ຫວຽດນາມເປັນໜຶ່ງໃນ 6 ປະເທດທີ່ມີອັດຕາການໄດ້ຮັບວັກຊິນສູງສຸດ

11:39 | 08/03/2022

ຍ​ສ​ໝ - ວັນ​ທີ 7 ມີ​ນາ ໄດ້​ມີ​ການ​ຈັດ​ຕັ້ງ​ພິ​ທີເປີດ​ຕົວແຄມ​ເປນ “ການ​ເດີນ​ທາງ​ປອດ​ໄພ” ໂດຍກອງ​ທຶນ​ເດັກ​ສະ​ຫະ​ປະ​ຊາ​ຊາດ (UNICEF) ສົມ​ທົບ​ກັບ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ ອົງ​ການ​ອະ​ນາ​ໄມ​ໂລກ (WHO).

ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ລະ​ດົມ​ໄດ້​ເງິນ​ເປັນ​ຈຳ​ນວນກ່​ວາ 8.808 ຕື້​ດົ່ງ. ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ລະ​ດົມ​ໄດ້​ເງິນ​ເປັນ​ຈຳ​ນວນກ່​ວາ 8.808 ຕື້​ດົ່ງ.
ຫວຽດ​ນາມ ບັນ​ລຸ​​ຄາດ​ໝາຍ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ຈຳ​ນວນ150 ລ້ານ​ໂດ​ສ​ໃນ​ທ້າຍ​ປີ 2021 ຫວຽດ​ນາມ ບັນ​ລຸ​​ຄາດ​ໝາຍ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ຈຳ​ນວນ150 ລ້ານ​ໂດ​ສ​ໃນ​ທ້າຍ​ປີ 2021

ໃນ​ພິ​ທີ​ດັ່ງ​ກ່າວ, ທ່ານ ໂດຊວນຕວຽນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລກ​ປ່ຽນ​ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ​ຕ່າງໆ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ​ໃນ​ການ​ເລັ່ງ​ສັກ​ວັກ​ຊີນ​ປ້ອງ​ກັນ​ໂຄວິດ-19, ປະ​ກອບ​ສ່ວນ​ຢ່າງ​ມີ​ປະ​ສິ​ດທິ​ພາບ​ໃນ​ການ​ປັບ​ຕົວ​ຢ່າງ​ປອດ​ໄພ, ຍືດ​ຢຸນ ແລະ ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ຫວຽດນາມເປັນໜຶ່ງໃນ 6 ປະເທດທີ່ມີອັດຕາການໄດ້ຮັບວັກຊິນສູງສຸດ
ພາບ​ປະ​ກອບ: laodong.vn

ໃນ​ພຽງ​ແຕ່ 1 ປີ, ນັບ​ແຕ່​ວັນ​ທີ່​ເລີ່ມ​ການ​ສັກ​ວັກ​ຊີນ​ເຂັ​ມ​ທຳ​ອິດ (ວັນ​ທີ 8 ມີ​ນາ 2021) ຈົນ​ຮອດ​ວັນ​ທີ 6 ມີ​ນາ 2022, ຫວຍດ​ນາມ​ໄດ້​ຮັບ​ວັກ​ຊີນຫຼາຍກວ່າ 219 ລ້ານໂດ​ສ, ດຳ​ເນີນ​ການ​ສັກ​ວັກ​ຊີນ​ໄດ້ຫຼາຍກວ່າ 197,5 ລ້ານ​ໂດ​ສ; ໃນ​ນັ້ນ ຜູ້​ທີ່​ມີ​ອາ​ຍຸ​ແຕ່ 18 ປີ ຂຶ້ນ​ໄປ ໄດ້​ຮັບ​ກາ​ນ​ວັກ​ຊີນ​ເຂັມ​ທີ 1 ບັນ​ລຸໄດ້ 100%, ເຂັມ​ທີ 2 ໄດ້ 98,7% ແລະ ເຂັມ​ທີ 3 ໄດ້ 38,4%. ເດັກ​ໃນ​ເກນ​ອາ​ຍຸ 12-17 ປີ ໄດ້​ຮັບ​ການ​ສັກ​ວັກ​ຊີນ​ເຂັ​ມ​ທີ 1 ແມ່ນ 99%. ເຂັມ​ທີ 2 ແມ່ນ 93,8%.

ເຄມ​ເປນ “ການ​ເດີນ​ທາງ​ປອ​ດ​ໄພ” ໄດ້​ເປີດ​ຕົວ​ເພື່ອ​ເນັ້ນ​ໜັກ ແລະ ເສີມ​ຂະ​ຫຍາຍ​ຄວາມ​ສຳ​ຄັນ​ຂອງ​ການ​ທີ່​ທຸກ​ຄົນ​ເຄົາ​ລົບ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປະ​ຕິ​ບັດ​ການ​ຕ້ານ ແລະ ສະ​ກັດ​ກັ້ນ​ພະ​ຍາດ​ໂຄວິດ-19, ລວມ​ທັງ​ການ​ສັກ​ວັກ​ຊີນ​ປ້ອງ​ກັນ​ໂຄວິດ-19 ຢູ່​ຫວຽດ​ນາມ.

ເຄມ​ເປນ​ນີ້​ຮຽກ​ຮ້ອງ​ໃຫ້​ທຸກ​ຄົນຮັກ​ສາ​ບັນ​ດາມາດ​ຕະ​ການປ້ອງ​ກັນ​ເຊັ່ນຫຼັກ​ອະ​ນາ​ໄມ 5K, ລະ​ດົມ​ການ​ສັກ​ວັກ​ຊີນ​ປ້ອງ​ກັນ​ໂຄວິດ-19 ໃຫ້​ທຸກ​ກຸ່ມ​ປະ​ຊາ​ກອນ​ທີ່​ຄວນ​ຮັບ​ວັກ​ຊີນ ເພື່​ອ​ປະ​ກອບ​ສ່ວນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂຶ້ນ​ຂອງ​ພະ​ຍາດ.

ວິ​ລະ​ຊົນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.