ກ່າວຄຳເຫັນທີ່ການປຶກສາຫາລື, ທ່ານ ຝ້າມຫາຍແອັງ - ອຸປະທູດຄະນະຜູ້ແທນຫວຽດນາມ ປະຈຳ ສປຊ ໃຫ້ຮູ້ວ່າ: ບັນດາລັດຖະບານທີ່ກ່ຽວຂ້ອງ ມີຄວາມຮັບຜິດຊອບຕົ້ນຕໍໃນການຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ແກ້ໄຂບັນດາສາເຫດຂອງການປະທະກັນ. ທ່ານອຸປະທູດ ຝ້າມຫາຍແອັງ ຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ບຸລິມະສິດການກູ້ຊີວິດ ເພື່ອບໍ່ໃຫ້ຜູ້ໃດຕ້ອງເສຍຊີວິດໃນເວລາຂ້າມຊາຍແດນ ຫຼື ຂ້າມທະເລ.
![]() |
| ຫວຽດນາມ ຢືນຢັນທັດສະນະໃນການແກ້ໄຂສິ່ງທ້າທາຍບັນຫາຜູ້ລີ້ໄພ. (ພາບ: TTXVN) |
ການເຂົ້າຮ່ວມ ແລະ ການສົນທະນາທີ່ມີລັກສະນະສ້າງສັນ ລະຫວ່າງບັນດາພາກສ່ວນທີ່ກ່ຽວຂ້ອງ ແມ່ນວິທີການທີ່ມີປະສິດທິຜົນທີ່ສຸດເພື່ອຊ່ວຍໃຫ້ຜູ້ລີ້ໄພກັບຄືນມາ ແລະ ເຊື່ອມໂຍງເຂົ້າກັນຄືນໃໝ່ຢ່າງປອດໄພ. ບັນດາມາດຕະການແກ້ໄຂ, ການເຄື່ອນໄຫວ, ບັນດາໂຄງການຮ່ວມມື ແລະ ໜູນຊ່ວຍສາກົນ ຕ້ອງຖືປະຊາຊົນເປັນໃຈກາງ, ຫຼີກລ້ຽງການຫັນເປັນການເມືອງ, ຮັບປະກັນສອດຄ່ອງກັບຫຼັກການເຄົາລົບອະທິປະໄຕ ແລະ ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ
ທ່ານເອກອັກຄະລັດຖະທູດ ຝ້າມຫາຍແອັງ ເນັ້ນໜັກເຖິງຄວາມຕ້ອງການຮັບປະກັນຄວາມໂປ່ງໃສ ໃນການອອກຂໍ້ກຳນົດກົດລະບຽບລີ້ໄພໃຫ້ຜູ້ຂໍລີ້ໄພ, ໃນວິວັດການຕັດສິນ ແລະ ກຳນົດນະໂຍບາຍ, ຕ້ອງຈຳແນກຜູ້ລີ້ໄພ ແລະ ຊາວອົບພະຍົບບໍ່ເປັນປະຈຳ ຫຼື ຜູ້ອົບພະຍົບເພື່ອເປົ້າໝາຍເສດຖະກິດ, ໂດຍສະເພາະແມ່ນໃນສະພາບການທີ່ພວມເກີດໄພຂົ່ມຂູ່ດ້ານຄວາມປອດໄພແບບໃໝ່.
ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຮ່ວມມືພາກພື້ນ ແລະ ສາກົນໃນດ້ານນີ້, ເຄົາລົບກົດໝາຍສາກົນ, ໃນນັ້ນມີການປະຕິບັດບັນດາພັນທະທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນດາສິ່ງທ້າທາຍທົ່ວໂລກຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ.
ຄຳຮຸ່ງ
