ເຈົ້າເມືອງ ເມືອງບົວລະພາ ແຂວງຄຳມ່ວນ ໃຫ້ການຕ້ອນຮັບ ທະຫານ ໜ່ວຍປະຕິບັດງານພິເສດ  ກອງ 589 ແຂວງ ກວາງບີ່ງ ສສ ຫວຽດນາມ

ພິທີສູ່ຂວັນຕ້ອນຮັບຄະນະ.

ການຕ້ອນຮັບ ໃນຄັ້ງນີ້ ທ່ານ ປອ ແກ້ວອຸດອນ ບຸດສິງຂອນ ເຈົ້າເມືອງ ເມືອງບົວລະພາ ພ້ອມດ້ວຍ ຄະນະນຳພາຍໃນເມືອງ ຍັງໄດ້ ຈັດພິທີບາສີ ສູ່ຂ້ວນ ໃຫ້ກັບ ໜ່ວຍປະຕິບັດງານພິເສດ ກອງ 589 ສສ ຫວຽດນາມ ອີກດ້ວຍ ເພື່ອອວຍພອນ ແລະ ເປັນຂັວນ ກຳລັງໃຈ ໃຫ້ກັບ ໜ່ວຍປະຕິບັດງານດັ່ງກ່າວ ທີ່ໄດ້ສຳເລັດ ພາລະກິດ ໃນການຊອກຫາ ທ້ອນໂຮມ ອັດທິ, ຫລຸມຝັງສົບ ຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫລະຊີວິດ ຢູ່ພື້ນທີ່ ເມືອງບົວລະພາ.

ເຈົ້າເມືອງ ເມືອງບົວລະພາ ແຂວງຄຳມ່ວນ ໃຫ້ການຕ້ອນຮັບ ທະຫານ ໜ່ວຍປະຕິບັດງານພິເສດ  ກອງ 589 ແຂວງ ກວາງບີ່ງ ສສ ຫວຽດນາມ

ພໍ່ແມ່ປະຊາຊົນ ແລະ ອຳນາດການປົກຄອງ ຜູ້ແຂນໃຫ້ ຄະນະ.

ເຈົ້າເມືອງ ເມືອງບົວລະພາ ແຂວງຄຳມ່ວນ ໃຫ້ການຕ້ອນຮັບ ທະຫານ ໜ່ວຍປະຕິບັດງານພິເສດ  ກອງ 589 ແຂວງ ກວາງບີ່ງ ສສ ຫວຽດນາມ

ບັນຍາກາດການລ້ຽງຕ້ອນຮັບ.

ໃນນັ້ນ ທ່ານ ພັອ ເຕິດ ຫົວໜ້າ ທະຫານ 589 ແຂວງກວາງບີ່ງ ສສ ຫວຽດນາມ ຍັງໄດ້ ສະແດງຄວາມຂອບໃຈ ມາຍັງ ທ່ານ ເຈົ້າເມືອງ ເມືອງບົວລະພາ ພ້ອມດ້ວຍ ຄະນະນຳ ພາຍໃນເມືອງ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໃຫ້ຄວາມຮ່ວມມື ໃນການປະຕິບັດໜ້າທີ່ ວຽກງານ ໃນໄລຍະຜ່ານມາ ເປັນຢ່າງດີ ອີກດ້ວຍ.