ເພີ່ມທະວີການພັດທະນາການແລກປ່ຽນດ້ານເສດຖະກິດ, ແຮງງານ ແລະ ການທ່ອງທ່ຽວຫວຽດນາມ - ຍີ່ປຸ່ນ

06:27 | 14/01/2020

ຍສໝ - ວັນທີ 13 ມັງກອນ, ພິທີເປີດກອງປະຊຸມເສດຖະກິດ, ແຮງງານ ແລະ ການທ່ອງທ່ຽວຫວຽດນາມ - ຍີ່ປຸ່ນ ໄດ້ດຳເນີນຢູ່ນະຄອນ ດານັງ, ໂດຍການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ແລະ ຜູ້ແທນ 800 ຄົນທີ່ມາຈາກທັງສອງປະເທດ.

ກອງປະຊຸມດັ່ງກ່າວແມ່ນຢູ່ໃນຂອບການຢ້ຽມຢາມ ຫວຽດນາມ ຂອງທ່ານ Nikai Toshihiro, ເລຂາທິການໃຫຍ່ພັກປະຊາທິປະໄຕເສລີ, ປະທານສະຫະພັນຜູ້ແທນມິດຕະພາບຍີ່ປຸ່ນ - ຫວຽດນາມ, ເຊິ່ງດຳເນີນໃນລະຫວ່າງວັນທີ 11-14 ມັງກອນ 2020.

ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ສະແດງຄວາມຍິນດີຕໍ່ການມາຢ້ຽມຢາມ ຂອງທ່ານ Nikai Toshihiro ແລະຄະນະຜູ້ແທນຍີ່ປຸ່ນ, ດ້ວຍຂະໜາດໃຫຍ່ທີ່ສຸດ ສຳລັບໂຄງການແລກປ່ຽນລະຫວ່າງ ຫວຽດນາມ - ຍີ່ປຸ່ນ ທີ່ບໍ່ເຄີຍມີມາກ່ອນ, ໃນສະພາບການການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ໄດ້ພັດທະນາຢ່າງເຂັ້ມແຂງ, ຮອບດ້ານແລະມີປະສິດທິຜົນສູງຂື້ນ. ປັດຈຸບັນ, ຍີ່ປຸ່ນ ແມ່ນນັກລົງທຶນຕ່າງປະເທດອັນດັບ 2, ແມ່ນຄູ່ຮ່ວມມືດ້ານການທ່ອງທ່ຽວອັນດັບທີ 3 ແລະ ຄູ່ຮ່ວມມືດ້ານການຄ້າ ອັນດັບທີ 4 ຂອງຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ເນັ້ນໜັກວ່າ ບັນດາກອງປະຊຸມ, ເວທີປາໄສກ່ຽວກັບແຮງງານ, ການລົງທຶນ ແລະ ການທ່ອງທ່ຽວ ໄດ້ຈັດຕັ້ງໃນຄັ້ງນີ້ແມ່ນມີຄວາມໝາຍສຳຄັນທີ່ສຸດ; ມັນແມ່ນໂອກາດ ເພື່ອໃຫ້ບັນດາອົງການທີ່ກ່ຽວຂ້ອງ, ທ້ອງຖິ່ນ ແລະ ວິສາຫະກິດຂອງສອງປະເທດ ປຶກສາຫາລື ແລະ ສະເໜີມາດຕະການສະເພາະ, ພ້ອມທັງຊ່ວຍເພີ່ມທະວີການເຊື່ອມຕໍ່ລະຫວ່າງເສດຖະກິດສອງປະເທດ. ຈາກນັ້ນເປີດໂອກາດໃໝ່ໃຫ້ແກ່ການຮ່ວມມື ເພື່ອຊຸກຍູ້ການຮ່ວມມືທີ່ມີປະສິດທິຜົນ, ແທດຈິງລະຫວ່າງສອງປະເທດ.

ເພີ່ມທະວີການພັດທະນາການແລກປ່ຽນດ້ານເສດຖະກິດ, ແຮງງານ ແລະ ການທ່ອງທ່ຽວຫວຽດນາມ - ຍີ່ປຸ່ນ

ທ່ານ Nikai Toshihiro ກ່າວຄຳເຫັນທີ່ກອງປະຊຸມ. (ຮູບ: VGP)

ກ່ຽວກັບຝ່າຍຍີ່ປຸ່ນ, ທ່ານ Nikai Toshihiro ໃຫ້ຮູ້ວ່າ, ໃນຊຸມປີມໍ່ໆມານີ້, ການພົວພັນລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ນັບມື້ນັບແໜ້ນແຟ້ນ, ພິເສດແມ່ນໃນຂົງເຂດການລົງທຶນ, ແຮງງານ ແລະ ການທ່ອງທ່ຽວ. ທ່ານ Nikai Toshihiro ຫວັງວ່າຜ່ານບັນດາເຫດການດັ່ງກ່າວ, ຈະມີການພົວພັນຮ່ວມມືຫຼາຍຢ່າງລະຫວ່າງບັນດາທ້ອງຖິ່ນ ແລະ ວິສາຫະກິດຫວຽດນາມ ແລະ ຍີ່ປຸ່ນ. ພ້ອມກັນນີ້, ຜ່ານກອງປະຊຸມສຳມະນາ, ບັນດາຜູ້ແທນຂອງທັງສອງຝ່າຍ ຈະເຂົ້າໃຈນະໂຍບາຍ, ກົດລະບຽບ ແລະ ນະໂຍບາຍພິເສດ ລະຫວ່າງສອງລັດຖະບານເພື່ອສືບຕໍ່ການຮ່ວມມື ແລະ ພັດທະນາໃນຕໍ່ໜ້າ.

ທີ່ກອງປະຊຸມສໍາມະນາ, ປະຊາຄົມວິສາຫະກິດສອງປະເທດຖືວ່າ ຄວາມສາມາດບົ່ມຊ້ອນໃນການຮ່ວມມືລົງທຶນ, ການທ່ອງທ່ຽວ, ແຮງງານຢູ່ຫວຽດນາມແມ່ນຍັງໃຫຍ່ຫຼວງຢູ່.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.