ຍສໝ - ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນຮຸຍຢຸງ ໃຫ້ຮູ້ວ່າ: ການພັດທະນາເຕັກໂນໂລຢີດີຈີຕອນຢ່າງທັນການ ໄດ້ປະກອບສ່ວນສຳຄັນເຂົ້າໃນການຊ່ວຍ ຫວຽດນາມ ຜ່ານຜ່າບັນດາຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19 ແລະ ແລະ ບັນລຸໄດ້ການເຕີບໂຕເສດຖະກິດຢູ່ລະດັບ 4,5% ໃນໄຕມາດທີ I/2021. ຫວຽດນາມ ໄດ້ບັນລຸເປົ້າໝາຍພັດທະນາພື້ນຖານເສດຖະກິດດີຈີຕອນ ແລະ ນຳໃຊ້ເຕັກໂນໂລຢີດີຈີຕອນເຂົ້າໃນຫຼາຍຂົງເຂດ.
ຍສໝ - ກອງປະຊຸມມີຫົວຂໍ້ “ຄວາມມານະພະຍາຍາມລວມເພື່ອສະພາຄວາມໝັ້ນຄົງສະຫະປະຊາຊາດຢ່າງມີປະສິດທິຜົນ: ປະສົບການ ແລະ ບົດຮຽນທີ່ດີໃຫ້ແກ່ບັນດາປະເທດທີ່ຫາກໍ່ໄດ້ຮັບການເລືອກຕັ້ງເປັນກຳມະການບໍ່ປະຈຳການ” ຜ່ານທາງອອນລາຍ ແລະ ໂດຍກົງ.
ຍສໝ - ທີ່ການພົບປະ, ການນຳສະມາຄົມມິດຕະພາບຫວຽດນາມ - ໄທ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບໂຄງການເຄື່ອນໄຫວປີ 2023, ແລະ ປຶກສາຫາລືຫຼາຍເນື້ອໃນການຮ່ວມມື 2 ຝ່າຍ ເມື່ອ 2 ປະເທດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຮ່ວມມືຍຸດທະສາດ ລະຫວ່າງ ຫວຽດນາມ ແລະ ໄທ.
ຍສໝ - ສະພາຄວາມໝັ້ນຄົງ ສປຊ ໃນວັນທີ 25 ມິຖຸນາ ໄດ້ຈັດກອງປະຊຸມທາງອອນລາຍເພື່ອປຶກສາຫາລືສະພາບການອາບການິດສະຖານ ແລະ ການເຄື່ອນໄຫວຂອງຄະນະໜູນຊ່ວຍ ສປຊ ປະຈຳອາບການິດສະຖານ (UNAMA). ຫວຽດນາມ ໄດ້ຮຽກຮ້ອງໃຫ້ຊຸກຍູ້ຜັນຂະຫຍາຍວິວັດການສ້າງສັນຕິພາບທີ່ກ່ຽວຂ້ອງເຖິງ ອາບການິດສະຖານ.
ຍສໝ- ຊ່ອງ CNN ໄດ້ຄັດເລືອກ 13 ສະຖານທີ່ໄດ້ຮັບຖືວ່າ ໂຣແມນຕິກທີ່ສຸດໃນໂລກ, ໃນນັ້ນມີ ໂຮ້ຍອານ ຫວຽດນາມ.
ຍສໝ - ນັບແຕ່ເວລາ 0 ໂມງຂອງວັນທີ 30 ກັນຍາ, ນະຄອນດ່ານັ້ງໄດ້ຫັນມາເປັນສະພາບການໃໝ່ດ້ວຍບັນດາມາດຕະການໃໝ່ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ນະຄອນຈະແນະນຳຊົ່ວຄາວກ່ຽວກັບເລື່ອງເປີດຄືນບາງການເຄື່ອນໄຫວພື້ນຖານດ້ວຍບັນດາເງື່ອນໄຂຮັບປະກັນຄວາມປອດໄພໃນການປ້ອງກັນ, ຕ້ານໂລກລະບາດ.
ຍສໝ - ອີງຕາມຜົນການຄົ້ນຄວ້າ, ເມື່ອຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19, ການເຕີບໂຕໃນໄລຍະຍາວຄາດຄະເນວ່າຈະສຸມໃສ່ອາຊີ, ເອີລົບຕາເວັນອອກ ແລະ ອາຟຣິກາຕາເວັນອອກ.
ຍສໝ - ທ່ານ Nate Easter ມີຄວາມປາດຖະໜາຢາກ ລັດຖະບານຫວຽດນາມໜູນຊ່ວຍກຸ່ມບໍລິສັດໃນການຕົກລົງ, ສົ່ງເສີມການລົງທຶນຢູ່ເຂດເຕັກໂນໂລຢີສູງ ນະຄອນໂຮ່ຈີມິນ, ມີນະໂຍບາຍບຸລິມະສິດ, ໜູນຊ່ວຍການສະໜອງເພື່ອຊຸກຍູ້ວິວັດການຫັນລະບົບການສະໜອງທົ່ວໂລກເປັນພາຍໃນປະເທດ.
ຍສໝ - ສັນຍາການຄ້າເສລີ EU - ຫວຽດນາມ (EVFTA) ໄດ້ ແລະ ພວມສືບຕໍ່ສ້າງກາລະໂອກາດໃໝ່ຫຼາຍຢ່າງໃຫ້ແກ່ບັນດາການແລກປ່ຽນການຄ້າ ລະຫວ່າງ ຫວຽດນາມ ແລະ ຝລັ່ງ, ເຊິ່ງດຶງດູດຄວາມສົນໃຈຂອງວິສາຫະກິດຝລັ່ງຫຼາຍແຫ່ງເຂົ້າມາຫວຽດນາມ.
ເມື່ອບໍ່ດົນມານີ້, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ໄດ້ລົງຢ້ຽມຢາມ ແລະ ອວຍພອນບັນດາຜູ້ມີຍົດຖາບັນດາສັກ, ຊາວຄຼິດຢູ່ສຳນັກສັງຄະລາດຊາວຄຼິດ ແທັງຮ໊ວາ ເນື່ອງໃນໂອກາດວັນບຸນຄິຼດສະມາດ 2019.
ຍສໝ - ໂດຍແບ່ງປັນທີ່ການຕ້ອນຮັບ, ທ່ານ ມາຍຊວັນແທັງ ຜູ້ຮັກສາການຫົວໜ້າກົມໃຫຍ່ພາສີອາກອນ ຫວຽດນາມ ໃຫ້ຮູ້ວ່າ ປີ 2022 ຂະແໜງພາສີ ຫວຽດນາມ ໄດ້ຍູ້ແຮງການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການຄຸ້ມຄອງພາສີອາກອນ ໃນນັ້ນໄດ້ຜັນຂະຫຍາຍໃບບິນເອເລັກໂນຕິກໃນຂອບເຂດທົ່ວປະເທດ.
ຍສໝ - ຕາມສຳນັກຂ່າວສານຫວຽດນາມ, ໃນວັນທີ 7 ພຶດສະພານີ້, ຢູ່ສູນປະຊຸມແຫ່ງຊາດລາວ, ນະຄອນຫຼວງວຽງຈັນ, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດ, ແນວໂຮມປະເທດຊາດລາວສູນກາ ... ໄດ້ຈັດຕັ້ງພິທີໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ.
ຍສໝ - ນທີ 2 ກໍລະກົດ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນມິງເຕີມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບສະມາຄົມຊາວຫວຽດນາມ ອາໄສຢູ່ແຂວງອຸດົມໄຊ (ລາວ). ທ່ານເອກອັກຄະລັດຖະທູດ ໄດ້ຕີລາຄາສູງບົດບາດຂອງປະຊາຄົມຊາວຫວຽດນາມ ໃນການກໍ່ສ້າງຊີວິດທີ່ໝັ້ນຄົງ, ຮັກສາເອກະລັກວັດທະນະທຳ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບຫວຽດນາມ - ລາວ.
ຍສໝ - ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບວນຍວງ ໄດ້ສົ່ງຄຳຂອບອົກຂອບໃຈໄປຍັງວິທະຍາຄານປ້ອງກັນຫວຽດນາມ ເພື່ອໄດ້ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາພະນັກງານ, ນັກຮົບ, ນາຍທະຫານໃນກອງທັບລາວ ປະຕິບັດ ໜ້າທີ່ການເມືອງ ໃຫ້ສຳເລັດຜົນ.
ຍສໝ - ເທື່ອທຽນເຫວ້ ແມ່ນໜຶ່ງໃນບັນດາ 12 ທ້ອງຖິ່ນ ທີ່ໄດ້ມອບໝາຍໜ້າທີ່ຢ່າງຕັ້ງໜ້າ ເພື່ອເປັນເຈົ້າການເລືອກເອົາບັນດາຮູບແບບການທ່ອງທ່ຽວຍາມກາງຄືນທີ່ເໝາະສົມ, ເປົ້າໝາຍຮອດປີ 2030 ຈະສ້າງເປັນເຄື່ອງໝາຍການຄ້າຂອງຜະລິດຕະພັນການທ່ອງທ່ຽວຍາມກາງຄືນຂອງຫວຽດນາມ. ການເລືອກຜະລິດຕະພັນໃດທີ່ຈະໃຊ້ໃນການທ່ອງທ່ຽວຍາມກາງຄືນ ທັງຫຼີກລ້ຽງການຊໍ້າຊ້ອນ ແລະ ມີເອກະລັກຂອງແຕ່ລະທ້ອງຖິ່ນ ແມ່ນບັນຫາທີ່ຕ້ອງໄດ້ສຶກສາຢ່າງລະອຽດ.
ວັນທີ 24 ມີນາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍກ່ຽວກັບສະພາບການຢູ່ ລີບີ ແລະ ການເຄື່ອນໄຫວຂອງ ຄະນະໜູນຊ່ວຍຂອງ ສປຊ ປະຈຳ ລີບີ (UNSMIL).
ໃນວັນທີ 9 ມັງກອນ 2020 ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມ ເປີດບັ້ນ ການສຳຫລວດເສດຖະກິດ ທົ່ວປະເທດ ຄັ້ງທີ III ປີ 2020 ແລະ ການສຳຫລວດສະຖິຕິ ກະສິກຳທົ່ວປະເທດ ຄັ້ງທີ III ປີ 2019-2020 ຢູ່ ນະຄອນຫລວງວຽງຈັນ, ໂດຍມີ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ທັງເປັນຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫລວດເສດຖະກິດ ແລະ ການສຳຫລວດສະຖິຕິ ກະສິກຳທົ່ວປະເທດ ຄັ້ງທີ III, ມີບັນດາຫົວໜ້າຄະນະ ຊີ້ນຳການສຳຫລວດລະດັບຊາດ ໃນຂອບເຂດທົ່ວປະເທດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຍສໝ - ຫວຽດນາມ ແລະ ການາດາໄດ້ກໍ່ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ການພົວພັນຄູ່ຮ່ວມມືເສດຖະກິດ, ໃນສະພາບການທັງສອງປະເທດລ້ວນແຕ່ແມ່ນສະມາຊິກຂອງ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP).
ຕອນຄ່ຳວັນທີ 30 ເມສາ, ສະມາຄົມນັກຮົບເກົ່າ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດເປັນເອກະພາບຄົບຮອບ 47 ປີ (30/04/1975-30/04/2022) ແລະ ວັນກຳມະກອນສາກົນ.
ໃນ 24 ຊົ່ວໂມງຜ່ານມາ, ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 590.000 ຄົນ ແລະ ມີຜູ້ເສຍຊີວິດ ກ່ວາ 7.500 ຄົນ ແລະ ລັດເຊຍ ມີຜູ້ເສຍຊີວິດຫຼາຍທີ່ສຸດໃນໂລກ, ຫຼາຍກ່ວາ 1.200 ຄົນ.