ໂນນພູຫຍ້າໄໝ້ທີ່ກວ້າງໃຫຍ່ ງາມຄືໃນຮູບເງົາ, ດຶງດູດນັກທ່ອງທ່ຽວຢູ່ກາວບັ່ງ |
ພັດທະນາຂະແໜງທ່ອງທ່ຽວຊຸມຊົນຕິດພັນກັບ ເຕັກໂນໂລຢີ ຢູ່ແຂວງ ລາຍເຈົາ |
ຖະໜົນຍ່າງຮ່າຍບາຈຶ່ງ (Hai Ba Trung), ນະຄອນ ເຫວ້ |
ຊັ່ງຊາຮູບແບບຜະລິດຕະພັນ
ເດືອນກໍລະກົດປີ 2023 ຜ່ານມາ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ປະກາດໂຄງການ “ຮູບແບບພັດທະນາບັນດາຜະລິດຕະພັນທ່ອງທ່ຽວຍາມກາງຄືນຈໍານວນໜຶ່ງ” ດ້ວຍເປົ້າໝາຍ ເພີ່ມທະວີການດຶງດູດນັກທ່ອງທ່ຽວ, ເພີ່ມຄາດໝາຍ ແລະ ແກ່ຍາວເວລາວີຊາຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ; ປະກອບສ່ວນເຮັດໃຫ້ການທ່ອງທ່ຽວຍາມກາງຄືນກາຍເປັນຜະລິດຕະພັນຫຼັກ ເພື່ອພັດທະນາເສດຖະກິດຍາມກາງຄືນ ຢູ່ຫວຽດນາມ.
ໂຄງການ ວາງເປົ້າໝາຍສູ້ຊົນຮອດປີ 2025 ບັນດາແຂວງ, ນະຄອນຄື: ຮ່າໂນ້ຍ, ກວາງນິງ, ຫາຍຟ່ອງ, ເທື່ອທຽນເຫ້ວ, ດ່ານັ້ງ, ແຄ໋ງຮ່ວາ, ໂຮ້ຍອານ (ກວາງນາມ), ດາລາດ (ເລິມດົ່ງ), ເກີນເທີ່, ຟູ໋ກວກ (ກຽນຢາງ), ນະຄອນ ໂຮຈິມິນ ແລະ ບາເຣຍ-ຫວຸງເຕົ່າ ມີຢ່າງໜ້ອຍ 1 ຮູບແບບເພື່ອພັດທະນາບັນດາຜະລິດຕະພັນທ່ອງທ່ຽວຍາມກາງຄືນ. ພິເສດແມ່ນນະຄອນຮ່າໂນ້ຍ, ດ່ານັ້ງ. ນະຄອນໂຮ່ຈີມິນ ຈະສ້າງເປັນສະຖານທີ່ສູນບັນເທິງຍາມກາງຄືນ. ເພີ່ມໄລຍະເວລາພັກໂດຍສະເລ່ຍຂອງນັກທ່ອງທ່ຽວຢູ່ບໍລິເວນທີ່ປະຕິລັດໂຄງການຢ່າງໜ້ອຍ 1 ຄືນ. ຮອດປີ 2030, ເປີດກວ້າງບັນດາສະຖານທີ່ບັນເທິງຍາມກາງຄືນ ຢູ່ບັນດາສະຖານທີ່ທ່ອງທ່ຽວໃຫຍ່ຄື: ກວາງນິງ, ຫາຍຟ່ອງ, ເທື່ອທຽນເຫ້ວ, ໂຮ້ຍອ່ານ (ກວາງນາມ), ຍາຈ່າງ (ແຄ໋ງຮ່ວາ), ດາລາດ (ເລິມດົ່ງ), ເກີນເທີ່, ຝູ໋ກວກ (ກຽນຢາງ), ບາເຣຍ - ຫວຸງເຕົ່າ.
ໃນແງ່ມູມການພັດທະນາ, ນັ້ນແມ່ນກາລະໂອກາດທີ່ດີສໍາລັບການທ່ອງທ່ຽວ ເທື່ອທ່ຽນເຫວ້. ແຕ່ວ່າ, ບັນຫາທີ່ກ່າວມານີ້ບໍ່ແມ່ນເລື່ອງງ່າຍ, ເຊິ່ງກ່ຽວພັນໄປເຖິງການເລືອກເອົາຮູບແບບທີ່ເໝາະສົມ ເພື່ອສ້າງຄວາມດຶງດູດ ແລະ ກໍ່ແມ່ນສິ່ງທີ່ຂະແໜງທ່ອງທ່ຽວເຫ້ວ ໄດ້ມີຄວາມສົນໃຈໃນຕະຫຼອດໄລຍະຜ່ານມາ.
ໃນຕົວຈິງ, ມີ 5 ຮູບແບບພັດທະນາຜະລິດຕະພັນການທ່ອງທ່ຽວຍາມກາງຄືນ ທີ່ໄດ້ວາງອອກໃນໂຄງການ, ພ້ອມກັບການບໍລິການແບບປົກກະຕິ ແລະ ການອຸປະຖຳໜູນຊ່ວຍລວມມີ: ຕົວແບບການເຄື່ອນໄຫວສິລະປະວັດທະນະທຳ; ຮູບແບບການເຄື່ອນໄຫວກິລາ, ການດູແລສຸຂະພາບ, ແລະ ກິດຈະກໍາຄວາມງາມ; ຮູບແບບການຄ້າ ແລະ ການບັນເທີງຍາມກາງຄືນ; ຮູບແບບເພື່ອແນະນໍາວັດທະນະທໍາ ແລະ ການບໍລິການອາຫານໃນຍາມກາງຄືນ. ໃນສະພາບການທີ່ແກ່ງແຍ້ງ, ແບ່ງປັນຈຳນວນນັກທ່ອງທ່ຽວຢູ່ບັນດາທ້ອງຖິ່ນໃຫຍ່, ໄດ້ຕັ້ງຄຳຖາມກ່ຽວກັບ ວິທີທີ່ຈະເຮັດແນວໃດເພື່ອຫຼີກລ້ຽງການຊ້ຳຊ້ອນລະຫວ່າງທ້ອງຖິ່ນ, ພິເສດແມ່ນບັນດາແຂວງ, ນະຄອນໃນພາກພື້ນດຽວກັນ.
ເປັນເວລາດົນນານມາແລ້ວ, ນະຄອນເທື່ອທ່ຽນເຫວ້ ໄດ້ມີຖະໜົນກາງຄືນ ,ຖະໜົນຍ່າງໃນຍາມກາງຄືນ. ແຕ່ເຖິງຢ່າງໃດກໍ່ຕາມ, ພາວະວິໄສເພື່ອຕີລາຄາ ແມ່ນຍັງບໍ່ທັນສາມາດຈະຢືນຢັນໄດ້ວ່າ ຮູບແບບທີ່ກຳລັງດໍາເນີນສາມາດຮັບປະກັນປະສິດທິຜົນທີ່ຍືນຍົງ. ມີຫຼາຍຄຳຖາມທີ່ເກີດຂື້ນວ່າ ເປັນຫຍັງເວລາທີ່ນັກທ່ອງທ່ຽວໄປພັກເຊົາຢູ່ນະຄອນເຫວ້ ຈິ່ງໜ້ອຍມື້ ແລະ ມີໄລຍະສັ້ນ. ບາງທີ ຄຳຕອບທີ່ຄົນສ່ວນໃຫຍ່ເຫັນດີນຳ ກໍຄືວ່າ ນະຄອນເຫວ້ ຂາດບັນດາການບໍລິການບັນເທີງໃນຍາມກາງຄືນ.
ເຕີມເຕັມໃຫ້ "ຊ່ອງຫວ່າງ"
ເສດຖະກິດຍາມກາງຄືນ, ລວມທັງການທ່ອງທ່ຽວຍາມກາງຄືນ, ໄດ້ນໍາມາເຊິ່ງລາຍຮັບອັນໃຫຍ່ຫຼວງ, ແຕ່ນີ້ຍັງເປັນ "ຊ່ອງຫວ່າງ" ທີ່ບໍ່ໄດ້ຮັບການຂຸດຄົ້ນຢ່າງມີປະສິດທິຜົນ, ເປັນສະພາບການລວມຂອງຫຼາຍທ້ອງຖິ່ນໃນປະເທດ. ຕາມແງ່ມູມວິສາຫະກິດການທ່ອງທ່ຽວແລ້ວ, ທ່ານນາງ ຮວິ່ງຟານເຟືອງຮວ່າງ, ຮອງຜູ້ອຳນວຍການໃຫຍ່ບໍລິສັດທ່ອງທ່ຽວ Vietravel ໃຫ້ຮູ້ວ່າ ປະຈຸບັນ, ຄວາມຕ້ອງການໃນການໃຊ້ຈ່າຍຂອງນັກທ່ອງທ່ຽວໃນຍາມກາງຄືນກວມປະມານ 70% ຂອງລາຍຈ່າຍທັງໝົດ. ເຖິງຢ່າງໃດກໍຕາມ, ບັນດາຜະລິດຕະພັນການທ່ອງທ່ຽວ ແລະ ການບໍລິການເສດຖະກິດຍາມກາງຄືນ ແມ່ນໄດ້ສຸມໃສ່ກຸ່ມບໍລິການທ່ອງທ່ຽວຍາມກາງຄືນ ແລະ ການບັນເທິງ (ກິນ, ດື່ມ, ແລະ ອື່ນໆ), ໃນຂະນະທີ່ອົງປະກອບວັດທະນະທຳ-ສິລະປະ ເປັນຈຸດທີ່ຮັກສາ ແລະ ເຮັດໃຫ້ນັກທ່ອງທ່ຽວຄືນກັບມາທ່ຽວອີກນັ້ນ ແມ່ນຍັງບໍ່ທັນໄດ້ຮັບການຂຸດຄົ້ນຢ່າງເໝາະສົມ.
ທ່ານ ຫງວຽນວັນຟຸກ ຫົວໜ້າພະແນກທ່ອງທ່ຽວ: ແຂວງໄດ້ມອບໝາຍໃຫ້ນະຄອນເຫວ້ ສົມທົບກັບພະແນກທ່ອງທ່ຽວ ແລະ ພະແນກການຈໍານວນໜຶ່ງ ເພື່ອຜັນຂະຫຍາຍໂຄງການຄົ້ນຄວ້າ “ປັບປຸງສຳເລັດ ແລະ ພັດທະນາຜະລິດຕະພັນການທ່ອງທ່ຽວ ແລະ ການບໍລິການທ່ອງທ່ຽວໃນຍາມກາງຄືນຂອງນະຄອນເຫວ້ ໄລຍະເວລາ 2021 - 2025, ການກຳນົດທິດເຖິງປີ 2030”. ໃນນັ້ນ ໄດ້ສຸມໃສ່ສິນຄ້າການທ່ອງທ່ຽວ ແລະ ການບໍລິການຍາມກາງຄືນ ເຊິ່ງຈັດຂຶ້ນແຕ່ເວລາ 18 ໂມງຂອງຄືນກ່ອນ ຫາ 06 ໂມງເຊົ້າຂອງມື້ຕໍ່ມາ, ຈຸດສຸມແມ່ນການທ່ອງທ່ຽວ ແລະ ການບໍລິການ ໂດຍເນັ້ນໃສ່ປະເພດຕົ້ນຕໍຄື: ການບໍລິການດ້ານການບັນເທີງ (ກິດຈະກຳສິລະປະ; ໂຮງລະຄອນ, ດົນຕີ, ລາຍການບັນເທີງ, ງານບຸນ, ກິດຈະກໍາວັດທະນະທໍາ...), ການບໍລິການດ້ານອາຫານ, ການຊື້ຂາຍເຄື່ອງຂອງ (ຕະຫຼາດກາງຄືນ, ສູນການຄ້າ, ອາຫານ...) ແລະ ການທ່ອງທ່ຽວ (ຢ້ຽມຢາມ ແລະ ສໍາຜັດຕົວຈິງກັບສະຖານທີ່ທ່ອງທ່ຽວ, ຮ່ອງຮອຍວັດທະນະທໍາ, ວຽກງານສະຖາປັດຕະຍະກໍາ, ເບິ່ງຊົມ, ຖະໜົນຫົນທາງ, ເສັ້ນທາງຍ່າງ). ປະຈຸບັນ, ໃນເບື້ອງຕົ້ນຖະໜົນຄົນຍ່າງຍາມກາງຄືນຈໍານວນ 4 ແຫ່ງໄດ້ເປີດໃນວັນທ້າຍອາທິດແລ້ວ ແລະ ຈະຂະຫຍາຍເພື່ອເຄື່ອນໄຫວເປັນປົກກະຕິໃນບັນດາຕອນຄ່ຳ.
ຂະແໜງທ່ອງທ່ຽວແຂວງ ກໍ່ໄດ້ສະເໜີໃຫ້ກົມທ່ອງທ່ຽວແຫ່ງຊາດ ມີແຜນການສະເພາະກັບແຕ່ລະແຂວງ, ນະຄອນ ແນໃສ່ສ້າງຮູບແບບພັດທະນາຜະລິດຕະພັນການທ່ອງທ່ຽວຍາມກາງຄືນໃຫ້ແທດເໝາະກັບທິດທາງ ແນວຄວາມຄິດຂອງແຂວງ, ນະຄອນ, ພັດທະນາຜະລິດຕະພັນເພື່ອບໍ່ໃຫ້ມີການຊໍ້າຊ້ອນ ແລະ ສ້າງຄວາມເປັນເອກະລັກຂອງແຕ່ລະທ້ອງຖິ່ນ, ເພື່ອສ້າງຄວາມຫຼາກຫຼາຍ ແລະ ດຶງດູດນັກທ່ອງທ່ຽວມາສຳຜັດ ແລະ ຢູ່ພັກໄດ້ດົນກວ່າ.
ຄຽງຂ້າງບັນດາມາດຕະການແກ້ໄຂທີ່ແຂວງໄດ້ ແລະ ພວມປະຕິບັດນັ້ນ, ເພື່ອຂຸດຄົ້ນການທ່ອງທ່ຽວກາງຄືນຢ່າງມີປະສິດທິຜົນ, ບັນດາຫົວໜ່ວຍທີ່ກ່ຽວຂ້ອງຕ້ອງເປັນເຈົ້າການຄົ້ນຄວ້າບັນດາມາດຕະການຢ່າງລະອຽດລະອໍ ໂດຍອີງໃສ່ລັກສະນະ ແລະ ທ່າແຮງຂອງນະຄອນຫຼວງເກົ່າແກ່. ຕາມປະຊາຊົນ ແລະ ນັກທ່ອງທ່ຽວຫຼາຍຄົນແລ້ວ, ໂດຍລັກສະນະວັດທະນະທຳ, ອາຫານທີ່ແຊບຊ້ອຍ, ຊຸດເສື້ອຍາວຂອງເຫວ້ນັ້ນ ໄດ້ເປັນບັນດາປັດໄຈ “ທີ່ສ້າງຄວາມໜ້າຈົດຈຳ” ເຊິ່ງເຫວ້ ສາມາດຄົ້ນຄ້ວາແນວຄິດ ແລະ ຊອກຫາບັນດາຜະລິດຕະພັນທ່ອງທ່ຽວທີ່ເໝາະສົມ.
ຈາກແງ່ມູມຂອງຜູ້ຊ່ຽວຊານ ທ່ານ Suhash Chandar, ອຳນວຍການຜູ້ຝ່າຍບໍລິຫານ Asia DMC (ເຊິ່ງເປັນຜູ້ນໍາພາຄະນະແຂກ MICE ອິນເດຍ ໄປຫວຽດນາມ) ໃຫ້ຄຳເຫັນວ່າ ຖ້າຢາກຕ້ອນຮັບຄະນະແຂກໃຫ້ຫຼາຍກ່ວານີ້, ບັນດານະຄອນຂອງ ຫວຽດນາມ ຕ້ອງມີສູນການຄ້າໃຫຍ່ຕື່ມອີກ. ເພາະວ່າເມື່ອທຽບໃສ່ປະເທດໄທ ຫຼື ສິງກະໂປ, ການບໍລິການຊື້ເຄື່ອງ ແລະ ການບັນເທິງຂອງຫວຽດນາມ ແມ່ນຍັງມີໜ້ອຍ ແລະ ບໍ່ມີຄວາມຫຼາກຫຼາຍ. ນີ້ກໍແມ່ນຂໍ້ສະເໜີທີ່ດີທີ່ນະຄອນ ເຫວ້ ຄວນພິຈາລະນາ.
ອານຸໄຊ ສະຫວັດ