ຫວຽດນາມ ໄດ້ສະເໜີການຮ່າງປະດິດສ້າງດ້ານເສດຖະກິດທີ່ກອງປະຊຸມ ອາຊຽນ 2020

16:38 | 13/01/2020

ຍສໝ - ບັນດາການຮ່າງມະຕິທີ່ສະເໜີ ໂດຍຫວຽດນາມເພື່ອຮັບປະກັນວ່າ ອາຊຽນ ຈະສືບຕໍ່ຊຸກຍູ້ການສ້າງຕັ້ງປະຊາຄົມເສດຖະກິດ ດ້ວຍຖານະທີ່ເປັນໃຈກາງໃນການຮ່ວມມືພາກພື້ນ ແລະ ທົ່ວໂລກໃນປີ 2020.

ຕອນເຊົ້າວັນທີ 11 ມັງກອນ, ທີ່ຮ່າໂນ້ຍ ສືບຕໍ່ດຳເນີນມື້ທີ 3 ຂອງກອງປະຊຸມໃຫຍ່ ພາຍໃຕ້ຂອບການຮ່ວມມືເສດຖະກິດ ອາຊຽນ ປີ 2020, ກອງປະຊຸມຄັ້ງທີ 10 ຂອງ ກຳມະການຄົບຄະນະ ແລະ ປະຊາຄົມເສດຖະກິດອາຊຽນ (CoW 10).

ອີງຕາມຂໍ້ມູນ ຈາກກົມນະໂຍບາຍການຄ້າຫຼາຍຝ່າຍ, ກະຊວງອຸດສາຫະກຳ ແລະ ການຄ້າ, ການສົນທະນາຂອງ CoW 10 ກ່ຽວພັນບັນດາບັນຫາລວມມີ: ບັນດາບຸລິມະສິດຕົ້ນຕໍຂອງຫຼັກແຫຼ່ງ ເສດຖະກິດ ອາຊຽນ ໃນປີ 2020 ໄດ້ສະເໜີ ໂດຍຫວຽດນາມ; ບຸລິມະສິດຂອງບັນດາຫຼັກແຫຼ່ງອື່ນໆຂອງອາຊຽນເຊັ່ນ: ຄວາມໝັ້ນຄົງ - ການເມືອງ, ວັດທະນະທຳ - ສັງຄົມ ແລະ ການພົວພັນກັບບັນດາບຸລິມະສິດທີ່ໄດ້ສະເໜີ; ເພີ່ມທະວີການເຊື່ອມຕໍ່ໃນອາຊຽນ; ການປະຕິວັດອຸດສາຫະກຳ 4.0 ແລະ ຂຸດຄົ້ນເສດຖະກິດໃນປະຊາຄົມເສດຖະກິດອາຊຽນ.

ຫວຽດນາມ ໄດ້ສະເໜີການຮ່າງປະດິດສ້າງດ້ານເສດຖະກິດທີ່ກອງປະຊຸມ ອາຊຽນ 2020

ບັນດາຜູ້ແທນຂອງບັນດາປະເທດອາຊຽນພາກັນຖ່າຍຮູບທີ່ລະລຶກໃນກອງປະຊຸມ. (ພາບ: plo.vn)

ນອກຈາກນີ້, CoW 10 ຍັງໄດ້ປຶກສາຫາລືກ່ຽວກັບຂົງເຂດວິຊາສະເພາະ ໃນອາຊຽນໃນປີ 2020 ເຊັ່ນ: ການຄ້າ, ການລົງທືນ, ການບໍລິການ, ການອຳນວຍຄວາມສະດວກດ້ານການຄ້າ, ການປົກປ້ອງຜູ້ບໍລິໂພກ, ຊັບສິນທາງປັນຍາ, ການປະຕູດຽວຂອງອາຊຽນ ແລະ ມາດຕະຖານຄຸນະພາບ; ການທົບທວນໃນໄລຍະກາງຂອງແຜນການ AEC 2025, ບັນດາບຸລິມະສິດພື້ນຖານ ແລະ ຂໍ້ສະເໜີຂອງອາຊຽນ - BAC 2020.

ກົມນະໂຍບາຍການຄ້າຫຼາຍຝ່າຍກ່າວວ່າ ໃນຖານະເປັນປະທານອາຊຽນ 2020, ຕັ້ງແຕ່ຕົ້ນປີ, ຫວຽດນາມ ໄດ້ນຳສະເໜີ 14 ຮ່າງປະດິດສ້າງດ້ານເສດຖະກິດທີ່ກອງປະຊຸມ ອາຊຽນ 2020 ແລະ ໂຄງການຮ່ວມມື ເພື່ອຮັບປະກັນວ່າ ອາຊຽນຈະສືບຕໍ່ຊຸກຍູ້ການສ້າງປະຊາຄົມເສດຖະກິດ ແລະ ທີ່ໃຈກາງໃນປີ 2020 ໃນຂອບການຮ່ວມມືໃນພາກພື້ນ ແລະ ສາກົນ.

(ຄຳຮຸ່ງ)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.