ຫວຽດນາມ ມານະພະຍາຍາມຮັບປະກັນສິດທິມະນຸດໃນສະພາບການໃໝ່

06:30 | 13/12/2021

ໃນ​ປີ 2021, ດ້ວຍ​ການ​ຜັນ​ແປ​ຢ່າງ​ສັບສົນ​ຂອງ​ໂລກ​ລະບາດ​ໂຄ​ວິດ-19, ສິດ​ທິພື້ນຖານ​ຂອງ​ຊາວຫວຽດນາມ ຍັງ​ຄົງ​ໄດ້​ຮັບ​ການ​ຮັບປະກັນ.

ຫວຽດນາມ ພ້ອມກັບບັນດາປະເທດອາຊຽນ ຮັກສາຄວາມສາມັກຄີ, ຮັບມືກັບສິ່ງທ້າທາຍທີ່ພວມເກີດຂຶ້ນຢ່າງມີປະສິດທິຜົນ ຫວຽດນາມ ພ້ອມກັບບັນດາປະເທດອາຊຽນ ຮັກສາຄວາມສາມັກຄີ, ຮັບມືກັບສິ່ງທ້າທາຍທີ່ພວມເກີດຂຶ້ນຢ່າງມີປະສິດທິຜົນ
ຫວຽດນາມ ບັນລຸໄດ້ບາດກ້າວຄືບໜ້າໃນຂົງເຂດສິດທິມະນຸດ ຫວຽດນາມ ບັນລຸໄດ້ບາດກ້າວຄືບໜ້າໃນຂົງເຂດສິດທິມະນຸດ

ຕາມ​ທ່ານ​ນາງ Rana Flowers, ຫົວໜ້າຜູ້ຕາງໜ້າ​ກອງ​ທຶນ​​ສະຫະ​ປະຊາ​ຊາດ ເພື່ອເດັກນ້ອຍ (UNICEF) ປະຈຳ ຫວຽດນາມ ​ແລ້ວ: ພວກ​ຂ້າພະ​ເຈົ້າ​ຕີລາຄາສູງຄວາມ​ມານະ​ພະຍາຍາມ​ຢ່າງ​ໃຫຍ່​ຫຼວງ​ຂອງ​ລັດຖະບານ​ໃນ​ການ​ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19. UNICEF ​ໃຫ້​ຄຳ​ໝັ້ນ​ສັນຍາ​ໜູນ​ຊ່ວຍ​ລັດຖະບານ​ຫວຽດນາມ ປະຕິບັດ​ສິດ​ທິ​ເດັກນ້ອຍໃຫ້ປະກົດຜົນເປັນຈິງ​, ບໍ່ໃຫ້​ໃຜຖືກປະຢູ່ເບື້ອງ​ຫຼັງ.

ຫວຽດນາມ ມານະພະຍາຍາມຮັບປະກັນສິດທິມະນຸດໃນສະພາບການໃໝ່
ພາບປະກອບ: danang.gov.vn

ທີ່​ກອງ​ປະຊຸມ​ຮັບຮອງ​ເອົາ​ບົດ​ລາຍ​ງານ UPR ຮອບ​ທີ III ຢູ່​ສະພາ​ສິດທິ​ມະນຸດ ສປຊ ​ໃນ​ເດືອນກໍລະກົດ 2019, ຫວຽດນາມ ​ໄດ້​ຮັບຮອງ​ເອົາ​ຂໍ້​ສະ​ເໜີ 241/291 ຂໍ້. ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ໄດ້​ປະຕິບັດ 199/241 ​ຂໍ້​ສະ​ເໜີ​, ພວມ​ປະຕິບັດ ຫຼື ປະຕິບັດ​ບາງ​ສ່ວນ 32 ຂໍ້​ສະ​ເໜີ ​ແລະພວມ​ພິຈາລະນາ​ປະຕິບັດ 10 ຂໍ້​ສະ​ເໜີ​ແນະ​ໃນໄລຍະທີ່​ເໝາະ​ສົມ.

ປີ 2021 ກໍ່​ແມ່ນ​ຄັ້ງ​ທຳ​ອິດ​ທີ່ ຫວຽດນາມ ​ໄດ້​ສ້າງບົດ​ລາຍ​ງານ​ກາງ​ສະ​ໄໝ​ກ່ຽວ​ກັບ​ການ​ສະໝັກ​ໃຈ​ປະຕິບັດ​ບັນດາ​ຂໍ້​ສະ​ເໜີ​ແນະ UPR ຮອບ​ທີ III ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ສິດທິ​ມະນຸດ ສປຊ. ​ໃນ​ຖານະ​ເປັນ​ປະ​ເທດ​ໜຶ່ງ​ທີ່​ສ້າງ​ບົດ​ລາຍ​ງານ​ສະບັບ​ນີ້, ຫວຽດນາມ ​ໄດ້​ສະ​ແດງ​ຄວາມ​ຮັບຜິດຊອບ, ​ຄວາມໂປ່​ງ​ໃສ ​ແລະ ເຂັ້ມງວດ​ຕໍ່​ກົນ​ໄກ UPR ​ເວົ້າ​ສະ​ເພາະ ​ແລະ ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ​ກ່ຽວ​ກັບ​ການ​ຮັບປະກັນ​ສິດທິ​ມະນຸດ​ເວົ້າລວມ.

ບູນມີ

ເຫດການ
302 Found

Found

The document has moved here.