ບົດ​ບາດ​ຂອງ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ​ສຳ​ລັບ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ໃນ​ສະ​ພາບ​ການ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19

13:25 | 03/07/2021

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ ຫວຽດ​ນາມ ຫງວຽນ​ຮຸຍ​ຢຸງ ໃຫ້​ຮູ້​ວ່າ: ການ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ​ຢ່າງ​ທັນ​ການ​ ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ຊ່ວຍ​ ຫວຽດ​ນາມ ຜ່ານ​ຜ່າ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ແລະ ບັນ​ລຸ​ໄດ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຢູ່​ລະ​ດັບ 4,5% ໃນ​ໄຕ​ມາດ​ທີ I/2021. ຫວຽດນາມ ໄດ້ບັນ​ລຸ​​ເປົ້າ​ໝາຍ​ພັດ​ທະ​ນາ​ພື້ນ​ຖານ​ເສດ​ຖະ​ກິດດີ​ຈີ​ຕອນ ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ​ເຂົ້າ​ໃນຫຼາຍ​ຂົງ​ເຂດ.

ທະ​ນາ​ຄານ​ໂລກ ສະ​ຫງວນ​ເງິນ​ຈຳ​ນວນກວ່າ 300 ລ້ານ USD ເພື່ອ​ຊ່ວຍ​ໜູນ ຫວຽດ​ນາມ ໃນ​ການ​ຟື້ນ​ຟູ ພາຍຫຼັງ​ໂລກ​ລະ​ບາດ​ ທະ​ນາ​ຄານ​ໂລກ ສະ​ຫງວນ​ເງິນ​ຈຳ​ນວນກວ່າ 300 ລ້ານ USD ເພື່ອ​ຊ່ວຍ​ໜູນ ຫວຽດ​ນາມ ໃນ​ການ​ຟື້ນ​ຟູ ພາຍຫຼັງ​ໂລກ​ລະ​ບາດ​
ບັນ​ດາ​ສ່ວນ​ເຂົ້າ​ແບ່ງ​ໃຫ້​ຜູ້​ທຸກ​ຍາກ​ໃນ​ລະ​ດູ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ບັນ​ດາ​ສ່ວນ​ເຂົ້າ​ແບ່ງ​ໃຫ້​ຜູ້​ທຸກ​ຍາກ​ໃນ​ລະ​ດູ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ບົດ​ບາດ​ຂອງ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ​ສຳ​ລັບ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ໃນ​ສະ​ພາບ​ການ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ກອງ​ປະ​ຊຸມ​ສຳ​ມະ​ນາ​ທາ​ງ​ອອນ​ລາຍ​ກ່ຽວ​ກັບ​ການ​ຮ່ວມ​ມືດ້ານ​ເຕັກ​ໂນ​ໂລ​ຢີ​ຂໍ​້​ມູນ​ຂ່າ​ວ​ສານ ລະ​ຫວ່າງ ອິນ​ເດຍ ແລະ ຫວຽດ​ນາມ

ວັນ​ທີ 29 ມິ​ຖຸ​ນາ, ສະ​ຖານ​ທູດ ອິນ​ເດຍ ປະ​ຈຳ ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ​ ຫວຽດນາມ ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ທາ​ງ​ອອນ​ລາຍ​ກ່ຽວ​ກັບ​ການ​ຮ່ວມ​ມືດ້ານ​ເຕັກ​ໂນ​ໂລ​ຢີ​ຂໍ​້​ມູນ​ຂ່າ​ວ​ສານ ລະ​ຫວ່າງ ອິນ​ເດຍ ແລະ ຫວຽດ​ນາມ ໃນ​ສະ​ພາບ​ການ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19.

ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ ຫວຽດ​ນາມ ຫງວຽນ​ຮຸຍ​ຢຸງ ໃຫ້​ຮູ້​ວ່າ: ການ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ​ຢ່າງ​ທັນ​ການ​ ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ຊ່ວຍ​ ຫວຽດ​ນາມ ຜ່ານ​ຜ່າ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ແລະ ບັນ​ລຸ​ໄດ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຢູ່​ລະ​ດັບ 4,5% ໃນ​ໄຕ​ມາດ​ທີ I/2021. ຫວຽດນາມ ໄດ້ບັນ​ລຸ​​ເປົ້າ​ໝາຍ​ພັດ​ທະ​ນາ​ພື້ນ​ຖານ​ເສດ​ຖະ​ກິດດີ​ຈີ​ຕອນ ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ​ເຂົ້າ​ໃນຫຼາຍ​ຂົງ​ເຂດ.

ຕາມ​ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ເດຍ ປະ​ຈຳ ຫວຽດ​ນາມ Pranay Verma ແລ້ວ, ການ​ຮ່ວມ​ມືດ້ານເຕັກ​ໂນ​ໂລ​ຢີ​ຂໍ​ມູນ​ຂ່າ​ວ​ສານ ລະ​ຫວ່າງ ອິນ​ເດຍ ແລະ ຫວຽດ​ນາມ ມີ​ບົດ​ບາດ​ສຳ​ຄັນ​ໃນ​ສະ​ພາບ​ການ​ປັດ​ຈຸ​ບັນ, ເປັນ​ຕົ້ນ​ແມ່ນ​ເມື່ອການພົບປະ​ແລກ​ປ່ຽນ​ໂດຍ​ກົງ​ຖືກ​ຈຳ​ກັດ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19. ທັງ ຫວຽດ​ນາມ ແລະ ອິນ​ເດຍ ​ລ້ວນ​ແຕ່​ມີ​ບັນ​ດາ​ວິ​ໄສ​ທັດອັນຍາວໄກ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າ​ວານ, ເປັນ​ຕົ້ນ​ແມ່ນໃນການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້​ງ​ທີ 4. ສອງ​ປະ​ເທດ​ພວມ​ຊອກ​ຫາ​ກາ​ລະ​ໂອ​ກາດ​ເພື່ອ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດດ້ານ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ, ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ​ກວ້າງຂວາງກ່​ວາ ເພື່ອ​ແນ​ໃສ່​ພັດ​ທະ​ນາ​ປະ​ເທດ​ຊາດ, ນັບ​ມື້​ນັບ​ມີ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີ​ຫວຽດ​ນາມ ຫຼາຍ​ແຫ່ງ​ໄດ້​ຮັບ​ການ​ເຄື່ອ​ນ​ໄຫວ​ຢູ່​ອິນ​ເດຍ ແລະ ບ​ໍ​ລິ​ສັດ​ອິນ​ເດຍ​ກໍ່ໄດ້​ຮັບ​ການ​ເຄື່ອນ​ໄຫວ​ຢູ່ ຫວຽນາມ.

ກ່າວ​ຄຳ​ເຫັນ​ທີ່​ເຫດ​ການ, ທ່ານ​ນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງງ​າ, ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ ໄດ້​ຕີ​ລາ​ຄ​າ​ສູງ​ບັນ​ດາ​ຜົນ​ງານ​ຂອງ ອິນ​ເດຍ ໃນ​ການ​ຜະ​ລິດ​ວັກ​ຊິນກັ​ນ​ໂຄວິດ - 19 ແລະ ການແບ່ງ​ປັນ​ວັກ​ຊິນ, ອຸປະກອນ​ການ​ແພດກັບ​ບັນ​ດາ​ປະ​ເທດ​ຕ່າງໆ. ຫວຽດ​ນາມ ໄດ້ປະສົບຜົນສຳເລັດໃນການ​ນຳ​ໃຊ້​​ບັນ​ດາ​ມາດ​ຕະ​ການ​ຢ່າງວອງ​ໄວ ແລະ ຂ້ຽວ​ຂາດ ເພື່ອ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ ໄວ​ຣ​ັດ, ນຳ​ໃຊ້​ບັນ​ດາ​ວິ​ທີ​ການ​ເຕັກ​ໂນ​ໂລ​ຢີ ຂໍ້​ມູນ​ຂ່າວ​ສານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ດ້ວຍ​ບົດ​ບາ​ດາ​ນຳ​ໜ້າ​ຂອງ ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ ຫວຽດ​ນາມ.

ທ່ານ​ນາງ ຫງວຽນ​ເຟືອງ​ງາ ​ເນັ້ນ​ໜັກ​ວ່າ: ດ້ວຍ​ພາ​ລະ​ກຳ​ເຊື່ອມ​ຕໍ່​ສອງ​ຊາດ, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ຫວຽດ​ນາມ ແລະ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອ​ິນ​ເດຍ ຈະ​ສົມ​ທົບ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ອິນ​ເດຍ​ຢ່າງ​ແໜ້ນ​ແຟ້ນ ເພື່ອ​ສືບ​ຕໍ່​ຈັດ​ຕັ້ງຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ ແລະ ແທດ​ຈິ​ງ​ກ່​ວາ ດ້ວຍ​ການ​ໜູນ​ຊ່ວຍ​ຂອງເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ຮອບ​ດ້ານ​ລະ​ຫວ່າງສອ​ງ​ປະ​ເທດ ແລະ ນ້ຳ​ໃຈ​ມິດ​ຕະ​ພາບ​ທີ່​ມີ​ແຕ່​ດົນ​ນານ​ລະ​ຫວ່າງ​ສອງ​ຊາດ ຫວຽດ​ນາມ - ອິນ​ເດຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.