ອາເມລິກາ, ຍີ່ປຸ່ນ ກາຍເປັນຕະຫຼາດໃຫຍ່ ສຳລັບຜະລິດຕະພັນກະເສດຂອງຫວຽດນາມ

06:40 | 14/12/2021

ຍສໝ - ຫວ່າງແລ້ວນີ້, ໃນການ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຟຸ່ງດຶກ​ຕ໋ຽນ ​ໃຫ້​ຮູ້​ວ່າ: ການ​ສົ່ງ​ອອກ​ຜະລິດ​ຕະພັນ​​ກະ​ເສດ, ຊັບພະຍາກອນນ້ຳ ໃນ​ປີ 2021 ຈະ​ບັນລຸ 47 ຕື້ USD. ອາ​ເມ​ລິ​ກາ, ຍີ່​ປຸ່ນ, ສ.​ເກົາຫຼີ, ຈີນ ​ແມ່ນ​ຕະ​ຫຼາດໃຫຍ່ ທີ່​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ ຂອງ​ຫວຽດ​ນາມ.

ຈີນບໍ່ຢຸດຊົ່ວຄາວການນຳເຂົ້າຜັກ ແລະ ໝາກໄມ້ຈາກຫວຽດນາມ ຈີນບໍ່ຢຸດຊົ່ວຄາວການນຳເຂົ້າຜັກ ແລະ ໝາກໄມ້ຈາກຫວຽດນາມ
ການ​ສຳ​ມະ​ນາ - ການ​ເຊື່ອມ​ໂຍງ​ຊຸກ​ຍູ້​ການ​ສົ່ງ​ອອກຜະລິດຕະພັນກະເສດ​ຫວຽດ​ນາມ​ໄປ​ສູ່​ຕະຫຼາດ ທະ​ວີບ​ເອີ​ຣົບ, ທະ​ວີບ​ອາ​ເມ​ລິ​ກາ ການ​ສຳ​ມະ​ນາ - ການ​ເຊື່ອມ​ໂຍງ​ຊຸກ​ຍູ້​ການ​ສົ່ງ​ອອກຜະລິດຕະພັນກະເສດ​ຫວຽດ​ນາມ​ໄປ​ສູ່​ຕະຫຼາດ ທະ​ວີບ​ເອີ​ຣົບ, ທະ​ວີບ​ອາ​ເມ​ລິ​ກາ

ໃນ 11 ​ເດືອນ​ຕົ້ນ​ປີ 2021, ວົງ​ເງິນ​ສົ່ງ​ອອກ​ກະສິກຳ​ຂອງ​ຫວຽດນາມ ບັນລຸ 43,48 ຕື້ USD, ​ໃນ​ນັ້ນ​ເດືອນ​ພະຈິກ 2021 ບັນລຸ​ກວ່າ 4,1 ຕື້ USD.

“ຖ້າ​ຫາກ​ໃນ​ອັດຕາ​ເທົ່າ​ກັບ​ເດືອນ​ພະຈິກ 2021, ໃນເດືອນ​ທັນວາ 2021, ການ​ສົ່ງ​ອອກ​ບັນລຸ​ກວ່າ 4 ຕື້ USD, ການ​ສົ່ງ​ອອກ​ຂອງ​ປີ​ນີ້ຈະ​ບັນລຸ​ກວ່າ 47 ຕື້ USD. ນີ້​ແມ່ນ​ໝາກຜົນ​ທີ່​ໜ້າ​ປະ​ທັບ​ໃຈ​ຂອງ​ຂະ​ແໜງ​ກະສິກຳ​ຂອງ​ຫວຽດນາມ ​ໃນ​ປີ 2021”. ທ່ານ ຟຸ່ງດຶກ​ຕ໋ຽນ ເນັ້ນ​ໜັກ​.

ອາເມລິກາ, ຍີ່ປຸ່ນ ກາຍເປັນຕະຫຼາດໃຫຍ່ ສຳລັບຜະລິດຕະພັນກະເສດຂອງຫວຽດນາມ
ອາເມລິກາ, ຍີ່ປຸ່ນ ກາຍເປັນຕະຫຼາດໃຫຍ່ ສຳລັບຜະລິດຕະພັນກະເສດຂອງຫວຽດນາມ. (ພາບ: tapchitaichinh)

ອາ​ເມ​ລິ​ກາ, ຍີ່ປຸ່ນ, ສ.​ເກົາຫຼີ, ຈີນ ​ແມ່ນ​ຕະຫຼາດ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ​ໃຫຍ່​ຂອງ​ຫວຽດນາມ, ​ໃນ​ນັ້ນ, ອາ​ເມ​ລິ​ກາ ​ຊື້​ເຄື່ອງ​ເຟີ​ນີ​ເຈີ​ໄມ້​ຈາກ​ຫວຽດນາມ​ຫຼາຍ​ທີ່​ສຸດ, ​ໃນ​ຂະນະ​ນັ້ນ ຈີນ​ນຳ​ເຂົ້າ​ໝາກ​ໄມ້​ຂອງ​ຫວຽດນາມ​ເປັນ​ຈຳນວນ​​ຫຼາຍ.

ຕາມ​ການ​ຕີ​ລາຄາ​ຂອງ ​ທ່ານ​ຮອງ​ລັດຖະມົນຕີ ຟຸ່ງດຶກ​ຕ໋ຽນ ແລ້ວ, ເພື່ອບັນລຸໄດ້ບັນດາ​ໝາກຜົນ​ດັ່ງກ່າວ, ບັນດາ​ຂະ​ແໜງ​​ຕົ້ນຕໍ ຄື ການ​ປູກຝັງ ໄດ້​ບັນລຸ 19,3 ຕື້ USD, ​ເພີ່ມ​ຂຶ້ນ 13,7% (​ໃນ​ນັ້ນ​ມີ​ຢາງພາລາ, ກາ​ເຟ, ໝາກມ່ວງ​ຫິມະພານ, ໝາກພິກ​ໄທ, ​ເຂົ້າສານ, ມັນ​ຕົ້ນ ​ແລະ ຜະລິດ​ຕະພັນ​ມັນ​ຕົ້ນ… ມີບາງ​ຂະ​ແໜງເພີ່ມຂຶ້ນຫຼາຍກວ່າ 54%). ນອກຈາກນັ້ນ, ຂະແໜງປ່າໄມ້ປີນີ້ ກໍລື່ນກາຍຄາດໝາຍທີ່ວາງໄວ້ຢ່າງໜ້າປະທັບໃຈ.

ມາ​ຮອດ​ປະຈຸ​ບັນ, ການ​ສົ່ງ​ອອກ​ໄມ້ ​ແລະ ຜະລິດ​ຕະພັນ ໄດ້​ບັນລຸ 14,3 ຕື້ USD, ​ແນ່ນອນ​ວ່າ​ ຈະບັນລຸ​ກວ່າ 15 ຕື້ USD ​ໃນ​ປີ 2021, ​ເມື່ອ​ທຽບ​ໃສ່​ຄາດໝາຍ​ບັນລຸ​ປະມານ 13 ຕື້ USD. ການ​ສົ່ງ​ອອກ​ອາ​ຫານ​ທະ​ເລ​ ໃນ​ຕະຫຼອດ​ປີ​ ອາດຈະ​ບັນ​ລຸ 8,6-8,7 ຕື້ USD.

ທ່ານ​ຮອງ​ລັດຖະມົນຕີ ຟຸ່ງດຶກ​ຕ໋ຽນ ​ໃຫ້​ຮູ້​ວ່າ: ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ສືບ​ຕໍ່​ເຈລະຈາ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ຕະຫຼາດ, ພິ​ເສດ​ແມ່ນ​ບັນດາ​ຕະຫຼາດ​ທີ່​ມີ​ອັດຕາ​ສ່ວນ​ການ​ສົ່ງ​ອອກ​ສູງ ​ຄື: ອາ​ເມ​ລິ​ກາ, EU, ຍີ່ປຸ່ນ, ສ.​ເກົາຫຼີ ​ແລະ ຈີນ. ພ້ອມ​ກັນ​ນັ້ນ, ທ່ານ​ຮອງ​ລັດຖະມົນຕີ ຟຸ່ງດຶກ​ຕ໋ຽນ ກໍ​ໄດ້​ຊີ້​ນຳ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ ໃຫ້​ບັນດາ​ຕະຫຼາດ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ ​ໂດຍ​ໄວ. ຫວຽດນາມ ​ໄດ້​ສົ່ງ​ອອກ​ຊີ້ນ​ໄກ່​ໄປ​ຍັງ​ຕະຫຼາດ​ທີ່ເຄັ່ງຄັດ ​ຄື ຍີ່ປຸ່ນ ດ້ວຍ​ປະລິມານ​ທີ່​​ຫຼາຍສົມຄວນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.