ລັດ​ຖະບານ​ໄດ້​ຕັ້ງ​ຄາດ­ໝາຍ​ສູ້​ຊົນ​ການ​ພັດ­ທະ­ນາ ​ເສດ­ຖະ­ກິດ​ໃຫ້​ມີ​ຄວາມ​ສະ­ຖຽນ​ລະ​ພາບ

11:46 | 12/01/2020

ໃນວັນທີ 9 ມັງກອນ 2020 ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມ ເປີດບັ້ນ ການສຳຫລວດເສດຖະກິດ ທົ່ວປະເທດ ຄັ້ງທີ III ປີ 2020 ​ແລະ ການ​ສຳ​ຫລວດ​ສະ​ຖິຕິ​ ກະສິກຳ​ທົ່ວ​ປະ​ເທດ ຄັ້ງ​ທີ III ປີ 2019-2020 ຢູ່ ນະຄອນຫລວງ​ວຽງ​ຈັນ, ​ໂດຍ​ມີ​ ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ ກະຊວງ​ການ​ເງິນ ທັງ​ເປັນ​ຫົວໜ້າ​ຄະນະ​ຊີ້​ນຳ​ລະດັບ​ຊາດ ການ​ສຳ​ຫລວດ​ເສດຖະກິດ ​ແລະ ການ​ສຳ​ຫລວດ​ສະຖິຕິ ກະສິກຳ​ທົ່ວ​ປະ​ເທດ ຄັ້ງ​ທີ III, ມີ​ບັນດາ​ຫົວໜ້າ​ຄະນະ ​ຊີ້​ນຳ​ການ​ສຳ​ຫລວດ​ລະດັບ​ຊາດ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ພ້ອມ​ດ້ວຍ​ພາກສ່ວນ​ກ່ຽວຂ້ອງ ​ເຂົ້າ​ຮ່ວມ.

ລັດ​ຖະບານ​ໄດ້​ຕັ້ງ​ຄາດ­ໝາຍ​ສູ້​ຊົນ​ການ​ພັດ­ທະ­ນາ ​ເສດ­ຖະ­ກິດ​ໃຫ້​ມີ​ຄວາມ​ສະ­ຖຽນ​ລະ​ພາບ

ກອງ​ປະ­ຊຸມ​ໄຂ​ບັ້ນ​ການ​ສຳ​ຫຼວດ​ເສດ­ຖະ­ກິດ​ທົ່ວ​ປະ­ເທດ ຄັ້ງ​ທີ 3.(ພາບ: kpl.gov.la)

ປີ 2020 ເປັນ​ປີ​ສຸດ​ທ້າຍ​ຂອງ​ແຜນ 5 ປີ ຄັ້ງ​ທີ VIII (2016-2020) ລັດ​ຖະບານ ​ໄດ້​ຕັ້ງ​ຄາດ­ໝາຍ​ສູ້​ຊົນ​ການ​ພັດ­ທະ­ນາ ໂດຍ​ສະ­ເພາະ​ການ​ຂະ­ຫຍາຍ­ຕົວ​ຂອງ​ເສດ­ຖະ­ກິດ​ໃຫ້​ມີ​ຄວາມ​ສະ­ຖຽນ​ລະ​ພາບ ພັດ­ທະ­ນາ​ແບບ​ຍືນ​ຍົງ ສີ­ຂຽວ ແລະ ບຸກ​ທະ­ລຸ​ນຳ­ພາ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ລຶ­ບລ້າງ​ຄວາມ­ທຸກ​ຍາກ ໃຫ້​ປະ ເທດ​ຊາດ​ຫຼຼຸດ​ພົ້ນ​ຈາກ​ສະ­ຖາ­ນະ​ພາບ​ດ້ອຍ​ພັດ­ທະ­ນາ ໂດຍ​ນຳ​ໃຊ້​ຫຼາຍ​ນະ­ໂຍ­ບາຍ​ເພື່ອ​ບັນ­ລຸ​ເປົ້າ​ໝາຍ​ດັ່ງ­ກ່າວ ປີ2020 ຍັງ​ເປັນ​ປີ​ທີ່​ລັດ­ຖະ­ບານ​ກະ­ກຽມ​ສ້າງ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ 5 ປີ ຄັ້ງ​ທີ IX (2021-2025) ເປົ້າ​ໝາຍ​ໃນ 5 ປີ ຕໍ່­ໜ້າ​ຈະ​ຕ້ອງ​ໄດ້​ບຸກ​ບືນ​ຢ່າງ​ແຂງ­ແຮງ​ເພື່ອ​ສົ່ງ­ເສີມ​ໃຫ້​ປະ­ຊາ­ຊົນ​ເຮັດ​ການ​ຜະ­ລິດ​ສ້າງ​ລາຍ​ຮັບ​ໃຫ້​ຕົນ​ເອງ ແລະ ຄອບ­ຄົວ​ຫຼຼຸດ​ພົ້ນ​ຈາກ​ຄວາມ­ທຸກ​ຍາກ ໃຫ້​ຫົວ­ໜ່ວຍ​ທຸ­ລະ​ກິດ​ສາ­ມາດ​ຜະ­ລິດ​ສິນ­ຄ້າ​ສົ່ງ​ອອກ ເຮັດ​ໃຫ້​ປະ­ເທດ​ມີ​ສະ­ຖຽນ​ລະ​ພາບ ພັດ­ທະ­ນາ​ເສດ­ຖະ­ກິດ​ໄປ​ຕາມ​ທິດ​ທາງ​ທີ່​ວາງ​ໄວ້ ການ​ຜະ­ລິດ​ແບບ​ປະ­ຖົມ​ປະ​ຖານ​ຈຶ່ງ​ບໍ່​ພຽງ­ພໍ ຕ້ອງ​ນຳ​ໃຊ້​ເຕັກ­ນິກ​ທັນ​ສະ­ໄໝ ແລະ ວິ­ທີ​ການ​ອັນ​ໃໝ່​ເຂົ້າ​ໃນ​ການ​ຜະ­ລິດ ການ​ສຳ​ຫຼວດ​ສະ­ຖິ­ຕິ​ກະ­ສິ­ກຳ ແລະ ການ​ສຳ​ຫຼວດ​ເສດ­ຖະ­ກິດ​ທົ່ວ​ປະ­ເທດ ຄັ້ງ​ທີ 3 ຈຶ່ງ​ເປັນ​ເຄື່ອງ­ມື​ສຳ­ຄັນ​ຂອງ​ລັດ­ຖະ­ບານ​ໃນ​ການ​ລົງ​ໄປ​ໃກ້­ຊິດ ຕິດ​ແທດ ສອບ​ຖາມ​ການ​ເປັນ​ຢູ່ ການ​ຜະ­ລິດ​ຕົວ​ຈິງ​ໃນ​ຂະ­ແໜງ​ກະ­ສິ­ກຳ ການ​ຜະ­ລິດ ແລະ ບໍ­ລິ­ການ​ວ່າ ມີ​ຂໍ້​ຫຍຸ້ງ ຍາກ ແລະ ຂໍ້​ສະ­ດວກ​ແນວ­ໃດ ການ​ສຳ​ຫຼວດ​ນີ້​ຈະ​ສະ­ແດງ​ເປັນ​ຂໍ້​ມູນ​ພື້ນ­ຖານ​ໃຫ້​ລັດ­ຖະ­ບານ​ສົມ​ທຽບ​ໃນ​ທົ່ວ​ປະ­ເທດ ເຊິ່ງ​ລັດ­ຖະ­ບານ​ໄດ້​ເອົາ­ໃຈ­ໃສ່​ຈັດ​ຕັ້ງ​ປະ­ຕິ­ບັດ​ຢ່າງ​ຕັ້ງ­ໜ້າ.

ທ່ານ ສົມ​ດີ ດວງ​ດີ ຍັງ​ໄດ້​ຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າ, ບຸກຄົນ, ນິຕິບຸກຄົນ, ພໍ່ຄ້າຊາວຂາຍ, ນັກທຸລະກິດ ແລະ ວິສາຫະກິດ-ຫ້າງຮ້ານ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ໃຫ້ຄວາມຮ່ວມມື ອໍານວຍຄວາມສະດວກ ໃຫ້ແກ່ນັກເດີນສໍາຫລວດ, ໂດຍການໃຫ້ ສໍາພາດຕາ​ມຄວາມ​ເປັນ​ຈິງ, ສ່ວນ ພໍ່ແມ່ປະຊາຊົນ ຊາວສວນ, ຊາວກະສິກອນ ກໍຂໍໃຫ້ຢູ່ບ້ານ, ຢູ່ເຮືອນໃນໄລຍະເດືອນ 3 ຫາ ​ເດືອນ 4 ນີ້ ເຊິ່ງເປັນຊ່ວງໄລຍະແລ້ວໄຮ່ແລ້ວນາ ຖ້າຜູ້ໃດຍັງຂ້ອງຄາການຜະລິດ ກໍ່ ຂໍໃຫ້ກັບມາຫານັກ ເດີນສຳຫລວດ ສາກ່ອນ ເພື່ອຊວ່ຍໃຫ້ການ ສຳ​ຫລວດ ​ແລະ ​ເກັບ​ສະຖິຕິດັ່ງກ່າວ ​ໃຫ້ໄດ້ຂໍ້ມູນຕາມຄາດໝາຍ ທີ່​ວາງ​ໄວ້.

ການ​ສຳ​ຫຼວດ​ຄັ້ງ​ນີ້ ໄດ້​ຮັບ​ການ​ແຕ່ງ­ຕັ້ງ​ອະ­ນຸ­ມັດ​ໂດຍ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ມີ​ບັນ­ດາ​ກະ­ຊວງ ແລະ ການ ນຳ​ຂັ້ນ​ແຂວງ ເມືອງ ເປັນ​ຄະ­ນະ ເຊິ່ງ​ໄດ້​ກະ­ກຽມ​ແຕ່​ປີ 2018 ສຳ­ເລັດ​ການ​ຂຶ້ນ​ບັນ­ຊີ​ທົ່ວ​ປະ­ເທດ​ປີ 2019 ແລະ ປີ 2020 ຈະ​ລົງ​ສຳ­ພາດ​ຕົວ​ຈິງ​ຢູ່​ພາກ​ສະ­ໜາມ ໂດຍ​ນຳ​ໃຊ້​ພະ­ນັກ­ງານ​ວິ­ຊາ​ການ​ຈາກ​ພະ­ແນກ­ການ ຂະ­ແໜງ­ການ ຫ້ອງ­ການ​ຂັ້ນ​ເມືອງ ແລະ ບ້ານ​ຫຼາຍ​ພັນ​ຄົນ ລົງ​ໄປ​ແຕ່​ລະ​ຄົວ​ເຮືອນ​ທີ່​ຖືກ​ຄັດ​ເລືອກ​ຫົວ­ໜ່ວຍ​ທຸ­ລະ​ກິດ ຫ້າງ​ຮ້ານ​ທີ່​ເປັນ​ຕົວ​ແທນ ເພື່ອ​ສຳ­ພາດ​ລົງ​ເລິກ​ສະ­ພາບ​ການ​ຜະ­ລິດ​ກະ­ສິ­ກຳ (ສຳ­ລັບ​ການ​ສຳ​ຫຼວດ​ກະ­ສິ­ກຳ) ການ​ຜະ­ລິດ​ສິນຄ້າ ແລະ ບໍ­ລິ­ການ​ອື່ນໆ (ການ​ສຳ​ຫຼວດ​ເສດ­ຖະ­ກິດ) ກຳ­ນົດ​ໝາຍ​ການ​ສຳ​ຫຼວດ​ເສດ­ຖະ­ກິດ​ທົ່ວ​ປະ­ເທດ ຈະ​ລົງ​ສຳ­ພາດ​ຜູ້​ປະ­ກອບ​ການ​ພໍ່­ຄ້າ​ຊາວ​ຂາຍ ແລະ ຫົວ­ໜ່ວຍ​ທຸ­ລະ​ກິດ​ຕົວ​ຈິງ ແຕ່​ເດືອນ​ມັງ­ກອນ-ກຸມ­ພາ ສ່ວນ​ການ​ສຳ​ຫຼວດ​ສະ­ຖິ­ຕິ​ກະ­ສິ­ກຳ​ທົ່ວ​ປະ­ເທດ ຈະ​ລົງ​ສຳ­ພາດ​ແຕ່​ເດືອນ​ມີ­ນາ-ເມ­ສາ 2020 ຈຶ່ງ​ຂໍ​ໃຫ້​ຄວາມ​ຮ່ວມ​ມື​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ນັກ​ເດີນ​ສຳ​ຫຼວດ ດ້ວຍ​ການ​ໃຫ້​ສຳ­ພາດ ແລະ ໃຫ້​ຂໍ້​ມູນ​ຄວາມ​ເປັນ​ຈິງ ເພື່ອ​ເຮັດ​ໃຫ້­ການ​ລົງ​ສຳ​ຫຼວດ​ບັນ­ລຸ​ຕາມ​ຈຸດ­ປະ­ສົງ.

(ໄຊພອນ)

ເຫດການ
302 Found

Found

The document has moved here.