ຍສໝ - ໃນຂອບເຂດບ້ວງໜູນຊ່ວຍສຸກເສີນໃຫ້ນະຄອນ ໂຮ່ຈີມິນ, ອົງການ World Vision ຫວຽດນາມ ຫາກໍ່ມອບເງິນສົດ ໃຫ້ແກ່ລູກຫຼານຂອງບັນດາຄອບຄົວທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ເມືອງບິ່ງແຈ່ງ...
ຍສໝ - ຕອນເຊົ້າວັນທີ 8 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດວິສາຫະກິດຫວຽດນາມ - ອາເມລິກາ ຄັ້ງທີ 5 ດ້ວຍຫົວຂໍ້ “ປັບປຸງການພົວພັນເສດຖະກິດ 2 ຝ່າຍ”.
ຍສໝ - ຕອນທ່ຽງວັນທີ 8 ມີນາ, ຖ້ຽວບິນໝາຍເລກ VN88 ຂອງ ບໍລິສັດການບິນ Vietnam Airlines ໄດ້ເລີ່ມຕົ້ນການເດີນທາງອອກຈາກ Bucharest (ຣູມານີ), ນຳຊາວຫວຽດນາມ 287 ຄົນກັບເມືອສະໜາມບິນສາກົນ ໂນ້ຍບາຍ, ຮ່າໂນ້ຍ ຢ່າງປອດໄພ.
ຍສໝ - ຫວ່າງແລ້ວນີ້, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ຝະລັ່ງ ດີງຕ່ວານຖັງ ໄດ້ໃຫ້ການຕ້ອນຮັບທ່ານ Fabien Gay, ຫົວໜ້າບັນນາທິການໃຫຍ່ ໜັງສືພິມມະນຸດສະທຳ - l’Humanité, ທັງເປັນສະມາຊິກສະພາສູງ ແລະ ສະມາຊິກສະພາທົ່ວປະເທດພັກກອມມູນິດ ຝະລັ່ງ.
ຍສໝ - ສອງສາມປີມານີ້, ຄົນທີ່ມັກທ່ອງທ່ຽວມັກກະຊິບກັນກ່ຽວກັບຈຸດເຊັກອິນ ທີ່ສວຍງາມທີ່ເອີ້ນວ່າ ພູພຽງລົມແດງເທິງພູ ຕ່າດຸ່ງ (ດັກນົງ).
ຍສໝ - ວັນທີ 12 ມີນາ ຢູ່ທີ່ວັດໂຊໂຈຈິ, ເລກທີ 4-7-35 ຖະໜົນສິບະໂກະເອນ, ເມືອງມິນາໂຕ, ນະຄອນໂຕກຽວ, ປະເທດຍີ່ປຸ່ນ ໄດ້ມີກິດຈະກຳການໃຫ້ຄຳປຶກສາທາງການແພດ ແລະ ກວດພະຍາດວັນນະໂລກ (ສ່ອງ X-ray ໜ້າເອິກ) ສະເພາະໃຫ້ຄົນຕ່າງປະເທດ, ພິເສດແມ່ນໃນທີ່ນີ້ມີການຊ່ວຍເຫຼືອທາງດ້ານພາສາຫວຽດ. ກິດຈະກຳໂຄງການນີ້ແມ່ນບໍ່ເສັຍຄ່າໃຊ້ຈ່າຍໃດໆ ແລະ ບໍ່ຈຳເປັນຕ້ອງຈອງຄິວກ່ອນລ່ວງໜ້າ.
ຍສໝ - ຫວ່າງແລ້ວນີ້, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອັກຊັງຕິນ ທັງຮັບຜິດຊອບ ປຣາກວາຍ ແລະ ອູຣູກວາຍ ເຢຶອງກວັກແທ່ງ ໄດ້ສະເໜີຂໍ້ຕົກລົງຂອງທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ແຕ່ງຕັ້ງຕຳແໜ່ງກົງສຸນ ຫວຽດນາມ ປະຈຳ ປຣາກວາຍ ໃຫ້ ທ່ານນາງ Maria del Carmen Perez Falabella ຜ່ານຮູບການອອນລາຍ.
ຍສໝ - ສະມາຄົມຊາວຫວຽດນາມ ອາໄສຢູ່ມາກາວ (ຈີນ) ຫາກໍ່ຈັດຕັ້ງການພົບປະ ສັງສັນຕົ້ນລະດູບານໃໝ່ປີ 2022 ແລະ ອວຍພອນວັນແມ່ຍິງສາກົນໃນວັນທີ 8 ມີນາ, ດ້ວຍການເຂົ້າຮ່ວມຂອງ 400 ຄົນ, ໃນນັ້ນມີຄະນະບໍລິຫານງານສະມາຄົມ, ແຂກຜູ້ມີກຽດ ແລະ ຜູ້ຕາງໜ້າ 21 ແຂວງ/ນະຄອນ, ຄະນະສິລະປະ, ຄະນະກິລາຂອງປະຊາຄົມຊາວຫວຽດນາມ.
ນອກຈາກການສ້າງຕັ້ງຄະນະກຳມະການໜູນຊ່ວຍພໍ່ແມ່ພີ່ນ້ອງຂາວຫວຽດນາມຢູ່ຕ່າງປະເທດທີ່ລີ້ໄພຈາກຢູເຄຣນ, ລວມມີພະນັກງານສະຖານທູດ, ພະນັກງານຂອງສະມາຄົມ, ສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ກໍ່ໄດ້ສ້າງຕັ້ງ 2 ກຸ່ມ ລວມທັງກຸ່ມຂໍ້ມູນຂ່າວສານກົດໝາຍ ແລະ ກຸ່ມພະລາທິການ.
ຍສໝ - ປ່າສະຫງວນແຫ່ງຊາດ Bidoup - ນຸ໊ຍບ່າ ແມ່ນຫນຶ່ງໃນ 5 ປ່າສະຫງວນ ແຫ່ງຊາດທີ່ໃຫຍ່ທີ່ສຸດຂອງຫວຽດນາມ. ປ່າສະຫງວນແຫ່ງຊາດ ດັ່ງກ່າວຖືກຕັ້ງ ຊື່ຕາມສອງພູທີ່ສູງທີ່ສຸດຢູ່ເລີມດົ່ງ (Bidoup ສູງ 2.287 ແມັດ ແລະ ນຸ໊ຍບ່າ ສູງ 2.167 ແມັດ).
ໃນຊຸມມື້ມໍ່ໆມານີ້, ໜັງສືພິມໃຫຍ່ສະບັບຕ່າງໆຂອງລາວເຊັ່ນ ໜັງສືພິມປະຊາຊົນ, ປະເທດລາວ, ລາວພັດທະນາ ຫຼືສະຖານີໂທລະພາບ ແລະ ວິທະຍຸກະຈາຍສຽງແຫ່ງຊາດໄດ້ໃຫ້ຂ່າວ ແລະ ບົດຍ້ອງຍໍສັນລະເສີນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເນື່ອງໃນໂອກາດປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022.
ຍສໝ - ວັນທີ 7 ມີນາ ໄດ້ມີການຈັດຕັ້ງພິທີເປີດຕົວແຄມເປນ “ການເດີນທາງປອດໄພ” ໂດຍກອງທຶນເດັກສະຫະປະຊາຊາດ (UNICEF) ສົມທົບກັບກະຊວງສາທາລະນະສຸກ ແລະ ອົງການອະນາໄມໂລກ (WHO).
ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດແຮງງານໃຫຍ່ທີ່ສຸດຢູ່ ອາຊຽນ.
ງານຕະຫຼາດນັດດັ່ງກ່າວໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດ 500 ແຫ່ງ ແລະ ຜູ້ຊົມ 7.000 ຄົນ.
ດ້ວຍຫົວຂໍ້ “ມີຄວາມສະເໝີພາບໃນມື້ນີ້ ເພື່ອອະນາຄົດທີ່ຍືນຍົງ” ຂອງວັນແມ່ຍິງສາກົນ ປີນີ້, ທ່ານ ເຈິ່ນແທັງເໝິນ ເນັ້ນໜັ້ກວ່າ ຫວຽດນາມ ສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ພະນັກງານ, ລັດຖະກອນ, ພາລະກອນ, ສະມາຊິກກຳມະບານ ທີ່ເປັນເພດຍິງເສີມຂະຫຍາຍຄວາມສາມາດຂອງຕົນໄດ້ຢ່າງສຸດຂີດ, ຢັ້ງຢືນກຳລັງຄວາມສາມາດ, ຊື່ສຽງຂອງຕົນ, ບັນລຸໄດ້ຜົນງານດີເດັ່ນຫຼາຍຢ່າງ, ປະກອບສ່ວນເຂົ້າໃນພາລະກິດປ່ຽນແປງໃໝ່ປະເທດຊາດໃນໄລຍະຈະມາເຖິງຫຼາຍກວ່າອີກ.
ຍສໝ - ຕາມບັນດາອົງການຜູ້ຕາງໜ້າຫວຽດນາມແລ້ວ, ໄລ່ຮອດຕອນບ່າຍວັນທີ 2 ມີນາ (ຕາມເວລາຫວຽດນາມ), ປະຊາຊົນສ່ວນຫຼາຍຢູ່ Kiev ແລະ Odessa, ປະຊາຊົນຢູ່ Kharkov ຫຼາຍຮ້ອຍຄົນ ໄດ້ຍົກຍ້າຍອອກຈາກເຂດ, ໄດ້ ແລະ ພວມໄດ້ຮັບການຈັດສົ່ງໄປບັນດາປະເທດໃກ້ຄຽງ...
ຍສໝ - ວັນທີ 2 ມີນາ, ອົງການເຈົາໜ້າທີ່ຂອງລັດເຊຍ ຕີລາຄາຫວຽດນາມ ແມ່ນໜຶ່ງໃນບັນດາແຫຼ່ງທ່ອງທ່ຽວທີ່ປອດໄພ ແລະ ບໍ່ມີຂໍ້ຈຳກັດໃດສຳລັບນັກທ່ອງທ່ຽວລັດເຊຍ.
ຍສໝ - ຕອນບ່າຍວັນທີ 2 ມີນາ, ສະຫະພັນການຈັດຕັ້ງມິດຕະພາບນະຄອນເກິນເທີ (ສະຫະພັນເກິນເທີ) ໄດ້ມີວາລະປະຊຸມເຮັດວຽກຮ່ວມກັບຄະນະບໍຫານງານສະມາຄົມມິດຕະພາບ ຫວຽດນາມ-ລາວ ນະຄອນເກິນເທີ, ສົນທະນາແຜນການຈັດກິດຈະກຳການເຄື່ອນໄຫວຕ່າງໆເພື່ອລະນຶກຄົບຮອບ 60 ປີ ວັນສ້າງການພົວພັນການທູດ (5/9/1962-5/9/2022) ແລະ ຄົບຮອບ 45 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ (18/7/1977-18/7/2022).
ຍສໝ - ສະຖານທູດຫວຽດນາມປະຈຳລາຊາອານາຈັກຊາອຸດິອາຣາເບຍ ໄດ້ສົມທົບກັນເປີດມຸມສະແດງເຄື່ອງມືຫາປາດ້ວຍມືແບບພື້ນເມືອງດັ້ງເດີມຂອງຫວຽດນາມ ຢູ່ພິພິດຕະພັນ Alfelwah & Aljowharah (ນະຄອນ Dammam, ພາກຕາເວັນອອກຂອງຊາອຸດິອາຣາເບຍ).
ຍສໝ - ກົມການບິນ ຫວຽດນາມ ໄດ້ຮັບເອກະສານແຂ້ງການຂອງບັນດາບໍລິສັດລວມມີ: Vietnam Airlines, VietJet Air, Bamboo Airways, ກ່ຽວກັບການກຽມພ້ອມໃນການປະຕິບັດບັນດາຖ້ຽວບິນນຳສົ່ງພົນລະເມືອງຫວຽດນາມ ກັບຈາກຢູແກຼນ ເພື່ອກັບເມືອປະເທດ ຕາມຄຳສັ່ງຂອງລັດຖະບານ.