ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດການຄ້າເອເລັກໂຕນິກໃຫຍ່ທີ່ສຸດໃນໂລກ

14:45 | 07/03/2022

ງານຕະຫຼາດນັດດັ່ງກ່າວໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດ 500 ແຫ່ງ ແລະ ຜູ້ຊົມ 7.000 ຄົນ.

ເພີ່ມ​ທະ​ວີ​ການ​ສ້າງ​ກົດ​ໝາຍ​ກ່ຽວ​ກັບ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ແມ່​ຍິງ ແລະ ເດັກ​ຍິງ ເພີ່ມ​ທະ​ວີ​ການ​ສ້າງ​ກົດ​ໝາຍ​ກ່ຽວ​ກັບ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ແມ່​ຍິງ ແລະ ເດັກ​ຍິງ
ໜູນຊ່ວຍນໍາພົນລະເມືອງຫວຽດນາມ ຢູ່ຢູແກຣນ ໄປຍັງເຂດປອດໄພ ໜູນຊ່ວຍນໍາພົນລະເມືອງຫວຽດນາມ ຢູ່ຢູແກຣນ ໄປຍັງເຂດປອດໄພ
ຜະລິດຕະພັນຂອງ ຫວຽດນາມ ທີ່ວາງສະແດງຢູ່ງານຕະຫຼາດນັດ (ພາບ: Vietnam+)
ຜະລິດຕະພັນຂອງ ຫວຽດນາມ ທີ່ວາງສະແດງຢູ່ງານຕະຫຼາດນັດ (ພາບ: Vietnam+)

ມີວິສາຫະກິດຫວຽດນາມ 14 ແຫ່ງໄດ້ແນະນຳບັນດາຜະລິດຕະພັນຫຼາກຫຼາຍຮູບແບບນັບແຕ່ຜະລິດຕະພັນກະເສດ, ເຄື່ອງຫັດຖະກຳ ຕະຫຼອດຮອດບັນດາຜະລິດຕະພັນທ່ອງທ່ຽວ ແລະ ການບໍລິການເຂດອຸດສາຫະກຳທີ່ງານຕະຫຼາດນັດໃຫຍ່ທີ່ສຸດໃນໂລກ ທີ່ຈັດສະເພາະໃຫ້ວິສາຫະກິດຂາຍສິນຄ້າທາງອອນລາຍ “White Label World Expo London 2022”.

ໂດຍໄດ້ດຳເນີນໃນລະຫວ່າງວັນທີ 02 – 03 ມີນາ ຢູ່ສູນງານຕະຫຼາດນັດວາງສະແດງ Expo ຢູ່ London, ລາຊະອານາຈັກ ອັງກິດ, ງານຕະຫຼາດນັດດັ່ງກ່າວໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດ 500 ແຫ່ງ ແລະ ຜູ້ຊົມ 7.000 ຄົນ, ນີ້ແມ່ນກາລະໂອກາດໃຫຍ່ຫຼວງເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ໂຄສະນາຜະລິດຕະພັນ, ຊອກຫາຄູ່ຮ່ວມມື ແລະ ກາລະໂອກາດສົ່ງອອກຢູ່ຕະຫຼາດ ອັງກິດ ແລະ ເອີລົບ.

ຮ້ານວາງສະແດງຂອງ ຫວຽດນາມ ທີ່ງານຕະຫຼາດນີ້, ມີຜະລິດຕະພັນຫຼາກຫຼາຍຮູບ ແບບຄື: ກາເຟ, ໝາກມ່ວງຫິມະພານ, ໝາກໄມ້ອົບແຫ້ງ, ເຄື່ອງສິລະປະຫັດຖະກຳ... ໄດ້ດຶງດູດວິສາຫະກິດ ແລະ ຜູ້ມາຢ້ຽມຊົມເປັນຈຳນວນຫຼາຍ.

ທີ່ງານຕະຫຼາດນັດທົ່ວໂລກນີ້, ບັນດາວິສາຫະກິດ ຫວຽດນາມ ແລະ ຄູ່ຮ່ວມມື ອັງກິດ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືດ້ານເສດຖະກິດຍຸດທະສາດ ດ້ວຍມູນຄ່າ 300 ລ້ານປອນ (ສະກຸນເງິນອັງກິດ).

vovworld.vn

ເຫດການ
302 Found

Found

The document has moved here.