ງານວາງສະແດງ “ສີສັນວັດທະນະທຳ ຫວຽດນາມ ແລະ ຟີລິບປິນ”

06:35 | 14/12/2021

ຍສໝ - ງານ​ວາງສະ​ແດງ “ຫວຽດນາມ - ຟີ​ລິບ​ປິນ: ສີສັນ​ວັດທະນະທຳ” ໄດ້​ດຳ​ເນີນ​ຢູ່​ຫໍ​ພິພິທະ​ພັນ​ວິຈິດ​ສິນ​ຫວຽດນາມ (ບາດີງ, ຮ່າ​ໂນ້ຍ) ​ແຕ່​ວັນ​ທີ 8 – 13 ທັນວາ 2021.

ຫວຽດນາມກວມເອົາ 87% ຍອດນໍາເຂົ້າເຂົ້າສານທັງໝົດຂອງຟີລິບປິນ ຫວຽດນາມກວມເອົາ 87% ຍອດນໍາເຂົ້າເຂົ້າສານທັງໝົດຂອງຟີລິບປິນ
ທ່ານເອກອັກຄະລັດຖະທູດຟີລິບປິນ ປະຈຳຫວຽດນາມ: ປາດຖະໜາຢາກຮ່ວມມືກັບ VUFO ຢ່າງໃກ້ຊິດກ່ວາເກົ່າ ທ່ານເອກອັກຄະລັດຖະທູດຟີລິບປິນ ປະຈຳຫວຽດນາມ: ປາດຖະໜາຢາກຮ່ວມມືກັບ VUFO ຢ່າງໃກ້ຊິດກ່ວາເກົ່າ

ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ສອງປະ​ເທດ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ​ແລະ ສະຖານທູດ​ຟີ​ລິບ​ປິນ ປະຈຳ ຫວຽດນາມ ສົມທົບ​ກັນ​ຈັດ​ຕັ້ງ​ງານ​ວາງສະ​ແດງ “ຫວຽດນາມ - ຟີ​ລິບ​ປິນ: ສີສັນ​ວັດທະນະທຳ”.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຕ້າກ່ວາງໂດງ ​ໃຫ້​ຮູ້​ວ່າ: ງານ​ວາງສະ​ແດງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາຊົນ​ໄດ້​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ປະ​ເທດ, ປະຊາຊົນ ​ແລະ ບັນດາ​ຜົນງານ​ຂອງ ຫວຽດນາມ ​ແລະ ຟີ​ລິບ​ປິນ ​ໃນ​ຊຸມ​ປີ​ຜ່ານ​ມາ. ບັນດາ​ຜົນງານທີ່​ວາງສະ​ແດງ​ໃນ​ຄັ້ງ​ນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຮູບ​ແບບ​ໃໝ່​ກ່ຽວ​ກັບ​ຊີວິດ, ປະ​ເທດຊາດ, ປະຊາຊົນ ​ແລະ ບັນດາ​ຄຸນຄ່າ​ວັດທະນະທຳພົ້ນ​ເດັ່ນ​ທີ່​ມີລັກສະນະມູນເຊື້ອ​ ​ແລະ ຍຸກປະຈຸບັນ​ຂອງສອງປະ​ເທດ.

ງານວາງສະແດງ “ສີສັນວັດທະນະທຳ ຫວຽດນາມ ແລະ ຟີລິບປິນ”
ງານວາງສະແດງ “ສີສັນວັດທະນະທຳ ຫວຽດນາມ ແລະ ຟີລິບປິນ”. (ພາບ: tienphong)

ເຂດ​ວາງສະ​ແດງ​ໄດ້​ສະ​ແດງ​ຮູບ​ພາບຫວນຄືນສີສັນ, ວັດທະນະທຳ, ປະ​ເທດຊາດ, ປະຊາຊົນ ຫວຽດນາມ ​ແລະ ຟີ​ລິບ​ປິນ ທີ່ຈິງໃຈ. ຜ່ານກ້ອງຖ່າຍຂອງບັນດານັກຖ່າຍຮູບ, ມະຫາຊົນໄດ້ມີໂອກາດຊື່ນຊົມຄວາມສວຍສົດງົດງາມທີ່ເປັນເອກະລັກສະເພາະຂອງຫວຽດນາມ ແລະ ຟີລິບປິນ, ໃນນັ້ນມີທັດສະນີຍະພາບຫຼາຍແຫ່ງທີ່ເປັນມໍລະດົກວັດທະນະທຳ, ມໍລະດົກທຳມະຊາດທີ່ຈົດຊື່ໂດຍອົງການ UNESCO.

ພ້ອມ​ກັບ​ຮູບ​ຖ່າຍ, ງານ​ວາງ​ສະ​ແດງ​ ໄດ້​ສະ​ແດງ​ຜະ​ລິດ​ຕະ​ພັນ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຫວຽດ​ນາມ, ແຜ່ນແພຫັດຖະກຳ, ເສື້ອຜ້າອາພອນ​ປະຈຳຊາດ ຂອງຫວຽດນາມ - ປະເທດ​ທີ່​ມີພື້ນຖານ​ວັດ​ທະ​ນະ​ທຳ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ມາ​ແຕ່​ດົນ​ນານ. ການຕ່ຳ​ແຜ່ນ​ຕັດ​ຫຍິບຍັງເປັນຈຸດວັດທະນະທຳອັນຍາວນານຂອງຟີລິບປິນ. ໃນ​ປະ​ເທດ​ຟີລິບປິນ ​ທີ່​ມີ​ຫຼາຍ​ຮ້ອຍ​ຊົນ​ເຜົ່າ​ນີ້, ການຕ່ຳຜ້າ​ແມ່ນ​ຮູບ​ແບບ​ສິ​ລະ​ປະ, ວິ​ທີ​ສະ​ແດງ​ໃຫ້​ເຫັນ​ເອ​ກະ​ລັກ​ສະ​ເພາະຂອງ​ແຕ່​ລະ​ຄົນ ​ຫຼື ​ລຸ້ນ​ຕ່າງໆ.

ມາ​ຮອດ​ງານ​ວາງສະ​ແດງ “ສີສັນ​ວັດທະນະທຳ ຫວຽດນາມ ​ແລະ ຟີ​ລິບ​ປິນ”, ນັກ​ທ່ອງ​ທ່ຽວ​ ໄດ້​ມີ​ຄວາມຈັບອົກຈັບ​ໃຈ​ຫຼາຍ​ຢ່າງ ​ກ່ຽວ​ກັບ​ວັດທະນະທຳ, ຮີດຄອງ​ປະ​ເພນີ​ຂອງ​ປະຊາຊົນ 2 ປະ​ເທດ - ປະ​ເທດ​ທີ່​ມີ​ວັດທະນະທຳ​ທີ່​ຫຼາກ​ຫຼາຍ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ຟີ​ລິບ​ປິນ ​ໃນ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ ​ແລະ ການທ່ອງທ່ຽວ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.