ຄະນະພະນັກງານກອງພົນ 2 (ກອງທັບປະຊາຊົນລາວ) ມາຢ້ຽມຢາມ ແລະເຮັດວຽກກັບກອງບັນຊາການທະຫານເຂດ 2

08:36 | 09/11/2018

ຫວ່າງແລ້ວນີ້, ຄະນະພະນັກງານກອງພົນ 2 (ກອງທັບປະຊາຊົນລາວ) ໄດ້ມາຢ້ຽມຢາມ ແລະເຮັດວຽກກັບກອງບັນຊາການທະຫານເຂດ 2. ທ່ານພົນຈັດຕະວາ ຮວ່າງງັອກຢູງ, ຮອງຜູ້ບັນຊາການທະຫານເຂດ 2 ຕ້ອນຮັບຄະນະຢ່າງສະໜິດສະໜົມ.

ຄະນະພະນັກງານກອງພົນ 2 (ກອງທັບປະຊາຊົນລາວ) ມາຢ້ຽມຢາມ ແລະເຮັດວຽກກັບກອງບັນຊາການທະຫານເຂດ 2

ທ່ານພົນຈັດຕະວາ ຮວ່າງງັອກຢູງ, ຮອງຜູ້ບັນຊາການທະຫານເຂດ 2 ມອບດອກໄມ້ໃຫ້ຄະນະພະນັກງານກອງພົນ 2 ກອງທັບປະຊາຊົນລາວ. (ພາບ: ຫວູທື)

ທີ່ການຕ້ອນຮັບ, ທ່ານພົນຈັດຕະວາ ຮວ່າງງັອກຢູງ ໄດ້ແຈ້ງໃຫ້ຄະນະຮັບຊາບກ່ຽວກັບສະພາບການເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບໃນບໍລິເວນທະຫານເຂດ 2; ແບ່ງປັນກ່ຽວກັບບາງຜົນງານຂອງກຳລັງປະກອບອາວຸດທະຫານເຂດໃນໄລຍະຜ່ານມາ, ໂດຍສະເພາະແມ່ນການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດ, ການປະກອບສ່ວນປັບປຸງ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນບໍລິເວນນັບມື້ນັບໝັ້ນຄົງ, ເຂັ້ມແຂງ.

ທ່ານພັນເອກ ວຽງແກ້ວ ສີສຸລາດ, ຫົວໜ້າການທະຫານກອງພົນ 2, ໄດ້ຕາງໜ້າຄະນະສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງກອງບັນຊາການທະຫານເຂດ 2 ແລະສະແດງຄວາມປະທັບໃຈ, ອາລົມຈິດອັນດີງາມກ່ຽວກັບປະເທດຊາດ ແລະປະຊາຊົນຫວຽດນາມ ເວົ້າລວມ, ກຳລັງປະກອບອາວຸດທະຫານເຂດເວົ້າສະເພາະ; ພ້ອມທັງຢືນຢັນວ່າ, ການຢ້ຽມຢາມຄັ້ງນີ້ແມ່ນກາລະໂອກາດເພື່ອເພີ່ມທະວີຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນກວ່າອີກ, ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈສາມັກຄີລະຫວ່າງສອງປະເທດເວົ້າລວມ, ກຳລັງປະກອບອາວຸດທະຫານເຂດ 2 ກັບບັນດາແຂວງພາກເໜືອຂອງ ລາວ ແລະກອງພົນ 2 ເວົ້າສະເພາະ ນັບມື້ນັບໝັ້ນແກ່ນ.

(ແຫຼ່ງ​ຂໍ້​ມູນ​: ວຽງຄຳ/ກປ.ອອນໄລ)

ເຫດການ
302 Found

Found

The document has moved here.