ActionAid International ໃນປີ 2022: 3 ຂົງເຂດບຸລິມະສິດໜູນຊ່ວຍຫວຽດນາມ

06:35 | 06/02/2022

ຍສໝ - ໜູນຊ່ວຍຊຸມຊົນສ້າງຊີວິດການເປັນຢູ່ແບບຍືນຍົງ ໃນສະພາບການທີ່ຫຍຸ້ງຍາກ; ໜູນຊ່ວຍການບໍລິການດ້ານສາທາລະນະສຸກ ແລະ ການສຶກສາສໍາລັບແມ່ຍິງ ແລະ ເດັກນ້ອຍ; ໜູນຊ່ວຍ ແລະ ​ເຊື່ອມ​ໂຍງ​ບັນດາ​ຄູ່​ຮ່ວມ​ມື​ຢູ່​ທ້ອງ​ຖິ່ນ ​ແລະ ​ສູນ​ກາງ ​ເພື່ອ​ສຶກສາ​ບັນດາ​ບັນຫາ​ສິ່ງ​ແວດ​ລ້ອມ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ... ນັ້ນ​ແມ່ນ 3 ຂົງ​ເຂດ​ບຸລິມະສິດ​ຂອງ ActionAid International, ​ໂດຍ​ທ່ານ​ນາງ ຫ່ວາງຖາວເຮືອງ, ຫົວໜ້າ​ຜູ້ຕາງໜ້າ​ອົງການ​ຈັດ​ຕັ້ງ​ນີ້ຢູ່ ຫວຽດນາມ ​ໄດ້​ແບ່ງປັນ​ກັບວາລະສານຍຸກສະໄໝ.

ນະ​ໂຍ​ບາຍ​ການ​ພົວ​ພັນ​ຕ່າງ​ປະ​ເທດຫຼາຍ​ຝ່າຍ​ຊ່ວຍ​ໃຫ້​ຫວຽດ​ນາມ ບັນ​ລຸ​ໄດ້​ທີ່​ຕັ້ງ​ບົດ​ບາດ​ສຳ​ຄັນ​ບົນ​ເວ​ທີ​ສາ​ກົນ ນະ​ໂຍ​ບາຍ​ການ​ພົວ​ພັນ​ຕ່າງ​ປະ​ເທດຫຼາຍ​ຝ່າຍ​ຊ່ວຍ​ໃຫ້​ຫວຽດ​ນາມ ບັນ​ລຸ​ໄດ້​ທີ່​ຕັ້ງ​ບົດ​ບາດ​ສຳ​ຄັນ​ບົນ​ເວ​ທີ​ສາ​ກົນ
ຊຸກ​ຍູ້​ການ​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ​ກ່ຽວ​ກັບ​ແມ່​ຍິງ, ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ ຊຸກ​ຍູ້​ການ​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ​ກ່ຽວ​ກັບ​ແມ່​ຍິງ, ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ

ໂດຍເນັ້ນໃສ່ 3 ກຸ່ມການໜູນຊ່ວຍທີ່ກ່າວມາຂ້າງເທິງນັ້ນ ມີກິດຈະກໍາ ແລະ ໂຄງການໃດແດ່ທີ່ ActionAid ໄດ້ຈັດຕັ້ງປະຕິບັດ?

ໜູນຊ່ວຍຊຸມຊົນສ້າງຊີວິດການເປັນຢູ່ແບບຍືນຍົງ ໃນສະພາບການທີ່ຫຍຸ້ງຍາກ; ໜູນຊ່ວຍການບໍລິການດ້ານສາທາລະນະສຸກ ແລະ ການສຶກສາສໍາລັບແມ່ຍິງ ແລະ ເດັກນ້ອຍ; ໜູນຊ່ວຍ ແລະ ​ເຊື່ອມ​ໂຍງ​ບັນດາ​ຄູ່​ຮ່ວມ​ມື​ຢູ່​ທ້ອງ​ຖິ່ນ ​ແລະ ​ສູນ​ກາງ ​ເພື່ອ​ສຶກສາ​ບັນດາ​ບັນຫາ​ສິ່ງ​ແວດ​ລ້ອມ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ... ນັ້ນ​ແມ່ນ 3 ຂົງ​ເຂດ​ບຸລິມະສິດ​ຂອງ ActionAid International, ​ໂດຍ​ທ່ານ​ນາງ ຫ່ວາງຖາວເຮືອງ, ຫົວໜ້າ​ຜູ້ຕາງໜ້າ​ອົງການ​ຈັດ​ຕັ້ງ​ນີ້ຢູ່ ຫວຽດນາມ ​ໄດ້​ແບ່ງປັນ​ກັບວາລະສານຍຸກສະໄໝ.

ປີ 2021 ເປັນປີທີ່ຫຍຸ້ງຍາກສຳລັບຫຼາຍອົງການບໍ່ສັງກັດລັດຖະບານ, ລວມທັງ ActionAid. ພວກເຮົາກໍານົດວ່ານີ້ ຈະເປັນສະຖານະການໃຫມ່, ດັ່ງນັ້ນ ActionAid ຈໍາເປັນຕ້ອງເຮັດວຽກບຸກບືນ ແລະ ປັບຕົວຢ່າງໄວວາ. ​ແຕ່​ກາງ​ປີ 2021, ດ້ວຍ​ການໜູນຊ່ວຍ​ຢ່າງ​ຕັ້ງໜ້າ​ຂອງ VUFO ​ແລະ PACCOM, ພວກ​ເຮົາ​ພ້ອມ​ກັບ​ບັນດາ​ຄູ່​ຮ່ວມ​ມື​ທ້ອງ​ຖິ່ນ​ ໄດ້ຊອກ​ຫາ​ວິທີ​ແກ້​ໄຂ​ທີ່​ມີໄຫວພິບ ​ເພື່ອ​ສືບ​ຕໍ່​ປະຕິບັດ​ບັນດາ​ໂຄງການ​ທ້ອງ​ຖິ່ນ ທ່າມກາງ​ສະພາບ​ການ​ແຜ່​ລະບາດ​ຂອງ Covid-19 ທີ່​ສັບສົນ​ໃນ​ທົ່ວ​ປະ​ເທດ. ສະ​ນັ້ນ, ໃນ​ສະ​ພາບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງ, ພວກ​ເຮົາ​ໄດ້ເບີກຈ່າຍເງິນ​ເກືອບ 80% ຂອງ​ງົບ​ປະ​ມານ​ປະ​ຈຳ​ປີ. ພວກ​ຂ້າ​ພະ​ເຈົ້າ ​ປາດ​ຖະ​ໜາຢາກ​ປະ​ກອບ​ສ່ວນ​ບັນ​ດາ​ໝາກ​ຜົນ​ດັ່ງ​ກ່າວ ​ເປັນ​ສ່ວນ​ໜ້ອຍ​ໜຶ່ງເຂົ້າໃນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ຫວຽດ​ນາມ, ຂອງບັນດາແພດ​ໝໍ ແລະ ຊຸມ​ຊົນ ເພື່ອ​ຜ່ານ​ຜ່າ​ໂລກ​ລະ​ບາດ Covid – 19.

ActionAid International ໃນປີ 2022: 3 ຂົງເຂດບຸລິມະສິດໜູນຊ່ວຍຫວຽດນາມ
ໂຄງ​ການ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ແມ່​ຍິງ​ໃນ​ການ​ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ໄພ​ພິ​ບັດ​ ແລະ​ ການ​ຫຼຸດ​ຜ່ອນ​ໄພ​ພິ​ບັດ​ຢູ່ ຈາວິງ.

ເຖິງວ່າຈະມີການແຜ່ລະບາດ, ພວກເຮົາຍັງບັນລຸໄດ້ບາງຜົນສໍາເລັດທີ່ສໍາຄັນດ້ວຍ 2 ໂຄງການທີ່ ActionAid ຮ່ວມມືທາງດ້ານການເງິນກັບສະຫະພາບເອີຣົບ ແລະ ລັດຖະບານເຢຍລະມັນ. ທັງສອງໂຄງການນີ້ ຊ່ວຍໃຫ້ປະຊາຊົນສາມາດຮັບມືຕໍ່ໄພພິບັດທຳມະຊາດ ແລະ ການປ່ຽນແປງດິນຟ້າອາກາດໄດ້ດີຂຶ້ນ ແລະ ໜູນຊ່ວຍແມ່ຍິງ ແລະ ໄວໜຸ່ມຊົນເຜົ່າ ໃຫ້ເຂົ້າເຖິງການບໍລິການດູແລສຸຂະພາບຈະເລີນພັນໄດ້ດີຂຶ້ນ. ນີ້​ແມ່ນ​ສອງ​ໂຄງການ​ທີ່ຜັນຂະຫຍາຍ​ຫຍຸ້ງຍາກ​ທີ່​ສຸດ​, ​ແຕ່​ມາ​ຮອດ​ປະຈຸ​ບັນ​ ໄດ້​ລື່ນ​ກາຍ​ຄາດໝາຍ​ທີ່​ວາງ​ໄວ້. ພວກເຮົາດີໃຈຫຼາຍທີ່ເຖິງວ່າຈະມີສິ່ງທ້າທາຍຫຼາຍຢ່າງຈາກສະຖານະການ Covid-19, ແຕ່ທັງສອງໂຄງການຍັງໄດ້ຮັບຜົນສໍາເລັດ ແລະ ໄດ້ຮັບການຍອມຮັບຈາກຜູ້ອຸປະຖຳ ແລະ ຊຸມຊົນ.

ທ່ານນາງກະລຸນາແບ່ງປັນ ກ່ຽວກັບການຊົມໃຊ້ຜົນປະໂຫຍດຂອງໂຄງການໃດໜຶ່ງ?

ໂຄງການ “ຈັດຕັ້ງສັງຄົມສົ່ງເສີມ, ປັບປຸງການບໍລິການສຸຂະພາບຈະເລີນພັນຂອງແມ່ຍິງ ແລະ ໄວໜຸ່ມບັນດາເຜົ່າ” ໄດ້ຮັບການສະໜັບສະໜູນໂດຍ ActionAid ຮ່ວມມືກັບສະຫະພາບເອີຣົບ ແລະ ບັນດາຄູ່ຮ່ວມມືທ້ອງຖິ່ນໃນ 4 ປີ ຢູ່ 2 ແຂວງ ດັກລັກ ແລະ ເລິມດົງ. ​ ​ໂຄງການ​ດັ່ງກ່າວ​ໄດ້ໜູນຊ່ວຍ​ສ້າງຫ້ອງກວດພະຍາດ 2 ​ແຫ່ງ ດ້ວຍ​ສິ່ງ​ອຳນວຍ​ຄວາມ​ສະດວກ, ອຸປະກອນ​ທີ່​ທັນ​ສະ​ໄໝ ​ແລະ ​ແພດ​ໝໍ​ທີ່​ມີ​ຄວາມ​ຊຳນານ, ສາມາດ​ເວົ້າ​ໄດ້​ວ່າ ​ດີ​ທີ່​ສຸດ​ຢູ່​ທ້ອງ​ຖິ່ນ​ ໃນ​ປະຈຸ​ບັນ. ດ້ວຍເຫດນັ້ນ, ຊາວໜຸ່ມ ແລະ ແມ່ຍິງບັນດາເຜົ່າກວ່າ 90.000 ຄົນ ທີ່ປະສົບກັບຄວາມຫຍຸ້ງຍາກ ໄດ້ເຂົ້າເຖິງການດູແລສຸຂະພາບຈະເລີນພັນທີ່ມີຄຸນນະພາບ. ຫຼາຍກວ່າ 90% ຂອງປະຊາຊົນຜູ້ທີ່ໄດ້ໃຊ້ບໍລິການຂອງສອງຫ້ອງກວດພະຍາດນີ້ເວົ້າວ່າ ພວກເຂົາເພິ່ງພໍໃຈຫຼາຍ.

ຄວາມຊົງຈຳທີ່ໜ້າຈົດຈຳທີ່ສຸດຂອງພໍ່ແມ່ປະຊາຊົນແມ່ນຫຍັງ, ຮຽນທ່ານ?

ຂ້າພະ​ເຈົ້າ​ໂຊກ​ດີ​ທີ່​ໄດ້​ພົບ​ປະພໍ່ແມ່ປະຊາຊົນ​ຫຼາຍ​ຄົນ​ຢູ່​ທົ່ວ​ຫວຽດນາມ. ສຳລັບແຂວງດັກລັກ, ຂ້າພະເຈົ້າໄດ້ພົບກັບແມ່ຍິງຫຼາຍຄົນ ທີ່ເຂົ້າຮ່ວມກຸ່ມພັດທະນາຊຸມຊົນ ເຊິ່ງເປັນກຸ່ມຫຼັກທີ່ປະຕິບັດໂຄງການ ທີ່ສະໜັບສະໜູນໂດຍ ActionAid ຢູ່ທ້ອງຖິ່ນ. ມີນ້ອງສາວທີ່ຍັງໝຸ່ມນ້ອຍຄົນໜຶ່ງທີ່ມີລູກ 4 ຄົນ, ແຕ່ລະຄົນເປັນຜົນມາຈາກຄຸມກຳເນີດບໍ່ສຳເລັດ. ແມ່ຍິງຫຼາຍຄົນຍັງແບ່ງປັນວ່າ ໃນອະດີດ, ເຂົາເຈົ້າຈະເດີນທາງຫຼາຍຮ້ອຍກິໂລແມັດ ເພື່ອກວດພະຍາດຍິງ ຫຼື ຍອມຮັບບໍ່ສົນໃຈກັບຄວາມບໍ່ສະບາຍ ແລະ ຄວາມເຈັບປວດທີ່ພະຍາດເຫຼົ່ານີ້ນໍາມາ. ຫຼາຍຄົນບໍ່ເຄີຍເບິ່ງແຍງສຸຂະພາບຈະເລີນພັນຂອງຕົນເອງ ແລະ ສະມາຊິກໃນຄອບຄົວ ເພາະແນວຄິດເກົ່າໆນີ້ ໄດ້ເຫັນບັນຫານີ້ເປັນເລື່ອງລະອຽດອ່ອນ ແລະ ຄະລຳ. ພາຍຫຼັງ 4 ປີ​ແຫ່ງ​ການ​ເຂົ້າ​ຮ່ວມ​ໂຄງການ, ​ແມ່ຍິງ​ຫຼາຍ​ຄົນ​ ໄດ້​ປ່ຽນ​ຄວາມ​ຮັບ​ຮູ້​ນີ້ ​ແລະ ຕັ້ງໜ້າ​ລະດົມ​ຄອບຄົວ ​ແລະ ຊຸມ​ຊົນ​ໃຫ້ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ການ​ຮັກສາ​ສຸຂະພາບ​ຈະເລີນ​ພັນ, ປະກອບສ່ວນ​ຮັກສາ​ຄຸນ​ນະພາ​ບສາຍ​ພັນ ​ແລະ ຄຸນ​ນະພາ​ບຊີວິດ​ຂອງ​ຕົນ.

ທ່ານນາງກະລຸນາແບ່ງປັນກ່ຽວກັບຈຸດສຸມກິດຈະກໍາການຊ່ວຍເຫຼືອຂອງ ActionAid International ໃນປີ 2022 ໄດ້ບໍ?

ປີ 2022 ແມ່ນປີທີ່ບໍ່ແນ່ບໍ່ນອນ, ຍາກທີ່ຈະຄາດຄະເນຫຍັງໄດ້. ສໍາລັບ ActionAid, ນີ້ແມ່ນປີສຸດທ້າຍ ຂອງການປະຕິບັດຍຸດທະສາດແຫ່ງຊາດ ຄັ້ງທີ 6 ໄລຍະ 2018 - 2023. ActionAid ວາງແຜນທີ່ຈະຍັງສືບຕໍ່ເຮັດວຽກຮ່ວມກັບຊຸມຊົນ ໃນການສ້າງຊີວິດການເປັນຢູ່ແບບຍືນຍົງ. ຊີວິດ​ການ​ເປັນ​ຢູ່​ແບບ​ຍືນ​ຍົງ​ນີ້ ອາດ​ຈະ​ຢູ່​ໃນ​ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ໃນ​ສະພາບ​ການ​ປ້ອງ​ກັນ Covid-19 ຫຼື ​ໃນ​ສະພາບ​ທີ່ ຫວຽດນາມ ​ເຂົ້າ​ຮ່ວມ​ບັນດາ​ສັນຍາ​ການ​ຄ້າ​ເສລີ ​ແລະ ອາດ​ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງ​ບັນດາ​ຜູ້​ຜະລິດ​ຂະໜາດ​ນ້ອຍ. ບູລິມະສິດທີສອງ ຂອງ ActionAid ແມ່ນເພື່ອຊ່ວຍເຫຼືອກຸ່ມຄົນດ້ອຍໂອກາດ ເຊັ່ນ: ແມ່ຍິງ ແລະ ເດັກນ້ອຍ ໃຫ້ໄດ້ຮັບການຊ່ວຍເຫຼືອດ້ານການບໍລິການດ້ານສາທາລະນະສຸກ ແລະ ການສຶກສາທີ່ດີຂຶ້ນ. ບຸລິມະສິດ​ທີ 3 ​ແມ່ນ​ໜູນ​ຊ່ວຍ​ບັນດາ​ຄູ່​ຮ່ວມ​ມື​ຢູ່​ທ້ອງ​ຖິ່ນ ​ແລະ ສູນ​ກາງ​ເຊື່ອມ​ໂຍງ​ເຂົ້າ​ກັນ​ກ່ວາ​ອີກ ​ໃນ​ການ​ຄົ້ນຄວ້າ​ບັນດາ​ບັນຫາ​ສິ່ງ​ແວດ​ລ້ອມ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ພະລັງງານ​ທົດ​ແທນ ​ແລະ ບັນດາ​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.