ເຊື້ອ CoVid 19 ຈະສົ່ງຜົນກະທົບທາງລົບເຖິງພື້ນຖານເສດຖະກິດ ຂອງ ບັນດາປະເທດ ອາຊຽນທັງໝົດ

16:35 | 21/02/2020

ຍສໝ - ເຊື້ອ CoVid 19 ຈະສົ່ງຜົນກະທົບທາງລົບເຖິງພື້ນຖານເສດຖະກິດ ຂອງ ບັນດາປະເທດ ອາຊຽນທັງໝົດ, ເຮັດໃຫ້ ພາກພື້ນນີ້ ອາດຈະ ເສຍຫາຍ ປະມານ 2,4 – 3,4 ຕື້ USD.

ເຊື້ອ CoVid 19 ຈະສົ່ງຜົນກະທົບທາງລົບເຖິງພື້ນຖານເສດຖະກິດ ຂອງ ບັນດາປະເທດ ອາຊຽນທັງໝົດ

ພາບປະກອບ

ຖ້າຫາກວ່າ ໂລກລະບາດ CoVid 19 ແກ່ຍາວໃນຮອບ 6 ເດືອນ, ພື້ນຖານເສດຖະກິດ ຂອງ ຈີນ ອາດຈະບັນລຸໄດ້ການເຕີບໂຕພຽງແຕ່ 4,7%ໃນປີນີ້ິ້, ຕ່ຳກ່ວາ 1% ເມື່ອທຽບໃສ່ກັບການຄາດຄະເນກ່ອນທີ່ຈະເກີດຂຶ້ນ ໂລກລະບາດ. ສິ່ງນີ້ ອາດຈະເຮັດໃຫ້ການເຕີບໂຕຂອງ ອາຊຽນຫຼຸດລົງ ປະມານ 0,07 – 0,11% ເມື່ອທຽບໃສ່ທຸກປີ. ຕອນເຊົ້າວັນທີ 20 ກຸມພາ, ກອງປະຊຸມພິເສດຂອງສະພາປະສານງານ ອາຊຽນໄດ້ດຳເນີນຢູ່ ນະຄອນຫຼວງ ວຽງຈັນ ໂດຍມີການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດ 10 ປະເທດສະມາຊິກ ອາຊຽນ ແລະ ເລຂາທິການໃຫຍ່ ອາຊຽນ. ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.

ກ່າວຄຳປາໄສຢູ່ກອງປະຊຸມໃນຕຳແໜ່ງເປັນປະທານສະພາປະສານງານ ອາຊຽນ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າກອງປະຊຸມຄັ້ງແມ່ນນີ້ແນໃສ່ປະສານງານຄວາມມານະພະຍາຍາມ ແລະ ແລກປ່ຽນ ບັນດາມາດຕະການຮ່ວມມືຂອງ ອາຊຽນກ່ຽວກັບການຮັບມືກັບເຊື້ອພະຍາດອັກເສບປອດ Covid-19. ກອງປະຊຸມກໍ່ແມ່ນເພື່ອຜັນຂະຫຍາຍຖະແຫຼງການຂອງປະທານ ອາຊຽນ ກ່ຽວກັບການຮັບມືລວມຂອງ ອາຊຽນ ຕໍ່ການລະບາດຂອງ ເຊື້ອພະຍາດ COVID-19. ນີ້ແມ່ນໂອກາດເພື່ອໃຫ້ບັນດາປະເທດຊຸກຍູ້ການຮ່ວມມືກັບບັນດາຄູ່ຮ່ວມມືແນໃສ່ສະກັດກັ້ນເຊື້ອພະຍາດໃຫ້ຫຼາຍກ່ວາອີກ.

ທີ່ກອງປະຊຸມຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ ແລະ ຕ້ານໂລກລະບາດ Covid – 19 ເມື່ອຕອນເຊົ້າວັນທີ 19 ກຸມພາ ຢູ່ຮ່າໂນ້ຍ, ຄະນະຊີ້ນໍາໄດ້ຕີລາຄາວ່າ ວຽກງານປ້ອງກັນ, ຕ້ານ, ປິ່ນປົວ ຢູ່ບັນດາທ້ອງຖິ່ນໃນໄລຍະທີ່ຜ່ານມາ ໄດ້ປະຕິບັດເປັນຢ່າງດີ. ມາຮອດປັດຈຸບັນ, ໃນຈໍານວນຄົນເຈັບຕິດ Covid – 19 ຈໍານວນ 16 ຄົນ ກໍໄດ້ມີ 14 ຄົນຫາຍດີແລ້ວ. ຄະນະຊີ້ນໍາໄດ້ປຶກສາຫາລືກ່ຽວກັບວິທີການແກ້ໄຂ, ເງື່ອນໄຂດໍາເນີນບັນດາບາດກ້າວກະກຽມຕາມເນື້ອໃນຈິດໃຈຊີ້ນໍາຂອງນາຍົກລັດຖະມົນຕີ ແມ່ນເດັດດ່ຽວໃຫ້ໂລກລະບາດສິ້ນສຸດລົງໂດຍໄວ ນໍາການດໍາລົງຊີວິດຂອງປະຊາຊົນ, ການເຄື່ອນໄຫວເສດຖະກິດສັງຄົມກັບຄືນສູ່ປົກກະຕິໂດຍໄວ.

ວັນທີ 17 ກຸມພາ, ທ່ານ ດ່າວດີ່ງເກື່ອງ ຫົວໜ້າສູນຄວບຄຸມພະຍາດແຂວງ ລ້າງເຊີນ ໃຫ້ຮູ້ວ່າ: ພົນລະເມືອງ 120 ຄົນຖືກແຍກຕົວນັບແຕ່ວັນທີ 03 ກຸມພາ ໄດ້ມີເງື່ອນໄຂຄົບຖ້ວນເພື່ອກັບຄືນສູ່ວົງຄະນະຍາດ. ພົນລະເມືອງທັງໝົດເຫຼົ່ານັ້ນ ລ້ວນແຕ່ໄດ້ຮັບການຕີລາຄາວ່າ ມີສຸຂະພາບແຂງແຮງດີ ຈາກບັນດາອົງການເຈົ້າໜ້າທີ່, ອົງການສາທາລະນະສຸກແຂວງ ລ້າງເຊີນ; ປະຕິບັດສຳເລັດການຕິດຕາມກວດກາ, ແຍກຕົວເປັນເວລາ 14 ວັນ. ພະແນກສາທາລະນະສຸກແຂວງ ລ້າງເຊີນ ໄດ້ມອບໃບຢັ້ງຢືນໃຫ້ແກ່ບັນດາພົນລະເມືອງທີ່ສຳເລັດການແຍກຕົວເປັນເວລາ 14 ວັນຕາມຂໍ້ກຳນົດຂອງກະຊວງສາທາລະນະສຸກ.

(ໄຊພອນ)

ເຫດການ
302 Found

Found

The document has moved here.