ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ໄດ້ຮັບຮອງເອົາ 12 ຂໍ້ສະເໜີກ່ຽວກັບຫົວຄິດປະດິດສ້າງ ແລະ ບຸລິມະສິດໃນການຮ່ວມມືເສດຖະກິດຂອງຫວຽດນາມ

12:14 | 11/03/2020

ຍສໝ - ວັນທີ 10 ມີນາ, ບັນດາລັດຖະມົນຕີເສດຖະກິດຂອງປະເທດອາຊຽນ ໄດ້ຈັດກອງປະຊຸມຢ່າງເປັນທາງການໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 26 (AEM), ທີ່ນະຄອນ ດານັງ. ທ່ານລັດຖະມົນຕີກະຊວງເສດຖະກິດຫວຽດນາມ ເຈີນຕ໋ວນແອັງ ເປັນປະທານກອງປະຊຸມຄັ້ງນີ້.

ທີ່ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ AEM ແຄບຄັ້ງທີ 26, ບັນດາລັດຖະມົນຕີເສດຖະກິດ ອາຊຽນ ໄດ້ຮັບຮອງເອົາຢ່າງເປັນທາງການ 12 ຂໍ້ສະເໜີ ກ່ຽວກັບຫົວຄິດປະດິດສ້າງ ແລະ ບຸລິມະສິດໃຫ້ແກ່ການຮ່ວມມືດ້ານເສດຖະກິດຂອງ ຫວຽດນາມ ໃນປີປະທານອາຊຽນ 2020. ດ້ວຍຂໍ້ຫົວຄິດປະດິດສ້າງທີ່ກ່ຽວຂ້ອງ ເພື່ອຫຼຸດຜ່ອນຄ່າບໍລິການຍ້າຍເຂດໂທລະສັບຂ້າມຜ່ານລະຫວ່າງປະເທດ, ບັນດາລັດຖະມົນຕີຍັງໄດ້ອະນຸມັດ ແຕ່ໄດ້ມອບໝາຍໃຫ້ໜ່ວຍງານວິຊາສະເພາະ ເພື່ອຊີ້ແຈງບັນຫາທາງເຕັກນິກບາງຢ່າງກ່ອນຈະສາມາດນຳໃຊ້ໄດ້ຢ່າງເປັນທາງການ.

ບັນດາຫົວຄິດປະດິດສ້າງ ແລະ ບຸລິມະສິດຂອງ ຫວຽດນາມ ໃນໄລຍະປະທານອາຊຽນປີ 2020 ສຸມໃສ່ ໃນບັນດາຂົງເຂດຄື ການຄ້າເອເລັກໂຕນິກ, ການຄ້າສິນຄ້າ, ພະລັງງານ, ເຕັກໂນໂລຢີຂໍ້ມູນຂ່າວສານ, ກະສິກຳ, ການພັດທະນາແບບຍືນຍົງ ແລະ ການເງິນ, ສະຖິຕິ, ນະວັດຕະກຳ … ໄດ້ຖືກສ້າງຂຶ້ນໃນ 3 ທິດທາງລວມມີ: ການສົ່ງເສີມການເຊື່ອມຕໍ່ພາຍໃນອາຊຽນ; ສົ່ງເສີມການຮ່ວມມືເພື່ອສັນຕິພາບ ແລະ ພັດທະນາແບບຍືນຍົງ; ແລະ ຍົກສູງຄວາມສາມາດໃນການປັບຕົວ ແລະ ປະສິດທິພາບການດຳເນີນງານຂອງອາຊຽນ.

ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ໄດ້ຮັບຮອງເອົາ 12 ຂໍ້ສະເໜີກ່ຽວກັບຫົວຄິດປະດິດສ້າງ ແລະ ບຸລິມະສິດໃນການຮ່ວມມືເສດຖະກິດຂອງຫວຽດນາມ

ທັດສະນີຍະພາບກອງປະຊຸມ AEM ຄັ້ງທີ 26 (AEM), ທີ່ນະຄອນ ດານັງ. (ພາບ: baoquocte)

ການຮັບຮອງເອົາບັນດາຂໍ້ຫົວຄິດປະດິດສ້າງ, ບູລິມະສິດເຫຼົ່ານີ້ ແມ່ນໝາກຜົນທີ່ສຳຄັນຊ່ວຍໃນການຢັ້ງຢືນບົດບາດຂອງ ອາຊຽນ ຕໍ່ການເພີ່ມທະວີຄວາມສາມັກຄີໃນພາກພື້ນ, ເພີ່ມທະວີກຳລັງພາຍໃນພາກພື້ນ, ເສີມຂະຫຍາຍບົດບາດຂອງປະຊາຄົມເສດຖະກິດ ອາຊຽນ, ແລະ ຕອບສະໜອງຢ່າງຕັ້ງໜ້າ ຕໍ່ ໂອກາດ ແລະ ສິ່ງທ້າທາຍທີ່ກຳລັງຟູຂຶ້ນຈາກສະພາບການໂລກ ແລະ ພາກພື້ນ.

ໂດຍສະເພາະ, ດ້ວຍການການເຄື່ອນໄຫວທີ່ສັບສົນ ຂອງການລະບາດ Covid-19, ບົດບາດທີ່ຕັ້ງໜ້າ ແລະ ການເໝາະສົມຂອງປະຊາຄົມເສດຖະກິດ ອາຊຽນ ໄດ້ຖືກສະແດງອອກໂດຍ ຫວຽດນາມ ໂດຍຜ່ານການສະເໜີອອກຖະແຫຼງການຮ່ວມລັດຖະມົນຕີ ເພື່ອຮັກສາລະບົບການສະໜອງ ແລະ ຄວາມຢືດຢຸ່ນທາງດ້ານເສດຖະກິດຂອງ ອາຊຽນ, ອຳນວຍຄວາມສະດວກ ໃນການສະໜອງວັດຖຸດິບໃຫ້ແກ່ທຸລະກິດ, ໂດຍສະເພາະ ແມ່ນທຸລະກິດຂະໜາດນ້ອຍ ແລະ ກາງ, ໃນສະພາບການລະບາດຂອງ Covid-19 ທີ່ບໍ່ພຽງແຕ່ສົ່ງຜົນກະທົບຢ່າງຮ້າຍແຮງ ສຳຫຼັບສຸຂະພາບຂອງປະຊາຊົນ, ແຕ່ຍັງສົ່ງຜົນກະທົບສົ່ງຜົນກະທົບເສດຖະກິດພາກພື້ນ.

ນອກຈາກນີ້, ຢູ່ນອກກອງປະຊຸມ AEM ແຄບ, ໄດ້ຮັບຮູ້ເຖິງຄວາມຈຳເປັນໃນການສ້າງຕັ້ງ ເວທີການຮ່ວມມືລະຫວ່າງລັດ ແລະ ເອກະຊົນ ຮ່ວມກັນດີຈີຕອນສຳລັບ ອາຊຽນ, ສະໜັບສະໜູນວິສາຫະກິດຫັນປ່ຽນເປັນດິຈິຕອນຂະໜາດນ້ອຍ, ຂະໜາດກາງ MSMEs . ດ້ວຍເຫດນັ້ນ, ບັນດາວິສາຫະກິດ ອາຊຽນ ຈະມີໂອກາດແຂ່ງຂັນກັບເສດຖະກິດທີ່ໃຫຍ່ໂຕອື່ນໆ, ພ້ອມທັງອຳນວຍຄວາມສະດວກ ໃຫ້ແກ່ການຫັນປ່ຽນສະພາບແວດລ້ອມແຫ່ງການດຳເນີນທຸລະກິດດີຈີຕອນໃໝ່.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.