ຫ​ວຽດ​ນາມ ສົ່ງ​ເສີມ​ການ​ຮ່ວມ​ມື​ພັດ​ທະ​ນາ​ລະ​ບົບ​ກ​ານ​ສະ​ໜອງ, ອຸດ​ສາ​ຫະ​ກຳ​ສຳ​ຮອງ

11:35 | 24/06/2020

ຍ​ສ​ໝ - ທ່ານ​ Nate Easter​ ມີ​ຄວາມ​ປາດ​ຖະ​ໜາ​ຢາກ ລັດ​ຖະ​ບານ​ຫວຽດ​ນາມ​ໜູນ​ຊ່ວຍ​ກຸ່ມບ​ໍ​ລິ​ສັດ​ໃນ​ການ​ຕົກ​ລົງ, ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່​ເຂດ​ເຕັກ​ໂນ​ໂລ​ຢີ​ສູງ ນະ​ຄອນ​ໂຮ່​ຈີ​ມິນ, ມີ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ, ໜູນ​ຊ່ວຍ​ການ​ສະ​ໜອງ​ເພື່ອ​ຊຸກ​ຍູ້​ວິ​ວັດ​ການ​ຫັນ​ລະ​ບົບ​ການ​ສະ​ໜອງ​ທົ່ວ​ໂລກ​ເປັນ​ພາຍ​ໃນປ​ະ​ເທດ.

ຫ ວຽດ ນາມ ສ ງ ເສ ມ ການ ຮ ວມ ມ ພ ດ ທະ ນາ ລະ ບ ບ ກ ານ ສະ ໜອງ ອ ດ ສາ ຫະ ກຳ ສຳ ຮອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ທ່ານ Ousmane Dione ຜູ້​ອຳ​ນວຍ​ການ​ທະ​ນາ​ຄານ​ໂລກ (WB)
ຫ ວຽດ ນາມ ສ ງ ເສ ມ ການ ຮ ວມ ມ ພ ດ ທະ ນາ ລະ ບ ບ ກ ານ ສະ ໜອງ ອ ດ ສາ ຫະ ກຳ ສຳ ຮອງ EVFTA ແມ່ນໄມ້​ງັດ​ໃຫ້​ແກ່​ຂະ​ແໜງ​ອະສັງຫາລິມະຊັບ​ອຸດ​ສາ​ຫະ​ກຳຫວຽດ​ນາມ
ຫ ວຽດ ນາມ ສ ງ ເສ ມ ການ ຮ ວມ ມ ພ ດ ທະ ນາ ລະ ບ ບ ກ ານ ສະ ໜອງ ອ ດ ສາ ຫະ ກຳ ສຳ ຮອງ
ທ່ານ​ເຈືອງ​ຮ່​ວາ​ບິ່ງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຫວຽດນາມ​ໃຫ້​ການ​ຕ້ອນ​ຮັບທ່ານ Nate Easter​ ຮອງ​ປະ​ທານ​ຝ່າຍ​ບໍ​ລິ​ຫານ​ກຸ່ມ​ບໍ​ລິ​ສັດ Techonic Industries (TTI) (ພາບ: TTXVN)

ຕອນ​ບ່າຍ​ວັນ​ທີ 23 ມິ​ຖຸ​ນາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ເຈືອງ​ຮ່​ວາ​ບິ່ງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຫວຽດນາມ ໄດ້​ໃຫ້​ການ​ຕ້ອນ​ຮັບທ່ານ Nate Easter​ ຮອງ​ປະ​ທານ​ຝ່າຍ​ບໍ​ລິ​ຫານ​ກຸ່ມ​ບໍ​ລິ​ສັດ Techonic Industries (TTI).

TTI ແມ່ນ​ໜຶ່ງ​ໃນ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ຜະ​ລິດ​ອຸດ​ສາ​ຫະ​ກຳ​ແຖວ​ໜ້າ​ຂອງ​ລະ​ບົບ​ການ​ສະ​ໜອງ ຂອງ​ໂລກ​ກ່ຽວ​ກັບ​ບັນ​ດາ​ຜະ​ລິດ​ຕະ​ພັນ​ອຸ​ປະ​ກອນ​ໄຟ​ຟ້າ ແລະ ເຄື່ອງ​ໃຊ້​ໃນ​ຄອບ​ຄົວ. ທ່ານ​ Nate Easter​ ມີ​ຄວາມ​ປາດ​ຖະ​ໜາ​ຢາກ ລັດ​ຖະ​ບານ​ຫວຽດ​ນາມ​ໜູນ​ຊ່ວຍ​ກຸ່ມບ​ໍ​ລິ​ສັດ​ໃນ​ການ​ຕົກ​ລົງ, ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່​ເຂດ​​ເຕັກ​ໂຍ​ໂລ​ຢີສູງ ນະ​ຄອນ​ໂຮ່​ຈີ​ມິນ, ມີ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ, ໜູນ​ຊ່ວຍ​ການ​ສະ​ໜອງ​ເພື່ອ​ຊຸກ​ຍູ້​ວິ​ວັດ​ການ​ຫັນ​ລະ​ບົບ​ການ​ສະ​ໜອງ​ທົ່ວ​ໂລກ​ເປັນ​ພາຍ​ໃນປ​ະ​ເທດ.

ດ້ວຍ​ແຜນ​ການ​ລົງ​ທຶນ​ໃນ​ໄລ​ຍະ​ຍາວ, TTI ມີ​ຄວາ​ມ​ຫວັງ​ຢາກ​ປະ​ກອບ​ສ່ວນ ແລະ ຮ່ວມ​ເດີນ​ທາງ​ກັບ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ, ເຕັກ​ໂນ​ໂລ​ຢີ​ສູງ​ຂອງ​ຫວຽດ​ນາມ, ໃນ​ນັ້ນ​ມ​ີ​ການ​ພັດ​ທະ​ນາ​ລະ​ບົບ​ການ​ສະ​ໜອງ​ພາຍ​ໃນ​ປະ​ເທດ. TTI ມີ​ຄວ​າມ​ມຸ່ງ​ຫວັງ​ວ່າ ໃນ 2 ປີ​ຈະ​ມາ​ເຖິງ, ຈະ​ດຶງ​ດູດ​ໄດ້​ວິ​ສາ​ຫະ​ກິດ​ຫວຽດ​ນາມ ປະ​ມານ 180 – 200 ແຫ່ງ​ກາຍ​ເປັນ​ນັກ​ສະ​ໜອງ​ໃຫ້​ແກ່ TTI, ດ້ວຍ​ເປົ້າ​ໝາຍ​ບັນ​ລຸ​ໄດ້​ປະ​ມ​ານ 2,5 ຕື້ USD ຕໍ່​ປີ, ອັດ​ຕາ​ສະ​ໜອງ​ພາຍ​ໃນ​ປະ​ເທດ​ຂຶ້ນ​ເຖິງ 60% ໃນ​ປີ 2020 ແລະ 80% ໃນ​ປີ 2021.

ໂດຍ​ເນັ້ນ​ໜັກ​ເຖິງ​ເລື​່ອງ ຫວຽດ​ນາມ​ຢາກ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ໃນ​ການ​ພັດ​ທະ​ນາ​ລະ​ບົບ​ການ​ສະ​ໜອງ ອຸດ​ສາ​ຫະ​ກຳ​ສຳ​ຮອງ. ທ່ານ ເຈືອງ​ຮ່​ວາ​ບິ່ງ ໄດ້​ໃຫ້​ຮູ້​ວ່າ: ນີ້ກ​ໍ່​ແມ່ນແຜນ​ການ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ວ່າ TTI ດ້ວ​ຍ​ຖາ​ນະ​ເປັນ​ວິ​ສາ​ຫະ​ກິດ​ໃຫຍ່ ນຳ​ໜ້າ​ໃນ​ລະ​ບົບ​ການ​ສະ​ໜອງ​ຈະ​ຕັ້ງ​ໜ້າ​ສົ​ມ​ທົບ ແລະ ໜູນ​ຊ່ວຍ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້​ອງ​ຖິ່ນ ຫວຽດ​ນາມ​ໃນ​ການ​ສົ່ງ​ເສີມດຶງ​ດູດ​ການ​ລົງ​ທຶນ, ການ​ຄ້າ ເພື່ອ​ໃຫ້​ມີ​ວິ​ສາ​ຫະ​ກິດ​ສະ​ໜັບ​ສະ​ໜູນ, ສະ​ໜອງ​ການ​ຜະ​ລິດ​ມາ​ລົງ​ທຶນ ແລະ ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ, ພ້ອມ​ທັງ​ສະ​ໜັບ​ສະ​ໜູນບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ​ເຂົ້າ​ຮ່ວມ​ລະ​ບົບ​ການ​ສະ​ໜອງ​ທົ່ວ​ໂລກ​ຂອງ TTI.

ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ລັດ​ຖະ​ບານ​ຫວຽດ​ນາມ​ໄດ້​ມີ​ນະ​ໂຍ​ບາຍຫຼາຍ​ສະ​ບັບ​ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ​ພັດ​ທະ​ນາ, ​ເພື່ອສາ​ມາດ​ເຂົ້າ​ຮ່ວມ​ລະ​ບົບ​ການ​ສະ​ໜອງ​ທົ່ວ​ໂລກ, ລັດ​ຖະ​ບານ​ຈະ​ສືບ​ຕໍ່​ຄ​ົ້ນ​ຄ້​ວາ​ເພື່ອ​ມີ​ບັນ​ດາ​ນະ​ໂຍ​ບາຍ​ທີ່​ເໝາະ​ສົມຕື່ມ​ອີກ​, ເປັນ​ຕົ້ນ​ແມ່ນ​ສຳ​ລັບ​ວິ​ສາ​ຫະ​ກິດຂະ​ໜາດ​ນ້ອຍ ແລະ ກາງ. ທ່ານກໍ່​ມີ​ຄວາມ​ປາດ​ຖະ​ໜາ​ວ່າ ກຸ່ມ​ບໍ​ລິ​ສັດ​ຈະ​ສະ​ໜັບ​ສະ​ໜູນ​ການ​ຖ່າ​ຍ​ທອດ​ເຕັກ​ໂນ​ໂລ​ຢີ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ.

ຫ ວຽດ ນາມ ສ ງ ເສ ມ ການ ຮ ວມ ມ ພ ດ ທະ ນາ ລະ ບ ບ ກ ານ ສະ ໜອງ ອ ດ ສາ ຫະ ກຳ ສຳ ຮອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ທ່ານ Ousmane Dione ຜູ້​ອຳ​ນວຍ​ການ​ທະ​ນາ​ຄານ​ໂລກ (WB)

​ຍ​ສໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຕີ​ລາ​ຄາ​ສູງ ຕໍ່​ທ່ານ Ousmane Dione ໂດ​ຍ​ແມ່ນ ເພື່ອນ​ມິດ​ທີ່​ສະ​ໜິດ​ສະ​ໜົມ​ຂອງ​ຫວຽດ​ນາມ, ເປັນ​ຜູ້​ທີ່​ມີ​ການ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ​ທະ​ນາ​ຄານ​ໂລກ ແລະ ຫວຽດ​ນາມ.

ຫ ວຽດ ນາມ ສ ງ ເສ ມ ການ ຮ ວມ ມ ພ ດ ທະ ນາ ລະ ບ ບ ກ ານ ສະ ໜອງ ອ ດ ສາ ຫະ ກຳ ສຳ ຮອງ EVFTA ແມ່ນໄມ້​ງັດ​ໃຫ້​ແກ່​ຂະ​ແໜງ​ອະສັງຫາລິມະຊັບ​ອຸດ​ສາ​ຫະ​ກຳຫວຽດ​ນາມ

ຍ​ສ​ໝ - ທ່ານ ເລ​ຈ້ອງ​ຮຽວ ຜູ້​ອຳ​ນວຍ​ການ​ຝ່າຍ​ໃຫ້​ຄຳ​ປຶກ​ສາ ແລະ ແລກ​ປ່ຽນ​ຄ້າ​ຂາຍ - ການ​ບໍ​ລິ​ການ​ອະ​ສັງ​ຫາ​ລິ​ມະ​ຊັບ​ຂອງ​ບໍ​ລິ​ສັດ CBRE ຫວຽດ​ນາມ ໄດ້ມີການໄຈ້ແຍກວ່າ EVFTA ຈະ​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່ຫຼວງ​ເຂົ້າ​ການ​ສ້າງ​ພາບ​ພົດ​ເສດ​ຖະ​ກິດ ຫວຽດ​ນາມ, ພ້ອມ​ທັງ​ແມ່ນ​ກຳ​ລັງ​ໜູນ​ຟື້ນ​ຟູ​ພາຍຫຼັງ ໂລກ​ລະ​ບາດ Covid -19.

ຫ ວຽດ ນາມ ສ ງ ເສ ມ ການ ຮ ວມ ມ ພ ດ ທະ ນາ ລະ ບ ບ ກ ານ ສະ ໜອງ ອ ດ ສາ ຫະ ກຳ ສຳ ຮອງ ການ​ພົວ​ພັນ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ ຫວຽດ​ນາມ - ອັງ​ກິດ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ EVFTA

​ຍ​ສ​ໝ - ສຳ​ລັບ​ສິນ​ຄ້າ ສົ່ງ​ອອກ​ຂອງ​ຫວຽດ​ນາມ ເຂົ້າ​ຕະຫຼາດ ອັງ​ກິດ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ເຕີບ​ໂຕ​ຕະຫຼາດ ຢູ່​ອັງ​ກິດ​ໃຫ້​ແກ່​ສິນ​ຄ້າຫວຽດ​ນາມ ຍັງ​ໃຫຍ່​ຫຼວງທີ່​ສຸດ ຍ້ອນ​ວ່າ ທຸກໆ​ສິນ​ຄ້າ​ສົ່ງ​ອອກ​ຫວຽດ​ນາມ​ພຽງ​ແຕ່ກ​ວມ​ເອົາ​ບໍ່​ເກີນ 1% ໃນ​ຍອດ​ວົງ​ເງິນ​ການ​ຄ້າ​ນຳ​ເຂົ້າ​ສິນ​ຄ້າເກືອບ 700 ຕື້ USD (2019) ໃນ​ແຕ່​ລະ​ປີ​ຂອງ​ອັງ​ກິດ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.