ແຕ່ງຕັ້ງຕຳແໜ່ງກົງສຸນກິດຕິມະສັກຫວຽດນາມ ປະຈຳ ປຣາກວາຍ

06:25 | 10/03/2022

ຍສໝ - ຫວ່າງແລ້ວນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ອັກຊັງຕິນ ທັງຮັບຜິດຊອບ ປຣາກວາຍ ແລະ ​ອູຣູກວາຍ ເຢຶອງກວັກແທ່ງ ​ໄດ້​ສະ​ເໜີ​ຂໍ້ຕົກລົງຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍແທັງເຊີນ ​ແຕ່ງ​ຕັ້ງຕຳແໜ່ງ​ກົງສຸນ ຫວຽດນາມ ປະຈຳ ປຣາກວາຍ ​ໃຫ້ ທ່ານນາງ Maria del Carmen Perez Falabella ຜ່ານ​ຮູບການ​ອອນ​ລາຍ.

ປະທານປະເທດ ຫງວຽນຊວນຟຸກຕ້ອນຮັບບັນດາເອກອັກຄະລັດຖະທູດ ເຂົ້າຍືນສານຕາຕັ້ງ ປະທານປະເທດ ຫງວຽນຊວນຟຸກຕ້ອນຮັບບັນດາເອກອັກຄະລັດຖະທູດ ເຂົ້າຍືນສານຕາຕັ້ງ
ອັກຊັງຕິນ ເຊີດຊູ ຊື່ສຽງປະທານໂຮ່ຈີມິນ ອັກຊັງຕິນ ເຊີດຊູ ຊື່ສຽງປະທານໂຮ່ຈີມິນ

ທ່ານ​ນາງ Falabella ​ເປັນ​ນັກທຸລະກິດ​ທີ່​ມີ​ຊື່​ສຽງ​ ໃນ​ປະ​ເທດ ປຣາກວາຍ, ​ໄດ້ເຄີຍ​ດຳລົງ​ຕຳ​ແໜ່ງ​ຕ່າງໆ​ ຢູ່​ບັນດາ​ອົງການ​ ​ເຊັ່ນ: ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ສຳນັກງານ​ປະທານາທິບໍດີ​ ແລະ ສະພາ​ສູງ ປຣາກວາຍ ​ແລະ ປະຈຸ​ບັນ ​ແມ່ນ​ສະມາຊິກ​ຄະນະ​ບໍລິຫານ​ງານ​ ຂອງ​ຫໍທາດ Aviadores ແລະ ພິພິທະພັນກອງທັບອາກາດຂອງປະເທດປຣາກວາຍ.

ແຕ່ງຕັ້ງຕຳແໜ່ງກົງສຸນກິດຕິມະສັກຫວຽດນາມ ປະຈຳ ປຣາກວາຍ
ທ່ານນາງ Maria del Carmen Perez Falabella

ນະທີ່ນີ້, ທ່ານນາງ Falabella ໄດ້ສະແດງຄວາມພາກພູມໃຈ ທີ່ໄດ້ຮັບນາມມະຍົດ ເປັນກົງສຸນ​ກິດຕິມະສັກ ຄົນທຳອິດຂອງຫວຽດນາມ ປະຈຳ ປຣາກວາຍ ນັບແຕ່ເມື່ອ 2 ປະເທດສ້າງຕັ້ງການພົວພັນທາງການທູດເມື່ອປີ 1995. ນາງ ຢືນຢັນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອປະຕິບັດໜ້າທີ່ຂອງຕົນເປັນຢ່າງດີ, ປະຕິບັດໜ້າທີ່ເປັນຂົວຕໍ່ລະຫວ່າງ ຫວຽດນາມ ​ແລະ ປຣາກວາຍ, ເປັນຜູ້ຕາງໜ້າ​ໜູນ​ຊ່ວຍ ​ແລະ ປົກ​ປ້ອງ​ພົນລະ​ເມືອງ ຫວຽດນາມ ຢູ່ ປຣາກວາຍ.

ທ່ານ​ນາງ Falabella ​ໄດ້​ສ້າງແຜນຮ່າງ​ກົງສຸນ​ກິດຕິມະສັກ ​ໃນ​ປີ 2022 ​ແລະ ​ໃນ​ຕະຫຼອດ​ອາຍຸການ ດ້ວຍ​ບັນດາ​ເນື້ອ​ໃນ​ເຊື່ອມ​ຕໍ່​ທຸລະ​ກິດ, ​ໂຄສະນາ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ ຫວຽດນາມ, ປະກອບສ່ວນ​ຊຸກຍູ້ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ​ແລະ ການ​ແລກ​ປ່ຽນ​ປະ​ຊາ​ຊົນສອງປະເທດ​.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.