ພິທີມອບ-ຮັບສຳນັກງານກອງບັນຊາການທະຫານເມືອງທ່າແຕງ

22:28 | 05/04/2019

ວັນທີ 2 ເມສາ, ຢູ່ແຂວງເຊກອງ, ກອງບັນຊາການທະຫານແຂວງກວ໋າງນາມ ໄດ້ຈັດຕັ້ງພິທີມອບ-ຮັບກິດຈະກຳກໍ່ສ້າງສຳນັກງານກອງບັນຊາການທະຫານໃຫ້ເມືອງທ່າແຕງ, ແຂວງເຊກອງ, ປະເທດລາວ.

ພິທີມອບ-ຮັບສຳນັກງານກອງບັນຊາການທະຫານເມືອງທ່າແຕງ

ພິທີຕັດແຖບຜ້າເປີດນຳໃຊ້ສຳນັກງານກອງບັນຊາການທະຫານເມືອງທ່າແຕງ. (ພາບ: baoquangnam.vn)

ດ້ວຍເນື້ອທີ່ 564m2, ກິດຈະກຳດັ່ງກ່າວມີມູນຄ່າກໍ່ສ້າງເກືອບ 8 ຕື້ດົ່ງ. ໂຄງການນີ້ໄດ້ນຳໃຊ້ທຶນຊ່ວຍເຫຼືອລ້າຂອງຄະນະກໍາມະການປະຊາຊົນແຂວງກວ໋າງນາມ ມອບໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະກໍາລັງປະກອບອາວຸດແຂວງເຊກອງ. ກິດຈະກຳດັ່ງກ່າວມີຄວາມໝາຍພິເສດ, ສະແດງໃຫ້ເຫັນນໍ້າໃຈຂອງອົງຄະນະພັກ, ອຳນາດການປົກຄອງ ແລະກໍາລັງປະກອບອາວຸດແຂວງກວ໋າງນາມ ທີ່ສະຫງວນໃຫ້ພະນັກງານ, ນັກຮົບກອງບັນຊາການທະຫານແຂວງເຊກອງ ເວົ້າລວມ ແລະກອງບັນຊາການທະຫານເມືອງທ່າແຕງ ເວົ້າສະເພາະ. ພ້ອມກັນນັ້ນ, ກິດຈະກຳນີ້ກໍຈະສືບຕໍ່ສ້າງກຳລັງໜູນໃໝ່ໃນການຮ່ວມມືຮອບດ້ານ ແລະເພີ່ມພູນຄູນສ້າງນໍ້າໃຈມິດຕະພາບແບບພິເສດລະຫວ່າງອົງຄະນະພັກ, ອໍານາດການປົກຄອງ ແລະກໍາລັງປະກອບອາວຸດຂອງສອງແຂວງກວ໋າງນາມ-ເຊກອງ ເວົ້າສະເພາະ, ສອງປະເທດຫວຽດນາມ-ລາວ ເວົ້າລວມ.

ເນື່ອງໃນໂອກາດນີ້, ກອງບັນຊາການທະຫານແຂວງກວ໋າງນາມ ກໍໄດ້ມອບເຄື່ອງອຸປະກອນຫ້ອງການຕ່າງໆໃຫ້ກອງບັນຊາການທະຫານເມືອງທ່າແຕງ ດ້ວຍມູນຄ່າ 50 ລ້ານດົ່ງ.

(ແຫຼ່ງ​ຂໍ້​ມູນ​: ຈາງຫງວຽນ/ກປ.ອອນໄລ)

302 Found

Found

The document has moved here.