ຍສໝ - ກວາງນາມ-ໂຮ້ຍອານ ແມ່ນນະຄອນທຳອິດຂອງຫວຽດນາມທີ່ມີຂໍ້ຕົກລົງຢຸດການຄ້າຂາຍຊີ້ນໝາ ແລະ ແມວ. ນີ້ກໍແມ່ນທິດທາງໃນການກໍ່ສ້າງ ແລະ ພັດທະນາເຂດນິເວດ, ວັດທະນະທຳ ແລະ ທ່ອງທ່ຽວຂອງອຳນາດການປົກຄອງໂຮ້ຍອານ.
ຍສໝ - ຈີນຍັງແມ່ນຕະຫຼາດໃຫຍ່ ແລະ ສຳຄັນຂອງຫວຽດນາມ. ຈີນມີທ່າໄດ້ປຽບກ່ຽວກັບທີ່ຕັ້ງພູມສາດກັບຫວຽດນາມ, ມີຕະຫລາດພາຍໃນປະເທດທີ່ກ້ວາງໃຫຍ່ ແລະ ກຳລັງດ້ານເສດຖະກິດອັນໃຫຍ່ຫຼວງ, ສະນັ້ນ ມີຄວາມສາມາດບົ່ມຊ້ອນຫລາຍຢ່າງໃຫ້ແກ່ວິສາຫະກິດຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ໃນການຕອບສຳພາດຕໍ່ນັກຂ່າວ ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຟຸ່ງດຶກຕ໋ຽນ ໃຫ້ຮູ້ວ່າ: ການສົ່ງອອກຜະລິດຕະພັນກະເສດ, ຊັບພະຍາກອນນ້ຳ ໃນປີ 2021 ຈະບັນລຸ 47 ຕື້ USD. ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ, ຈີນ ແມ່ນຕະຫຼາດໃຫຍ່ ທີ່ສົ່ງອອກຜະລິດຕະພັນກະເສດ ຂອງຫວຽດນາມ.
ຍສໝ - ນີ້ແມ່ນຂໍ້ມູນຂອງສະຖາບັນພະລັງງານປະລະມານູຫວຽດນາມ (ກະຊວງວິທະຍາສາດ ແລະ ເຕັກໂນໂລຢີຫວຽດນາມ) ຍົກອອກທີ່ກອງ ປະຊຸມວິທະຍາສາດ ແລະ ເຕັກໂນໂລຢີນິວເຄຼຍທົ່ວປະເທດ ຄັ້ງທີ 14 ເຊິ່ງດໍາເນີນໃນລະຫວ່າງວັນທີ 9-10 ທັນວາ ຢູ່ດ່າລາດ.
ຍສໝ - ດ້ວຍຄຳຂວັນ “ສາມັກຄີ, ປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ສ້າງສະມາຄົມໃຫ້ເຂັ້ມແຂງ”, ຫວ່າງແລ້ວນີ້, ສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ເມືອງ ຮ່ວາວາງ (ນະຄອນ ດ່າໜັງ) ໄດ້ຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທຳອິດ ອາຍຸການ 2021-2026.
ຍສໝ - ງານວາງສະແດງ “ຫວຽດນາມ - ຟີລິບປິນ: ສີສັນວັດທະນະທຳ” ໄດ້ດຳເນີນຢູ່ຫໍພິພິທະພັນວິຈິດສິນຫວຽດນາມ (ບາດີງ, ຮ່າໂນ້ຍ) ແຕ່ວັນທີ 8 – 13 ທັນວາ 2021.
ຍສໝ - ຫວ່າງແລ້ວນີ້, ພະແນກທ່ອງທ່ຽວນະຄອນ ດ່າໜັງ ໄດ້ສົມທົບກັບບໍລິສັດລົງທຶນການຄ້າ ແລະການທ່ອງທ່ຽວສາກົນ ຮວາບິ່ງ ຈຳກັດ ຕ້ອນຮັບແຂກທ່ອງທ່ຽວ MICE 500 ຄົນ (ຮູບແບບການທ່ອງທ່ຽວສົມທົບກັບກອງປະຊຸມ ແລະ ກອງປະຊຸມສໍາມະນາ) ມາຍັງນະຄອນ.
ຍສໝ - ກະຊວງຄົມມະນາຄົມຂົນສົ່ງ, ຂະແໜງການເດີນອາກາດ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງລາຍງານຕໍ່ບັນດາການນຳ, ຊຸກຍູ້ການກະກຽມເປີດເສັ້ນທາງການຄ້າສາກົນຄືນໃໝ່, ມີຂັ້ນຕອນເພື່ອໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດກັບຄືນເມືອປະເທດ, ແກ້ໄຂຄວາມຕ້ອງການກັບຄືນເມືອປະເທດຂອງປະຊາຊົນ ໂດຍໄວ ແລະ ສະດວກທີ່ສຸດ.
ຍສໝ - ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ) ໃຫ້ຮູ້ວ່າ: ເວທີປາໄສການສົ່ງເສີມການສົ່ງອອກຫວຽດນາມ ປີ 2021 ດ້ວຍຫົວຂໍ້: “ສົ່ງເສີມການສົ່ງອອກປະກອບສ່ວນຟື້ນຟູ ແລະ ພັດທະນາເສດຖະກິດ” ເຊິ່ງຈະດຳເນີນໃນວັນທີ 15 ທັນວາ, ຢູ່ຮ່າໂນ້ຍ ດ້ວຍຮູບແບບທາງໄກສົມທົບໂດຍກົງ.
ຍສໝ - ເປັນຄັ້ງທຳອິດຫວຽດນາມ ໄດ້ຮັບການແຕ່ງຕັ້ງເປັນປະທານຮ່ວມໃນໂຄງການອາຊີຕາເວັນອອກສຽງໃຕ້ (SEARP) ຂອງອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ໄລຍະ 2022-2025.
ຍສໝ - ວັນທີ 2 ທັນວາ, ໃນຂອບເຂດການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການຂອງ ທ່ານປະທານປະເທດ ຫງວຽນຊວນຟຸກ, ຢູ່ໂຮງແຮມ Ukraine, ມົດສະກູ ໄດ້ມີການພົບປະຢ່າງຈິງໃຈ ແລະ ອົບອຸ່ນລະຫວ່າງ ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ ລັດເຊຍ.
ໃນຕໍ່ໜ້າ, ສະພາແຫ່ງຊາດຂອງສອງປະເທດຈະສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນ, ສະໜັບສະໜຸນເຊິ່ງກັນແລະກັນ ຢູ່ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ: IPU, AIPA, APPF, APF ແລະ ອື່ນໆ. ນອກຈາກນັ້ນ, ກໍ່ປະສານສົມທົບຢ່າງກົມກຽວ ແລະ ມີປະສິດທິຜົນໃນບັນຫາພາກພື້ນ ແລະ ສາກົນ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ.
ກົມບັນຊາການທະຫານປ້ອງກັນຊາຍແດນແຂວງ ກ໋ວາງຈິ ໄດ້ມອບທຶນສຶກສາ 100 ທຶນໃຫ້ແກ່ນັກຮຽນທຸກຍາກ, ແຕ່ລະທຶນມີມູນຄ່າ 3 ລ້ານດົ່ງ ແລະ ມອບງົວແມ່ພັນ ໃຫ້ແກ່ 20 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ ບ້ານ ເຟື່ອງ ແລະ ແດນສະຫວັນ, ເມືອງເຊໂປນ ແລະ ເມືອງ ເຕິນແທັ່ງ ແລະ ເທດສະບານລາວບາວ, ເມືອງ ເຮືອງຮ໊ວາ.
ວັນທີ 11 ທັນວາ, ງານບຸນຫວຽດນາມ ຢູ່ ຍີ່ປຸ່ນ ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ສວນສາທາລະນະ Ueno, ນະຄອນຫຼວງ ໂຕກຽວ, ດ້ວຍການເຂົ້າຮ່ວມຂອງເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານ ແລະສະພາແຫ່ງຊາດຍີ່ປຸ່ນ ຫຼາຍທ່ານ.
ຍສໝ - ຕອນເຊົ້າວັນທີ 10 ທັນວາ, ການຝຶກຊ້ອມດ້ານເສນາຮັກ ລະຫວ່າງກອງທັບຫວຽດນາມ ແລະ ຈີນ ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ນະຄອນມ໊ອງກ໊າຍ, ແຂວງກວາງນິງ.
ຍສໝ - ໃນປີ 2021, ດ້ວຍການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ-19, ສິດທິພື້ນຖານຂອງຊາວຫວຽດນາມ ຍັງຄົງໄດ້ຮັບການຮັບປະກັນເຊັ່ນ ສິດໃນການເຂົ້າເຖິງບັນດາສິ່ງຈຳເປັນ, ສິດໄດ້ຮັບການເບິ່ງແຍງດູແລສຸຂະພາບ, ສິດໃນການສຶກສາທາງອອນລາຍສຳລັບເດັກນ້ອຍ.
ຍສໝ - ວັນທີ 8 ທັນວານີ້, ກະຊວງການຕ່າງປະເທດ ແລະ ບາງທ້ອງຖິ່ນຂອງຫວຽດນາມໄດ້ສົມທົບກັບກະຊວງການຕ່າງປະເທດຈີນ, ສະຖານທູດຈີນປະຈຳຫວຽດນາມ ແລະ ອຳນາດການປົກຄອງແຂວງຢຸນນານ ຈັດກອງປະຊຸມສຳມະນາແລກປ່ຽນປະສົບການໃນວຽກງານລົບລ້າງຄວາມອຶດຫິວຫຼຸດຜ່ອນທຸກຍາກ ຫວຽດນາມ-ຈີນ ໃນຮູບແບບທາງໄກ.
ຍສໝ - ຫວ່າງແລ້ວນີ້, ຢູ່ນິວຢອກ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ປຶກສາຫາລືກ່ຽວກັບບົດລາຍງານຂອງຄະນະຜູ້ແທນຂັ້ນສູງ ອົງການສະຫະປະຊາຊາດ ກ່ຽວກັບສະພາບການຜູ້ລີ້ໄພ Filippo Grandi ໃນທົ່ວໂລກ.
ຍສໝ - ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ ຮຽກຮ້ອງບັນດາປະເທດ ສືບຕໍ່ເຂົ້າຮ່ວມບັນດາກຸ່ມເພື່ອນມິດຂອງ UNCLOS ໂດຍ ຫວຽດນາມ ແລະ ເຢຍລະມັນ ສ້າງຕັ້ງຂຶ້ນ, ປະຈຸບັນມີ 112 ສະມາຊິກ.
ຍສໝ - ຫວ່າງແລ້ວນີ້, ທີ່ສຳນັກງານສະຖານກົງສຸນໃຫຍ່ ແລະ ບັນດາສະມາຊິກຄະນະຜູ້ແທນສະຖານກົງສຸນໃຫຍ່ ສາທາລະນະລັດ ອິນໂດເນເຊຍ ປະຈຳນະຄອນ ໂຮ່ຈີມິນ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ດົ່ງນາຍ.