ຫວຽດນາມ ໄດ້ສະເໜີການຮ່າງປະດິດສ້າງດ້ານເສດຖະກິດທີ່ກອງປະຊຸມ ອາຊຽນ 2020
ຍສໝ - ບັນດາການຮ່າງມະຕິທີ່ສະເໜີ ໂດຍຫວຽດນາມເພື່ອຮັບປະກັນວ່າ ອາຊຽນ ຈະສືບຕໍ່ຊຸກຍູ້ການສ້າງຕັ້ງປະຊາຄົມເສດຖະກິດ ດ້ວຍຖານະທີ່ເປັນໃຈກາງໃນການຮ່ວມມືພາກພື້ນ ແລະ ທົ່ວໂລກໃນປີ 2020.
ຍສໝ - ບັນດາການຮ່າງມະຕິທີ່ສະເໜີ ໂດຍຫວຽດນາມເພື່ອຮັບປະກັນວ່າ ອາຊຽນ ຈະສືບຕໍ່ຊຸກຍູ້ການສ້າງຕັ້ງປະຊາຄົມເສດຖະກິດ ດ້ວຍຖານະທີ່ເປັນໃຈກາງໃນການຮ່ວມມືພາກພື້ນ ແລະ ທົ່ວໂລກໃນປີ 2020.
ກອງປະຊຸມຄັ້ງທີ 10 ຂອງຄະນະກຳມະການຄົບຄະນະກ່ຽວກັບປະຊາຄົມເສດຖະກິດອາຊຽນ (CoW 10) ຖືກດຳເນີນຢູ່ຮ່າໂນ້ຍ.
ຍສໝ - ຂໍ້ຕົກລົງສຳຄັນກ່ຽວກັບຍຸດທະສາດພັດທະນາເສດຖະກິດ ສັງຄົມ ໄລຍະ2011 – 2020, ແມ່ນປີສຸດທ້າຍແຫ່ງການປະຕິບັດແຜນການເສດຖະກິດ ສັງຄົມ ໄລຍະ5 ປີ ຄືແຕ່ປີ 2016 – 2020 ແລະ ວາງແຜນການພັດທະນາໃຫ້ໄລຍະຕໍ່ໄປ.
ຍສໝ - ຕາມບັນດາຜູ້ຊ່ຽວຊານໃຫ້ຮູ້ວ່າ, ບັນດາວິສາຫະກິດ ຫວຽດນາມ ຕ້ອງປັບປຸງຄຸນນະພາບ, ຮູບແບບ ຂອງຜະລິດຕະພັນ ແລະ ການໂຄສະນາຮູບພາບ ເພື່ອເພີ່ມຄວາມສາມາດແກ່ງແຍ່ງ ໃນຕະຫຼາດ RCEP.
ຍສໝ - ນັບແຕ່ວັນທີ 1 ມັງກອນ 2020, ຫວຽດນາມ ດໍາລົງຕໍາແໜ່ງເປັນປະທານອາຊຽນ. ເນື່ອງໃນໂອກາດນີ້, ທ່ານ ຫງວຽນກວກຢູງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ເລຂາທິການໃຫຍ່ຄະນະກໍາມະການແຫ່ງຊາດອາຊຽນ 2020 ໄດ້ຕອບສໍາພາດຕໍ່ສື່ມວນຊົນກ່ຽວກັບວຽກງານກະກຽມ ແລະບັນດາບຸລິມະສິດ ເຊິ່ງຫວຽດນາມ ຈະຊຸກຍູ້ໃນອາຍຸການເປັນປະທານອາຊຽນ 2020.
ຍສໝ - ປີ 2020 ຫວຽດນາມສືບຕໍ່ປັບປຸງ, ເພີ່ມທະວີພື້ນຖານເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຍົກສູງປະສິດທິຜົນ, ສະມັດຕະພາບ, ຄຸນນະພາບ, ລັກສະນະເປັນເຈົ້າຕົນເອງ ແລະ ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ. ຍູ້ແຮງການປ່ຽນແປງໃຫມ່, ສ້າງລະບອບນະໂຍບາຍໃຫ້ສົມບູນແບບ, ສ້າງແຫລ່ງກຳລັງໃຫ້ເຂັ້ມແຂງ, ສ້າງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດຢ່າງສະດວກງ່າຍດາຍ.
ຍສໝ - ຕອນບ່າຍວັນທີ 30 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີຮັບຮອງການສົ່ງອອກ, ນຳເຂົ້າສິນຄ້າຂອງຫວຽດນາມ ບັນລຸຕົວເລກ 500 ຕື້ USD.
ຄະນະປ້ອງກັນຄວາມສະຫງົບທະເລ ອິນໂດເນເຊຍ ໃຫ້ຮູ້ວ່າ ໃນລະຫວ່າງ ວັນທີ 19 – 24 ທັນວາມີ ກ່ຳປັ່ນຫາປາ ແລະ ກ່ຳປັ່ນຂອງກຳລັງປ້ອງກັນຝັ່ງທະເລຂອງຈີນຢ່າງໜ້ອຍ 63 ລຳ ໄດ້ເຂົ້າເຂດນ່ານທະເລ Natuna ຢ່າງຜິດກົດໝາຍ.
ຍສໝ - ເສດຖະກິດຫວຽດນາມ ໄດ້ຮັບການເຕີບໂຕຢ່າງໜ້າປະທັບໃຈໃນປີ 2019, ລື່ນກາຍຄາດໝາຍເຊິ່ງລັດຖະບານໄດ້ວາງອອກ.
ຍສໝ - ຕອນເຊົ້າວັນທີ 24 ທັນວາ 2019, ກະຊວງການຕ່າງປະເທດຫວຽດນາມ ແລະ ກະຊວງການຕ່າງປະເທດລາວ ໄດ້ຈັດຕັ້ງ ກອງປະຊຸມສໍາມະນາກ່ຽວກັບວຽກງານການທູດເສດຖະກິດຂອງຫວຽດນາມ ແລະ ລາວ ໃນສະພາບການໃໝ່: ພຶດຕິກໍາຕົວຈິງ ແລະ ບົດຮຽນ.
ຍສໝ - ດ້ວຍຄວາມເອົາໃຈໃສ່ຂອງລັດຖະບານ, ຄວາມມານະພະຍາຍາມຂອງບັນດາກະຊວງ, ຂະແໜງການສອງຝ່າຍ, ປີ 2019, ວົງເງິນການຄ້າຫວຽດນາມ-ລາວ ໄດ້ມີບາດກ້າວພັດທະນາໃໝ່.
ຍສໝ - ປີ 2019 ແມ່ນປີທີສອງລຽນຕິດ ເສດຖະກິດຫວຽດນາມ ບັນລຸ ແລະ ລື່ນກາຍ 12/12 ຄາດໝາຍຊື່ງສະພາແຫ່ງຊາດໄດ້ວາງອອກ.
ຍສໝ - ໃນຕອນເຊົ້າວັນທີ 9 ທັນວາ 2019, ທີ່ນະຄອນດ່ານັ້ງ ສສ ຫວຽດນາມ, ຄະນະປະຕິບັດງານຂອງກຳມາທິການເສດຖະກິດພ້ອມກັບກຳມາທິການວິທະຍາສາດ, ເຕັກໂນໂລຢີ ແລະສິ່ງແວດລ້ອມຂອງສະພາແຫ່ງຊາດ ໂດຍທ່ານ ຫວູຮົ່ງແທັງ, ປະທານກໍາມາທິການເສດຖະກິດເປັນຫົວໜ້າຄະນະໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານກຳມາທິການເສດຖະກິດ, ເຕັກໂນໂລຢີ ແລະສິ່ງແວດລ້ອມລາວ.
ຍສໝ - ໃນແຜນການພັດທະນາເສດຖະກິດ ສັງຄົມ ໄລຍະ 2016 – 2020, ຫວຽດນາມ ຍາມໃດກໍ່ຮັກສາການເຕີບໂຕ GDP ຢູ່ໃນລະດັບສູງ (6,84%), ໃນນັ້ນ ປີ 2018 ບັນລຸ 7,08% ແລະ ປີ 2019 ຄາດວ່າບັນລຸ 7,1%.
ຍສໝ - ໃນການເຮັດວຽກເປັນເວລາກ່ວາ 1 ເດືອນ, ສະພາແຫ່ງຊາດໄດ້ພິຈາລະນາ, ປະກອບຄຳເຫັນ ແລະ ຮັບຮອງເອົາຮ່າງກົດໝາຍ, ມະຕິຫລາຍສະບັບ, ພິເສດແມ່ນບັນດາແຜນນະໂຍບາຍ, ນະໂຍບາຍການພັດທະນາເສດຖະກິດ - ສັງຄົມປະເທດຊາດໃນຊຸມປີຕໍ່ໄປ.
ກອງປະຊຸມໂຕະມົນປະຈຳປີ 2019 ໄດ້ເປີດຂຶ້ນ ໃນວັນທີ 26 ພະຈິກ 2019 ທີ່ຫ້ອງວ່າການແຂວງ ຫລວງພະບາງ, ໃຫ້ກຽດເປັນປະທານໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງ, ແຂວງຫລວງພະບາງ ແລະ ທ່ານ ນາງ ຊາຣ່າ ຊິກເກັນເນສ ຜຸ້ປະສານງານ ຂອງອົງການສະຫະປະຊາຊາດ ປະຈຳ ສ ປປ ລາວ ໂດຍມີຜູ້ຕາງໜ້າຈາກກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ພ້ອມດ້ວຍບັນດາຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ, ອົງການທີ່ບໍ່ຫວັງຜົນກໍາໄລ ແລະ ພາກເອກະຊົນ ເຂົ້າຮ່ວມ.
ກອງປະຊຸມການທະນາຄານ ອາຊຽນ ຄັ້ງທີ 22 ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ນະຄອນຫຼວງພະນົມເປັນ, ປະເທດ ກໍາປູເຈຍ ໃນຕອນເຊົ້າວັນທີ 25 ພະຈິກ.
ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ວັນທີ 15 ພະຈິກ 2019 ຢູ່ສະພາແຫ່ງຊາດ (ຫຼັກ 6) ກອງປະຊຸມດັ່ງກ່າວ ໂດຍເປັນປະທາຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ.
ຕອນເຊົ້າວັນທີ 11 ພະຈິກ, ສະພາແຫ່ງຊາດຫວຽດນາມໄດ້ຮັບຟັງບົດອະພິປາຍແລະບົດລາຍງານການກວດກາໂຄງການກົດໝາຍວ່າດ້ວຍການລົງທຶນດ້ວຍຮູບການຄູ່ຮ່ວມມືລະຫວ່າງພາກລັດແລະເອກະຊົນ (PPP).
ຕອນບ່າຍວັນທີ 4 ພະຈິກ, ທີ່ສໍານັກງານສູນກາງພັກ, ທ່ານ ຫງວຽນວັນບີ່ງ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະເສດຖະກິດສູນກາງພັກກອມມູນິດຫວຽດນາມ ໄດ້ຕ້ອນຮັບຄະນະພະນັກງານກອງທຶນເງິນຕາສາກົນ (IMF) ໂດຍທ່ານນາງ Era Dabla-Norris, ຫົວໜ້າມາດຕາ IV, ກົມອາຊີ-ປາຊີຟິກ ເປັນຫົວໜ້າຄະນະ.