ປີ 2020, ເສດຖະກິດຂອງຫວຽດນາມ ຍັງຄົງສືບຕໍ່ເປັນປົກກະຕິ ແລະ ເຕີບໂຕໃນລະດັບແຕ່ 6,8% - 7%

12:22 | 21/01/2020

ຍສໝ - ໃນປີ 2020 ແລະ ຊຸມປີຈະມາເຖິງ, ກາລະໂອກາດລົງທຶນຂອງຫວຽດນາມ ຈະນອນໃນບັນດາຂະແໜງການທີ່ມີີຄ່າໄດ້ປຽບມາແຕ່ດົນນານຄື ຕໍາແຜ່ນຕັດຫຍິບ, ເກີບໜັງ, ເຄື່ອງເຟີນີເຈີ, ເຄື່ອງເອເລັກໂຕນິກ; ຜະລິດຕະພັນກະເສດ ແລະ ສິນໃນນໍ້າ...

ປີ 2020, ເສດຖະກິດຂອງຫວຽດນາມ ຍັງຄົງສືບຕໍ່ເປັນປົກກະຕິ ແລະ ເຕີບໂຕໃນລະດັບແຕ່ 6,8% - 7%

ໃນປີ 2020 ແລະ ຊຸມປີຈະມາເຖິງ, ກາລະໂອກາດລົງທຶນຂອງຫວຽດນາມ ຈະນອນໃນບັນດາຂະແໜງການທີ່ມີີຄ່າໄດ້ປຽບມາແຕ່ດົນນານຄື ຕໍາແຜ່ນຕັດຫຍິບ...(ພາບ: baoquocte.vn)

ບັນດານັກຊ່ຽວຊານທາງດ້ານເສດຖະກິດໃຫ້ຂໍ້ສັງເກດວ່າ ໝາກຜົນດັ່ງກ່າວ ຈະແມ່ນປະຖົມປັດໄຈ, ສ້າງທ່ວງທ່າໃຫ້ແກ່ປີ 2020, ເສດຖະກິດຂອງຫວຽດນາມ ຍັງຄົງສືບຕໍ່ເປັນປົກກະຕິ ແລະ ເຕີບໂຕໃນລະດັບແຕ່ 6,8% - 7%. ໃນນັ້ນ, ກໍາລັງໜູນເຕີບໂຕນັ້ນ ແມ່ນເກີດມາຈາກບັນດາຂະແໜງທີ່ມີທ່າໄດ້ປຽບມາແຕ່ດົນນານ. ໃນປີ 2020 ກາລະໂອກາດລົງທຶນຂອງຫວຽດນາມ ຈະນອນໃນບັນດາຂະແໜງການທີ່ມີີຄ່າໄດ້ປຽບມາແຕ່ດົນນານຄື ຕໍາແຜ່ນຕັດຫຍິບ, ເກີບໜັງ, ເຄື່ອງເຟີນີເຈີ, ເຄື່ອງເອເລັກໂຕນິກ; ຜະລິດຕະພັນກະເສດ ແລະ ສິນໃນນໍ້າ. ບັນດາຂະແໜງໜູນຊ່ວຍຕາໜ່າງຜະລິດ, ເພີ່ມທະວີລະບົບມູນຄ່າ, ການບໍລິການໜູນຊ່ວຍ, logistic, ອຸດສາຫະກໍາສະໜັບສະໜູນ. ຄວາມສາມາດບົ່ມຊ້ອນກໍນອນຢູ່ໃນບັນດາຂົງເຂດທີ່ຫາກໍພົ້ນເດັ່ນ ຄື ເສດຖະກິດຂຽວ, ເສດຖະກິດປະດິດຄິດສ້າງ, ເສດຖະກິດດີຈີຕອນ...

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.