ຍສໝ - ທ່ານປະທານສະພາຕ່ຳ ອິນເດຍ Om Birla ໄດ້ຢືນຢັນສິ່ງນີ້ ເມື່ອໃຫ້ສຳພາດນັກຂ່າວ ກ່ຽວກັບການພົວພັນລະຫວ່າງ ສອງປະເທດຫວຽດນາມ - ອິນເດຍ ໃນໂອກາດການຢ້ຽມຢາມ ອິນເດຍ ຢ່າງເປັນທາງການແຕ່ວັນທີ 15 – 19 ທັນວາ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ.
ຍສໝ - ຫວ່າງແລ້ວນີ້, ຄະນະຜູ້ແທນສະຖານທູດອົດສະຕາລີ ປະຈຳ ຫວຽດນາມ ໄດ້ມາຢ້ຽມຢາມພາກຕາເວັນຕົກສ່ຽງເໜືອຫວຽດນາມ ເພື່ອພົບປະກັບຊາວກະສິກອນ ແລະ ວິສາຫະກິດທ້ອງຖິ່ນ ທີ່ໄດ້ຮັບຜົນປະໂຫຍດຈາກບັນດາໂຄງການໜູນຊ່ວຍ ອົດສະຕາລີ.
ຍສໝ - ເດືອນທັນວາ, World Cruise Awards (WCA) ໄດ້ມອບນາມມະຍົດສະຖານທີ່ລ່ອງເຮືອສຳລານດີທີ່ສຸດຢູ່ອາຊີ 2021 ໃຫ້ຫວຽດນາມ. ໝາກຜົນໂດຍ WCA ຂຶ້ນກັບລາງວັນໂດຍ Word Travel Awards ປະກາດປະຈຳປີ. ປະເທດທີ່່ຄວ້າລາງວັນແມ່ນປະເທດທີ່ໄດ້ຮັບຄະແນນການເລືອກຫຼາຍທີ່ສຸດຈາກບັນດານັກຊ່ຽວຊານແຖວໜ້າໃນຂະແໜງການທ່ອງທ່ຽວ ແລະ ຜູ້ອ່ານໃນທົ່ວໂລກ.
ຍສໝ - ງານເສັງແມ່ນໂອກາດເພື່ອໃຫ້ ວິທະຍຸກະຈາຍສຽງຫວຽດນາມ ແລະ UNESCO ແນະນຳປຶ້ມຄູ່ມື ດ້ວຍພາສາຫວຽດ “ການນຳສະເໜີຂ່າວ ກ່ຽວກັບຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ” ໄປເຖິງບັນດານັກຂ່າວ ເຊິ່ງໄດ້ພິມຈຳໜ່າຍໂດຍ UNESCO.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ແລະ ອົງການພັດທະນາແມ່ຍິງ ສປຊ (UNWOMEN) ສົມທົບກັນຈັດຕັ້ງກອງປະຊຸມສຳມະນາສາກົນ ກ່ຽວກັບຫົວຂໍ້ “ຊຸກຍູ້ການປະຕິບັດໂຄງການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ: ບົດບາດຂອງໂຄງການກະທຳແຫ່ງຊາດ” ຕາມຮູບແບບທາງໄກສົມທົບກັບໂດຍກົງ.
ຍສໝ - ເວັບໄຊຂ່າວ Le reporter ຂອງ Morocco ຕີລາຄາວ່າ ຫວຽດນາມ ຍັງແມ່ນຈຸດໝາຍປາຍທາງດຶງດູດນັກລົງທຶນຕ່າງປະເທດ ເຖິງວ່າຈະເກີດພະຍາດລະບາດກໍ່ຕາມ.
ຍສໝ - ເວທີປາໄສການຮ່ວມມືຊັບພະຍາກອນນ້ຳຂອງ - ລ້ານຊ້າງ ຄັ້ງທີ 2 ທີ່ໄດ້ດຳເນີນໃນລະຫວ່າງວັນທີ 7 – 8 ທັນວາ ດ້ວຍຮູບແບບທາງໄກ.
ໃນຈົດໝາຍໄດ້ເນັ້ນໜັກວ່າ, ພາຍຫຼັງເກີດໂລກລະບາດໂຄວິດ - 19 ມາໄດ້ 2 ປີ, ຜູ້ມີຍົດຖາບັນດາສັກ, ນັກບວດ, ພໍ່ແມ່ປະຊາຊົນຜູ້ທີ່ຖືສາສະໜາຕ່າງໆ ໂດຍບໍ່ຫົວຊາຕໍ່ອັນຕະລາຍ, ໄດ້ພ້ອມກັບພະນັກງານ, ນັກຮົບເຂົ້າຮ່ວມແນວໜ້າປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ໃນໂອກາດບຸນເຕັດປີ ຂານ 2022 ນີ້, ການເຄື່ອນໄຫວເບິ່ງແຍງດູແລໄດ້ສຸມໃສ່ຜັນຂະຫຍາຍຢູ່ຂັ້ນຮາກຖານ, ດ້ວຍລາຍຈ່າຍທັງໝົດປະມານ 2.400 ຕື້ດົ່ງ.
ບັນດາທູດກິລາ ຈະນຳໃຊ້ຜົນສະທ້ອນຂອງຕົນ ເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍໃນພາກພື້ນ ແລະ ມອບສິດໃຫ້ແກ່ແມ່ຍິງ ຜ່ານກິລາ ແລະ ສົ່ງສານສົ່ງເສີມໄປຍັງປະຊາຄົມ ອາຊຽນ.
ຍສໝ - ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ສົ່ງຈົດໝາຍສັນລະເສີນ ເຖິງສະຫະພັນໃຫຍ່ແຮງງານຫວຽດນາມ ກ່ຽວກັບການປຸກລະດົມ ແລະ ຜັນຂະຫຍາຍໂຄງການ “75 ພັນຂໍ້ລິເລີ່ມ, ຜ່ານຜ່າຄວາມຫຍຸ້ງຍາກ, ພັດທະນາ” ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນກຳມະກອນສາກົນ ຢູ່ຫວຽດນາມ.
ຍສໝ - ເນື່ອງໃນໂອກາດວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ຫວ່າງແລ້ວນີ້, ຕຶກອາຄານ ແລະ ສະຖານທີ່ທີ່ມີຊື່ສຽງຫຼາຍແຫ່ງໃນຫຼາຍປະເທດ, ໃນນັ້ນມີຫວຽດນາມ ໄດ້ເປີດໄຟສີສົ້ມ ເປັນສີສັນຍາລັກຂອງອະນາຄົດທີ່ສົດໃສ, ບໍ່ຮຸນແຮງຂອງແມ່ຍິງ ແລະ ເດັກຍິງ.
ຍສໝ - ເນື່ອງໃນໂອກາດວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ຫວ່າງແລ້ວນີ້, ອົງການ UNESCO ແລະ ສະຖາບັນບຳລຸງສ້າງສື່ມວນຊົນ ແລະ ສື່ສານ (SJC) ຂຶ້ນກັບມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມສຳມະນາທາງອອນລາຍດ້ວຍຫົວຂໍ້ ບັນຫາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ.
ຍສໝ - ບົດຂຽນຂອງຜູ້ຂຽນ Grigory Trofimchuk ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງສະຫະພັນລັດເຊຍ ບໍ່ພຽງແຕ່ໃນຍຸກສະໄໝສະຫະພາບ ໂຊວຽດ ເທົ່ານັ້ນ ຫາກຍັງໃນປະຈຸບັນນີ້ອີກດ້ວຍ.
ຕອນບ່າຍວັນທີ 30 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການຫັນໄປສູ່ດີຈີຕອນ ໄດ້ເປັນປະທານວາລະປະຊຸມທຳອິດຂອງ ຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ.
ຍສໝ - ໃນຂອບເຂດການຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຕອນເຊົ້າວັນທີ 25 ພະຈິກ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢ່ຽນ ໄດ້ມີການພົບປະກັບທ່ານລັດຖະມົນຕີກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ Koichi Haguida.
ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຊຸດທີ 3 (2021-2026) ຂອງສະມາຄົມນັກປັນຍາຊົນຍິງຫວຽດນາມ ໄດ້ໄຂຂຶ້ນໃນວັນທີ 26 ພະຈິກນີ້ ແລະ ເລືອກຕັ້ງຄະນະບໍລິຫານງານ ອາຍຸການ 2021-2026 ປະກອບມີ 60 ທ່ານ. ທ່ານ ສຈ. ປອ. ນາງ ເລຖີ້ເຮີບ - ປະທານສະມາຄົມ ໂພຊະນະການ ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນ ປະທານສະມາຄົມ.
ຍສໝ - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການນັບແຕ່ວັນທີ 22 – 25 ພະຈິກ. ເນື່ອງໃນໂອກາດນີ້, ນັກຂ່າວ VOV ຈະສຳພາດທ່ານ Asano Katsuhito, ອະດີດຮອງລັດຖະມົນຕີການຕ່າງປະເທດ, ອະດີດຮອງລັດຖະມົນກະຊວງປ້ອງກັນ ຍີ່ປຸ່ນ ກ່ຽວກັບການພົວພັນລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.
ຍສໝ - ຫວຽດນາມ ຍາມໃດກໍ່ບຸລິມະສິດຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງຊາຍ, ຮັດແຄບຊ່ອງຫວ່າງທາງເພດ, ສ້າງເງື່ອນໄຂເພື່ອໃຫ້ແມ່ຍິງເຂົ້າຮ່ວມການຊົມໃຊ້ຢ່າງມີຄວາມສະເໝີພາບລະຫວ່າງບັນດາຂົງເຂດໃນການດຳລົງຊີວິດສັງຄົມ, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງປະເທດຊາດ.
ຍສໝ - ໃນຂອບເຂດເວທີປາໄສລະດັບສູງປະຈຳປີ ຄັ້ງທີ 3 ກ່ຽວກັບອຸດສາຫະກຳ 4.0, ກອງປະຊຸມສຳມະນາຫົວຂໍ້ສະເພາະຄັ້ງທີ 4 ດ້ວຍຫົວຂໍ້ “ພັດທະນາພະລັງງານຂຽວ ແລະ ບັນດາພະລັງງານໃໝ່ໃນວິວັດການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝເຖິງ 2030, ວິໄສທັດຮອດ 2045” ໂດຍການເປັນປະທານຂອງຄະນະກຳມະການເສດຖະກິດສູນກາງ ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ແລະ ສະຫະສະມາຄົມພະລັງງານຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 10/11.