ລັດ​ເຊຍ​ ສະເໜີແນະ​ຫວຽດນາມ​ເປັນ​ຈຸດໝາຍ​ປາຍທາງ​ທີ່​ປອດ​ໄພ

13:44 | 06/03/2022

ຍສໝ - ວັນ​ທີ 2 ມີນາ, ອົງການເຈົາໜ້າທີ່ຂອງ​ລັດ​ເຊຍ ຕີ​ລາຄາ​ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ແຫຼ່ງທ່ອງ​ທ່ຽວ​ທີ່​ປອດ​ໄພ ​ແລະ ບໍ່​ມີ​ຂໍ້​ຈຳກັດ​ໃດສຳລັບ​ນັກ​ທ່ອງ​ທ່ຽວ​ລັດ​ເຊຍ.

ຄວາມ​ຫວັງ​ຢາກ​ພົວ​ພັນ​ແລກ​ປ່ຽນ, ພົບ​ປະ​ຮ່ວມ​ມື​ລົງ​ທຶນລະ​ຫວ່າງ​ດ່າ​ນັ້ງ ແລະ ບັນ​ດາ​ທ້ອງ​ຖິ່ນ ສະ​ຫະ​ພັນ ລັດ​ເຊຍ ປີ 2022 ຄວາມ​ຫວັງ​ຢາກ​ພົວ​ພັນ​ແລກ​ປ່ຽນ, ພົບ​ປະ​ຮ່ວມ​ມື​ລົງ​ທຶນລະ​ຫວ່າງ​ດ່າ​ນັ້ງ ແລະ ບັນ​ດາ​ທ້ອງ​ຖິ່ນ ສະ​ຫະ​ພັນ ລັດ​ເຊຍ ປີ 2022
ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ ລະຫວ່າງ​ປະຊາຊົນ, ກອງທັບ ​ແລະ ນັກ​ຮົບ​ເກົ່າ 2 ປະ​ເທດ ຫວຽດນາມ ແລະ ຢູແກຼນຈະນັບມື້ນັບ​ພັດທະນາ ​ແລະ ໝັ້ນຄົງ​ເຂັ້ມ​ແຂງກວ່າອີກ ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ ລະຫວ່າງ​ປະຊາຊົນ, ກອງທັບ ​ແລະ ນັກ​ຮົບ​ເກົ່າ 2 ປະ​ເທດ ຫວຽດນາມ ແລະ ຢູແກຼນຈະນັບມື້ນັບ​ພັດທະນາ ​ແລະ ໝັ້ນຄົງ​ເຂັ້ມ​ແຂງກວ່າອີກ

ຫົວໜ້າ​ອົງການ​ທ່ອງ​ທ່ຽວ​ລັດ​ເຊຍ (Rostourism) ​ໃຫ້​ຮູ້​ວ່າ: ​ໄດ້​ມີ​ການ​ພົບ​ປະ​ກັບ​ລັດຖະມົນຕີ​ກະຊວງ​ທ່ອງ​ທ່ຽວ​ຕູ​ນີ​ເຊຍ ​ແລະ ຄູ່ຕໍາແໜ່ງ​ຈາກ​ອີ​ຢິບ ​ແລະ ຕວກກີ. ທຸກຄົນລ້ວນ​ແຕ່​ໝັ້ນ​ໃຈ​ວ່າ ​ຢາກ​ຮ່ວມ​ມື ​ແລະ ບໍ່​ມີ​ເຈດ​ຕະນາ​ຈະ​ວາງ​ຂໍ້​ຈຳກັດ​ໃດໆ​ຕໍ່​ນັກ​ທ່ອງ​ທ່ຽວ​ລັດ​ເຊຍ.

ລັດ​ເຊຍ​ ສະເໜີແນະ​ຫວຽດນາມ​ເປັນ​ຈຸດໝາຍ​ປາຍທາງ​ທີ່​ປອດ​ໄພ
ພາບປະກອບ: vnexpress.net

ກ່ອນ​ໜ້າ​ນີ້, Rostourism ​ໄດ້​ກ່າວເຕືອນ​ພົນລະ​ເມືອງ​ ບໍ່ຄວນ​ໄປ​ຍັງ​ປະ​ເທດ​ທີ່​ໄດ້​ວາງ​ມາດ​ຕະການ​ລົງ​ໂທດ​ລັດ​ເຊຍ, ​ເພາະ​ມີ​ຄວາມ​ສ່ຽງຍາກ​ທີ່​ຈະ​ກັບ​ຄືນ​ປະ​ເທດ​ໄດ້​ທັນ​ເວລາ ​ແລະ ປອດ​ໄພ. ອົງການ​ທ່ອງ​ທ່ຽວລັດ​ເຊຍ ​ຍັງ​ກ່າວ​ວ່າ ບາງ​ຈຸດໝາຍ​ປາຍທາງລວມທັງ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນ ເຊັ່ນ ​ກູ​ບາ, ສາທາລະນະ​ລັດ​ໂດ​ມິ​ນິ​ກັນ ,ເມັກ​ຊິ​ໂກ, ​ເວ​ເນ​ຊູ​ເອລາ ​ແມ່ນ​ບໍ່​ມີ​ສຳລັບ​ນັກ​ທ່ອງ​ທ່ຽວ​ຍ້ອນ​ຂໍ້​ຈຳກັດ​ເຂດ​ນ່ານຟ້າ​ຂອງ EU ​ແລະ​ ກາ​ນາ​ດາ.

ບູນມີ

ເຫດການ
302 Found

Found

The document has moved here.