ຫາລືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ

16:49 | 14/02/2020

ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ໄດ້​ຈັດ​ກອງ​ປະ­ຊຸມ​ຄະ­ນະ​ຊີ້​ນຳ​ລວມ ເພື່ອ​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ການ​ສະ­ຫຼຸບ​ຕີ​ລາ­ຄາ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ VIII (2016-2020) ແລະ ການ​ສ້າງ​ແຜນ 5 ປີ ຄັ້ງ​ທີ IX (2021-2025) ຂຶ້ນ​ວັນ​ທີ 12 ກຸມ­ພາ 2020 ທີ່​ກະ­ຊວງ ເປັນ​ປະ­ທານ​ຂອງ​ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ມີ​ບັນ­ດາ​ຮອງ​ລັດ­ຖະ­ມົນ­ຕີ ແລະ ຜູ້­ຕາງ­ໜ້າ​ຈາກ​ຂະ­ແໜງ­ການ​ຂັ້ນ​ສູງ​ກາງ​ເຂົ້າ​ຮ່ວມ.

ຫາລືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ

ກອງ​ປະ­ຊຸມ​ໄດ້​ປຶກ­ສາ​ຫາ­ລື​ເນື້ອ​ໃນ​ເບື້ອງ​ຕົ້ນ​ຂອງ​ແຜນ­ການ 5 ປີ ຄັ້ງ​ທີ IX

ກອງ​ປະ­ຊຸມ​ໄດ້​ປຶກ­ສາ​ຫາ­ລື​ເນື້ອ​ໃນ​ເບື້ອງ​ຕົ້ນ​ຂອງ​ແຜນ­ການ 5 ປີ ຄັ້ງ​ທີ IX ໂດຍ​ສະ­ເພາະ ໜ້າ​ວຽກ​ຈຸດ​ສຸມ​ທີ່​ເປັນ​ບຸລິ​ມະ​ສິດ​ຂອງ 6 ເປົ້າ​ໝາຍ​ໃຫຍ່​ທີ່​ກຳ­ນົດ​ໄວ້​ໃນ​ແຜນ​ງານ​ດັ່ງ­ກ່າວ ເພື່ອ​ຮັບ­ປະ­ກັນ​ໃຫ້​ມີ​ຄວາມ​ເໝາະ​ສົມ ແລະ ຄົບ​ຖ້ວນ​ເຮັດ​ໃຫ້​ຫຼາຍ​ຂໍ້​ມູນ​ມີ​ຄວາມ​ຊັດ​ເຈນ ແລະ ສາ­ມາດ​ນຳ​ເຂົ້າ​ໄປ​ປັບ­ປຸງ​ຮ່າງ​ແຜນ 5 ປີ ຄັ້ງ​ທີ IX ໃຫ້​ມີ​ຄວາມ​ເປັນ​ເອ­ກະ​ພາບ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ໂດຍ​ສະ­ເພາະ ການ​ປະ­ຕິ­ບັດ​ຂອບ​ເວ­ລາ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ຄຳ​ສັ່ງ ເລກ​ທີ 05/ນຍ ແລະ ແຜນ​ດຳ­ເນີນ​ງານ​ໃຫ້​ສຳ­ເລັດ​ຕາມ​ລະ­ດັບ​ຄາດ­ໝາຍ.

ຂະ​ບວນ​ການ​ສ້າງ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ IX ໄດ້​ເລີ່ມ​ມາ​ແຕ່​ຕົ້ນ​ປີ 2019 ໃນ​ໄລ­ຍະ​ຜ່ານ​ມາ ໄດ້​ມີ​ການ​ຈັດ​ກອງ​ປະ­ຊຸມ​ລະ­ດົມ​ແນວນ​ຄວາມ​ຄິດ​ຮ່ວມ​ກັບ​ບັນ­ດາ​ຂະ­ແໜງ­ການ​ຂັ້ນ​ສູນ​ກາງ ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ ບັນ­ດາ​ສະ​ຖາ​ບັນ​ຄົ້ນ­ຄວ້າ​ຄູ່​ຮ່ວມ​ພັດ­ທະ­ນາ ແລະ ພາກ​ເອ­ກະ​ຊົນ ໄປ​ຄຽງ​ຄູ່​ກັບ​ການ​ຈັດ​ສຳ​ມະ​ນາ​ຫົວ­ຂໍ້​ວິ­ທະ­ຍາ ສາດ​ຕ່າງໆ ເພື່ອ​ຄວາມ​ເປັນ​ເອ­ກະ​ພາບ​ໃນ​ດ້ານ​ເນື້ອ​ໃນ​ຂອງ​ແຜນ​ງານ ແລະ​ອື່ນໆ.

ປັດ­ຈຸ­ບັນ ລັດ­ຖະ­ບານ ກໍ​ຄື ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ໄດ້​ສຳ­ເລັດ​ຮ່າງ​ເບື້ອງ​ຕົ້ນ​ຂອງ​ແຜນ­ການ​ດັ່ງ­ກ່າວ ລວມ​ມີ 6 ເປົ້າ​ໝາຍ​ໃຫຍ່ ເຊັ່ນ: ເປົ້າ​ໝາຍ​ເສດ­ຖະ­ກິດ​ແຫ່ງ​ຊາດ​ເຕີບ​ໂຕ​ຢ່າງ​ມີ​ຄຸນ​ນະ​ພາບ​ສົມ​ດຸນ ແລະ ຍືນ​ຍົງ ເປົ້າ​ໝາຍ​ສ້າງ​ຊັບ­ພະ­ຍາ­ກອນ​ມະ­ນຸດ​ມີ​ຄຸນ​ນະ​ພາບ​ດີ​ຂຶ້ນ ທັງ​ມີ​ຄວາມ​ສາ­ມາດ​ຄົ້ນ­ຄວ້າ ແລະ ນຳ​ໃຊ້​ວິ­ທະ­ຍາ­ສາດ-ເຕັກ​ໂນ​ໂລ​ຊີ ແລະ ພູມ​ປັນ­ຍາ​ເພື່ອ​ສົ່ງ­ເສີມ​ການ​ຜະ­ລິດ-ການ​ບໍ­ລິ­ການ​ໃຫ້​ຫຼາກ​ຫຼາຍ ແລະ ມີ​ມູນ​ຄ່າ​ເພີ່ມ​ສູງ​ຂຶ້ນ ເປົ້າ​ໝາຍ​ຊີ­ວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດ­ຖຸ ແລະ ຈິດ­ໃຈ​ຂອງ​ປະ­ຊາ­ຊົນ​ໄດ້​ຮັບ​ການ​ຍົກ​ລະ­ດັບ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ ເປົ້າ​ໝາຍ​ການ​ພັດ­ທະ­ນາ​ໄປ​ຕາມ​ທິດ​ສີ­ຂຽວ ແລະ ເປັນ​ມິດ​ຕໍ່​ສິ່ງ­ແວ­ດລ້ອມ​ການ​ຮ່ວມ​ມື ເຊື່ອມ​ໂຍງ ແລະ ເຊື່ອມ​ຈອດ​ພາຍ​ໃນ​ພາກ​ພື້ນ ແລະ ສາ­ກົນ​ໃຫ້​ມີ​ຄວາມ​ເຂັ້ມ­ແຂງ ແລະ ທັນ​ສະ­ໄໝ ແລະ ເປົ້າ​ໝາຍ​ການ​ຄຸ້ມ​ຄອງ​ບໍ­ລິ­ຫານ​ລັດ​ມີ​ປະ­ສິດ­ທິ­ພາບ ແລະ ສັງ­ຄົມ​ໄດ້​ຮັບ​ການ​ປົກ​ປ້ອງ​ຢ່າງ​ມີ​ຄວາມ​ສັກ­ສິດ​ຕາມ​ທິດ​ການ​ຄຸ້ມ​ຄອງ​ລັດ​ດ້ວຍ​ກົດ­ໝາຍ.

ໂອ­ກາດ​ນີ້ ທ່ານ​ຮອງ​ນາ­ຍົກ​ໄດ້​ເນັ້ນ​ໃຫ້​ບັນ­ດາ​ກະ­ຊວງ ແລະ ຂະ­ແໜງ­ການ​ເອົາ​ໃສ່​ສ້າງ​ແຜນ 5 ປີ​ຂອງ​ຕົນ ໃຫ້​ສອດ­ຄ່ອງ​ກັບ​ເປົ້າ​ໝາຍ​ທີ່​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ IX ກຳ­ນົດ​ເພື່ອ​ເຮັດ​ໃຫ້​ແຜນ​ດັ່ງ­ກ່າວ​ເປັນ​ແຜນ­ທີ່​ສາ­ມາດ​ຈັດ​ຕັ້ງ​ປະ­ຕິ­ບັດ​ໃຫ້​ບັນ­ລຸ​ຕາມ​ເປົ້າ​ໝາຍ ແລະ ຄາດ­ໝາຍ​ທີ່​ວາງ​ໄວ້ ໂດຍ​ສະ­ເພາະ ການ​ແນ­ໃສ່​ສູ້​ຊົນ​ນຳ­ພາ​ປະ­ເທດ​ຊາດ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ­ທຸກ​ຍາກ ປີ 2024 ກາຍ­ເປັນ​ປະ­ເທດ​ທີ່​ມີ​ລາຍ​ຮັບ​ປານ​ກາງ-ສູງ ແລະ ບັນ­ລຸ​ເປົ້າ​ໝາຍ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ​ປາ­ກົດ​ຜົນ​ເປັນ​ຈິງ ປີ 2030.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.