ຂະແໜງການທູດຫວຽດນາມ ໄດ້ເປັນເຈົ້າການໃນການຜັນຂະຫຍາຍວຽກງານການທູດເສດຖະກິດຢ່າງຮອບດ້ານ ແລະມີປະສິດທິຜົນ

12:17 | 22/03/2020

ຍສໝ - ໃນປີ 2019, ກະຊວງການຕ່າງປະເທດ ໄດ້ເອົາໃຈໃສ່ຂຸດຄົ້ນບັນດາເວທີປາໄສຫຼາຍຝ່າຍ ແລະເຫດການໂຄສະນາໃຫຍ່ຄືເວທີປາໄສເສດຖະກິດໂລກ (WEF) ຢູ່ Davos (ວັນທີ 22-26 ມັງກອນ), ວັນອາຊຽນ-ຍີ່ປຸ່ນ (ວັນທີ 4 ມີຖຸນາ), ບັນດາການເຄື່ອນໄຫວໂຄສະນາຢູ່ Hokkaido, ຍີ່ປຸ່ນ (ວັນທີ 14-16 ກັນຍາ) ແລະຢູ່ອິນເດຍ (ວັນທີ 18-22 ພະຈິກ) ເພື່ອສ້າງຂົວຕໍ່ນໍາວິສາຫະກິດຫວຽດນາມ ອອກສູ່ໂລກກໍາແໜ້ນທ່າອຽງພັດທະນາໃໝ່, ພ້ອມທັງຊອກຫາກາລະໂອກາດຮ່ວມມືກັບບັນດາກຸ່ມບໍລິສັດໃນທົ່ວໂລກ.

ກະຊວງການຕ່າງປະເທດພ້ອມກັບບັນດາກະຊວງ, ຂະແໜງການໄດ້ຂົນຂວາຍສໍາເລັດຜົນ ແລະລົງນາມສັນຍາການຄ້າເສລີຫວຽດນາມ-ອີຢູ (EVFTA) ແລະສັນຍາປົກປ້ອງການລົງທຶນຫວຽດນາມ-ອີຢູ (EVIPA) ຢ່າງເປັນທາງການໃນທ້າຍເດືອນ ມີຖຸນາ 2019, ຢັ້ງຢືນບົດບາດນໍາໜ້າຂອງຫວຽດນາມ ແມ່ນໜຶ່ງໃນສີ່ປະເທດເອີລົບ ທຳອິດ ແລະແມ່ນປະເທດອາຊຽນ ທີ 2 ລົງນາມ FTA ກັບອີຢູ.

ຂະແໜງການທູດຫວຽດນາມ ໄດ້ເປັນເຈົ້າການໃນການຜັນຂະຫຍາຍວຽກງານການທູດເສດຖະກິດຢ່າງຮອບດ້ານ ແລະມີປະສິດທິຜົນ

ທ່ານ ບຸ່ຍແທັງເຊີນ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ ແລກປ່ຽນກັບບັນດາສະມາຊິກລັດຖະສະພາອີຢູ ໃນການປະຕິບັດງານຢູ່ເອີລົບ, ເດືອນ ກຸມພາ 2020. (ພາບ: baoquocte.vn)

ຂະແໜງການທູດກໍ່ເອົາໃຈໃສ່ເສີມຂະຫຍາຍບົດບາດ ແລະການເຂົ້າຮ່ວມຂອງຫວຽດນາມ ໃນບັນດາກົນໄກຮ່ວມມືຢູ່ອະນຸພາກພື້ນແມ່ນໍ້າຂອງຄືການຮ່ວມມືອະນຸພາກພື້ນແມ່ນໍ້າຂອງເປີດກວ້າງ (GMS), ສາມຫຼ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ (CLV), ການຮ່ວມມືກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV), ຍຸດທະສາດການຮ່ວມມືເສດຖະກິດແມ່ນໍ້າຂອງ (ACMECS). ກະຊວງການຕ່າງປະເທດພ້ອມກັບເຄືອຂ່າຍບັນດາອົງການຜູ້ຕາງໜ້າໃນທົ່ວໂລກໄດ້ຕັ້ງໜ້າໜູນຊ່ວຍວິສາຫະກິດຊອກຮູ້ຄູ່ຮ່ວມມື, ເປີດກວ້າງການຕະຫຼາດ, ໂດຍສະເພາະແມ່ນສຳລັບຄູ່ຮ່ວມມືຫຼັກແຫຼ່ງ ແລະຕະຫຼາດໃຫຍ່.

ໃນປີ 2019, ກະຊວງການຕ່າງປະເທດ ໄດ້ເປັນປະທານສົມທົບກັບບັນດາທ້ອງຖິ່ນຈັດຕັ້ງຫຼາຍກອງປະຊຸມ, ການໂອ້ລົມສົນທະນາໃນບັນດາການເຄື່ອນໄຫວ “ພົບປະເອກອັກຄະລັດຖະທູດ”, “ໂຄສະນາທ້ອງຖິ່ນຢູ່ຕ່າງປະເທດ (Viet Nam Provincial Roadshow – VPR)”, “ແນະນໍາທ້ອງຖິ່ນ”, ຄຽງຂ້າງນັ້ນໄດ້ຈັດຕັ້ງການຝຶກອົບຮົມບໍາລຸງສ້າງພາຍໃນປະເທດກວ່າ 60 ຊຸດໃຫ້ແກ່ບັນດາການນໍາ, ພະນັກງານທ້ອງຖິ່ນ, ດ້ວຍຈໍານວນເພີ່ມຂຶ້ນ 102,2% ເມື່ອທຽບໃສ່ກັບປີ 2018.

ພື້ນຖານເສດຖະກິດໂລກມີຄວາມສ່ຽງຈະຕົກເຂົ້າສູ່ສະພາບຊຸດໂຊມດ້ວຍລະດັບເຕີບໂຕໃນທົ່ວໂລກຕໍ່າສຸດໃນໜຶ່ງທົດສະວັດຜ່ານມາ, ເຊື້ອພະຍາດ Covid-19 ມີການຜັນແປຢ່າງສັບສົນໃນທົ່ວໂລກ... ພວມແມ່ນປັດໄຈສ່ຽງໄພທີ່ສົ່ງຜົນກະທົບເຖິງພື້ນຖານເສດຖະກິດໂລກ. ປີ 2020 ກໍ່ແມ່ນຂີດໝາຍສໍາຄັນເມື່ອປະເທດສໍາເລັດແຜນການພັດທະນາເສດຖະກິດ-ສັງຄົມ 2020 ແລະດໍາລົງສອງຕໍາແໜ່ງ ຢູ່ອາຊຽນ ແລະສະຫະປະຊາຊາດ.

ໃນສະພາບການນັ້ນ, ຂະແໜງການທູດຈະສືບຕໍ່ເສີມຂະຫຍາຍບົດບາດນຳໜ້າໃນວຽກງານການທູດເສດຖະກິດເພື່ອແນໃສ່ຫັນບັນດາເປົ້າໝາຍຂອງປະເທດໃຫ້ປະກົດຜົນເປັນຈິງ, ຜັນຂະຫຍາຍແນວທາງການພົວພັນຕ່າງປະເທດເຊິ່ງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ວາງອອກ, ໃກ້ຊິດຕິດແທດຄໍາສັ່ງເລກທີ 25-CT/TW ຂອງຄະນະເລຂາທິການກ່ຽວກັບການຍູ້ແຮງ ແລະຍົກລະດັບການທູດຫຼາຍຝ່າຍຮອດປີ 2030 ແລະປະຕິບັດໜ້າທີ່ເຊິ່ງການນໍາຂັ້ນສູງໄດ້ຊີ້ນໍາຢູ່ກອງປະຊຸມການທູດ 30.

(ໄຊພອນ)

ເຫດການ
302 Found

Found

The document has moved here.