ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ຢືນ​ຢັນ​ການຊ່ວຍເຫຼືອ​ຫວຽດ​ນາມ ໃນ​ການ​ຊຸກ​ຍູ້ການຫັນ​ປ່ຽນ​ພະ​ລັງ​ງານ

15:05 | 21/05/2022

ໃນການເຮັດວຽກກັບທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດໃນວັນທີ 18 ພຶດສະພາ, ທ່ານ Selwin Hart ທີ່ປຶກສາພິເສດຂອງທ່ານເລຂາທິການໃຫຍ່ຮັບຜິດຊອບກ່ຽວກັບບັນຫາດິນຟ້າອາກາດ.

ເພີ່ມ​ທະ​ວີ​ການ​ພ​ົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ ຫວຽດ​ນາມ - ເດ​ນ​ມາກ ເພີ່ມ​ທະ​ວີ​ການ​ພ​ົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ ຫວຽດ​ນາມ - ເດ​ນ​ມາກ
ສື່​ມວນ​ຊົນລາວ ສືບ​ຕໍ່​​ໃຫ້ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ມິດ​ຕະ​ພາບ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ສື່​ມວນ​ຊົນລາວ ສືບ​ຕໍ່​​ໃຫ້ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ມິດ​ຕະ​ພາບ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ
ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ແລະ ທ່ານ Selwin Hart ທີ່ປຶກສາພິເສດຂອງທ່ານເລຂາທິການໃຫຍ່ (ພາບ: baoquocte.vn)
ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ແລະ ທ່ານ Selwin Hart ທີ່ປຶກສາພິເສດຂອງທ່ານເລຂາທິການໃຫຍ່ (ພາບ: baoquocte.vn)

ຜູ້ຊ່ວຍເລຂາທິການໃຫ່ຍ ໄດ້ມອບຈົດໝາຍຂອງທ່ານເລຂາທິການໃຫ່ຍສະຫະປະຊາຊາດ ຫາທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ຢືນຢັນວ່າ ສະຫະປະຊາຊາດ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ໃນການສ້າງຕັ້ງການພົວພັນຄູ່ຮ່ວມມືດ້ານການຫັນປ່ຽນພະລັງງານກັບກຸ່ມບັນດາປະເທດ G7.

ໃນຈົດໝາຍ, ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ ໄດ້ຊົມເຊີຍ ຫວຽດນາມ ທີ່ຕັດສິນໃຈຍົກອອກຄຳໝັ້ນສັນຍາຢ່າງແຮງທີ່ກອງປະຊຸມຄັ້ງທີ 26 ຂອງປະເທດສະມາຊິກສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວການປ່ຽນແປງຂອງດິນຟ້າອາກາດ (COP-26); ຊົມເຊີຍຂໍ້ຕົກລົງຂອງບັນດາປະເທດ G7 ຫວ່າງມໍ່ໆມານີ້ທີ່ໃຫ້ບຸລິມະສິດແກ້ ຫວຽດນາມ ສ້າງຕັ້ງການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານ.

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໄດ້ກ່າວຄຳຂອບໃຈຕໍ່ການໜູນຊ່ວຍເຊິ່ງສະຫະປະຊາຊາດ ແລະ ສ່ວນຕົວ ທ່ານເລຂາທິການໃຫຍ່ສະຫະປະຊາຊາດທີ່ສະຫງວນໃຫ້ແກ່ຫວຽດນາມ, ໂດຍໃຫ້ຮູ້ວ່າຈະສົ່ງຈົດໝາຍໃຫ້ທ່ານນາຍົກລັດຖະມົນຕີ ໂດຍໄວ ແລະ ເນັ້ນໜັກວ່າ ຈະສືບຕໍ່ປສານສົມທົບກັນຢ່າງແໜ້ນແຟ້ນກັບຜູ້ຊ່ວຍທ່ານເລຂາທິການໃຫຍ່ Selvin Hart ແລະ ບັນດາອົງການສະຫະປະຊາຊາດໃນເລື່ອງນີ້.

vovworld.vn

ເຫດການ
302 Found

Found

The document has moved here.