ຫວຽດນາມ ໄດ້ຍົກອອກ 3 ທິດກຳນົດບຸລິມະສິດທີ່ຂຶ້ນກັບເສົາຄໍ້າເສດຖະກິດອາຊຽນໃນປີ 2020

16:30 | 16/01/2020

ຍສໝ - ບົນພື້ນຖານຫົວຂໍ້ລວມຂອງປີອາຊຽນ 2020 “ສະໜິດຕິດພັນ ແລະເປັນເຈົ້າການໃນການປັບຕົວ”, ຫວຽດນາມ ໄດ້ຍົກອອກ 3 ທິດກຳນົດບຸລິມະສິດທີ່ຂຶ້ນກັບເສົາຄໍ້າເສດຖະກິດອາຊຽນໃນປີ 2020

ຫວຽດນາມ ໄດ້ຍົກອອກ 3 ທິດກຳນົດບຸລິມະສິດທີ່ຂຶ້ນກັບເສົາຄໍ້າເສດຖະກິດອາຊຽນໃນປີ 2020

ບັນຍາກາດທີ່ກອງປະຊຸມ.(ພາບ: TTXVN)

ກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ຄັ້ງທີ 1 ປີ 2020 (SEOM 1/51) ໄດ້ຮັບການຈັດຕັ້ງໃນລະຫວ່າງວັນທີ 12-14 ມັງກອນ ຢູ່ຮ່າໂນ້ຍ. ກອງປະຊຸມ SEOM 1/51 ໄດ້ສຸມໃສ່ປຶກສາຫາລື, ພິຈາລະນາຮັບຮອງເອົາບົດລາຍງານຂອງບັນດາກຸ່ມປະຕິບັດງານສະເພາະຂະແໜງທີ່ຂຶ້ນກັບ SEOM, ຄື: ບັນດາກຸ່ມສິນຄ້າ, ການບໍລິການ, ການລົງທຶນ, ການຫັນການຄ້າເປັນງ່າຍດາຍ, ມາດຕະຖານຄຸນນະພາບ, ບັນດາບໍລິສັດຂະໜາດກາງ ແລະນ້ອຍ, ກົດລະບຽບວ່າດ້ວຍຕົ້ນກຳເນີດ. ບົນພື້ນຖານຫົວຂໍ້ລວມຂອງປີອາຊຽນ 2020 “ສະໜິດຕິດພັນ ແລະເປັນເຈົ້າການໃນການປັບຕົວ”, ຫວຽດນາມ ໄດ້ຍົກອອກ 3 ທິດກຳນົດບຸລິມະສິດທີ່ຂຶ້ນກັບເສົາຄໍ້າເສດຖະກິດອາຊຽນໃນປີ 2020, ລວມມີ: ຊຸກຍູ້ການຮ່ວມສຳພັນ ແລະເຊື່ອມຕໍ່ເສດຖະກິດພາຍໃນອາຊຽນ; ຍູ້ແຮງການພົວພັນຄູ່ຮ່ວມມືເພື່ອສັນຕິພາບ ແລະການພັດທະນາແບບຍືນຍົງ ແລະຍົກສູງກໍາລັງຄວາມສາມາດປັບຕົວ ແລະປະສິດທິຜົນໃນການເຄື່ອນໄຫວຂອງອາຊຽນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.