ຜູ້​ອຳ​ນວຍ​ການ​ເຂດ​ປາ​ຊີ​ຟິກຕາເວັນຕົກ​ຂອງ WHO: ວິ​ໄສ​ທັດ, ຍຸດ​ທະ​ສາດ ວັກ​ຊິນ ແລະ ອັດ​ຕາ​ສັກ​ວັກ​ຊິນ​ຂອງ ຫວຽດ​ນາມ ແມ່ນ​ປະ​ທັບ​ໃຈ​ທີ່​ສຸດ

15:07 | 14/01/2022

ຍ​ສ​ໝ - ຫວ່າງແລ້ວນີ້, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ທ່ານ Takeshi Kasai, ຜູ້​ອຳ​ນວຍ​ການ​ເຂດ​ປາ​ຊີ​ຟິກຕາເວັນຕົກ ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ (WHO). ພ້ອມ​ກັບ​ທ່ານ Kidong Park, ຫົວ​ໜ້າ​ຜູ້​ຕາງ​ໜ້າ WHO ປະ​ຈຳ ຫວຽດ​ນາມ.

ອັດຕາການປົກຄຸມວັກຊີນຂອງຫວຽດນາມ ໄດ້ລື່ນກາຍເປົ້າໝາຍທີ່ WHO ວາງອອກ ອັດຕາການປົກຄຸມວັກຊີນຂອງຫວຽດນາມ ໄດ້ລື່ນກາຍເປົ້າໝາຍທີ່ WHO ວາງອອກ
WHO ໃຫ້ຄຳໝັ້ນສັນຍາພ້ອມກັບຫວຽດນາມ ໃນໄລຍະ “ດຳລົງຊີວິດຢ່າງປອດໄພຮ່ວມກັບ ໂຄວິດ-19” WHO ໃຫ້ຄຳໝັ້ນສັນຍາພ້ອມກັບຫວຽດນາມ ໃນໄລຍະ “ດຳລົງຊີວິດຢ່າງປອດໄພຮ່ວມກັບ ໂຄວິດ-19”
ຜູ້​ອຳ​ນວຍ​ການ​ເຂດ​ປາ​ຊີ​ຟິກຕາເວັນຕົກ​ຂອງ WHO: ວິ​ໄສ​ທັດ, ຍຸດ​ທະ​ສາດ ວັກ​ຊິນ ແລະ ອັດ​ຕາ​ສັກ​ວັກ​ຊິນ​ຂອງ ຫວຽດ​ນາມ ແມ່ນ​ປະ​ທັບ​ໃຈ​ທີ່​ສຸດ
ທ່ານ Takeshi Kasai, ຜູ້​ອຳ​ນວຍ​ການ​ເຂດ​ປາ​ຊີ​ຟິກຕາເວັນຕົກ ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ (WHO) ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ (ພາບ: VGP)

ທ່ານ Takeshi Kasai ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ຫວຽດ​ນາມ ທີ່ໄດ້​ມາ​ນະ​ພະ​ຍາ​ຍາມ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໂດຍ​ໄວ ແລະ ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ກັບ WHO, ກົນ​ໄກ COVAX, ຕີ​ລາ​ຄາ​ສູງວິ​ໄສ​ທັດ​ຂອງ ຫວຽດ​ນາມ ກ່ຽວ​ກັບ​ການ​ປົກ​ປ້ອງ​ສຸ​ຂະ​ພາບ, ຊີ​ວິດ​ອິນ​ຊີ​ຂອງ​ປະ​ຊາ​ຊົນ, ການ​ຊີ້​ນຳ, ນຳ​ພາ​ຂອງ ລັດ​ຖະ​ບານ ຫວຽດ​ນາມ ແລະ ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ພິ​ເສດ​ແມ​ນ​ບັນ​ຫາ​ວັກ​ຊິນ ແລະ ບັນ​ລຸ​ໄດ້​ອັດ​ຕາ​ສັກ​ວັກ​ຊິນ​ສູງ. ທ່ານ Takeshi Kasai ມີ​ຄວາມ​ປະ​ທັບ​ໃຈ​ເປັນ​ພິ​ເສດ​ຕໍ່​ເລື່ອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊີ້​ນຳວ່າ “ໄປ​ທຸກ​ຮ່ອມ, ເຄາະທຸກເຮືອນ, ກວດ​ທຸກ​ຄົນ” ເພື່ອ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19.

ທ່ານ Kidong Park ຫົວ​ໜ້າ WHO ປະ​ຈຳ ຫວຽດ​ນາມ ກໍ່​ຖື​ວ່າ ມາດ​ຕະ​ການ​ດັ່ງ​ກ່າວ​ຂອງ ຫວຽດ​ນາມ ແມ່ນ​ວິ​ທີ​ການ​ທີ່​ມີ​ປະ​ສິດ​ທິ​ຜົນ​ສູງ​ທີ່​ສຸດ ເພື່ອ​ຍົກ​ສູງ​ການ​ສັກ​ວັກ​ຊິນ​ໃຫ້​ແກ່​ປະ​ຊາ​ຊົນ, ຮັບ​ປະ​ກັນ​ຊີ​ວິດ​ອິນ​ຊີ, ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ, ພ້ອມ​ທັງ​ຮັກ​ສາ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ. ທ່ານ​ກໍ່​ເຫັນ​ດີ​ຢູ່​ລະ​ດັບ​ສູງ​ຕໍ່​ແຜນ​ນະ​ໂຍ​ບາຍ​ຂອງ ຫວຽດ​ນາມ ໃນ​ການ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ສາ​ທາ​ລະ​ນະ​ສຸກ​ຂັ້ນ​ພື້ນ​ຖານ, ສາ​ທາ​ລະ​ນະ​ສຸກ​ສຳ​ຮອງ, ເພີ່ມ​ທະ​ວີ​ບຸກ​ຄະ​ລາ​ກອນ​ດ້ານ​ສາ​ທາ​ລະ​ນະ​ສຸກ, ບໍ່​ພຽງ​ແຕ່​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຫາກ​ຍັງ​ຮັບ​ມື​ກັບ​ສະ​ພາບ​ການ​ມີ​ປະ​ຊາ​ຊົນ​ທີ່​​ອາ​ຍຸ​ສູງເພີ່ມ​ຂຶ້ນ​ໃນ​ອະ​ນາ​ຄົດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ບັນ​ດາ​ຜູ້​ຕາງ​ໜ້າ​ຂອງ WHO ໄດ້​ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ໝາກ​ຜົນ​ໃນ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ ແລະ ຮັບ​ປະ​ກັນ​ການ​ປະ​ກັນຊີວິດ​ສັງ​ຄົມ ຂອງ ຫວຽດ​ນາມ ໃນ​ໄລ​ຍະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ຜ່ານ​ມາ, ຕີ​ລາ​ຄາ​ສູງວິ​ໄສ​ທັດ “ຜ່ານ​ວັນ​ເວ​ລາ” ຂອງ​ປະ​ທານ​ໂຮ່​ຈີ​ມິ​ນ​ກ່ຽວ​ກັບຄຳ​ວ່າ “ປະ​ຊາ​ຊົນ​ແຕ່​ລະ​ຄົນ​ທີ່​ມີ​ສຸ​ຂະ​ພາບ​ແຂງ​ແຮງ ໝາຍ​ຄວາມ​ວ່າ​ປະ​ເທດ​ຊາດເຂັ້ມ​ແຂງ”, ເຊື່ອ​ໝັ້ນ​ວ່າ ຫວຽດ​ນາມ ຈະ​ສືບ​ຕໍ່​ຮັບ​ມື​ຢ່າງປະ​ສິດ​ທິ​ຜົນ, ຮັບ​ມື​ຢ່າງ​ປອດ​ໄພ, ມີ​ໄຫວ​ພິບ ກັບໂລກ​ລະ​ບາດ ແລະ ໄລ​ຍະ​ຍາວ, ຈະ​ກາຍ​ເປັນ​ແບບ​ຢ່າງ​ໃນ​ພາກ​ພື້ນ ແລະ ໂລກ ໃນ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ, ຢັ້ງ​ຢືນ WHO ຈະ​ຕັ້ງ​ໜ້າ​ຮ່ວມ​ເດີນ ​ ທ​າງ, ສະ​ໜັບ​ສະ​ໜູນ, ແບ່ງ​ປັນ​ຂໍ້​ມູນ ແລະ ປະ​ສົບ​ການ​ກັບ ຫວຽນ​ນາມ ໃນ​ຂະ​ບວນ​ການນີ້…

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ຮ່ວມ​ມືກັບ WHO, ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ WHO, ຫ້ອງວ່າ​ການ​ເຂດປາ​ຊີ​ຟິກຕາເວັນຕົກ, ຫ້ອງວ່າ​ການ WHO ປະ​ຈຳ ຫວຽດ​ນາມ ແລະ ສ່ວນ​ບຸກ​ຄົນ​ທ່ານ Takeshi Kasai ທີ່ໄດ້ໃຫ້ການ​ໜູນ​ຊ່ວຍ​ທີ່ສຳ​ຄັນ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ, ພິ​ເສດ​ແມ່ນ​ການ​ໜູນ​ຊ່ວຍ ຫວຽດ​ນາມ ແລະ ການ​ລະ​ດົມ​ບັນ​ດາ​ປະ​ເທດ, ບັນ​ດາ​ຄູ່​ຮ່ວມ​ມື​ສາ​ກົນ ສະ​ໜັບ​ສະ​ໜູນ ຫວຽດ​ນາມ ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19, ເຂົ້າ​ເຖິງບັນ​ດາ​ແຫຼ່ງວັກ​ຊິນ, ອຸປະກອນ​ສາ​ທາ​ລະ​ນະ​ສຸກ ໃນ​ສະ​ພາບ​ການ​ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ.

ຫວຽດ​ນາມ ແມ່ນ 1 ໃນ 6 ປະ​ເທດ​ທີ່​ມີ​ອັດ​ຕາ​ສັກ​ວັກ​ຊິນ​ສູງ​ທີ່​ສຸດ​ໃນ​ໂລກ. ມາ​ຮອດ​ປັດ​ຈຸ​ບັນ ອັດ​ຕາ​ສັກ​ວັກ​ຊິນ​ຢ່າງ​ໜ້ອຍ​ສຸດ​ແມ່ນ 1 ໂດ​ສ ສຳ​ລັບ​ພົນ​ລະ​ເມືອງ​ທີ່​ມີ​ອາ​ຍຸ​ແຕ່ 18 ປີ​ຂຶ້ນ​ໄປ ແມ່ນ 99,98%, ອັດ​ຕາ​ສັກ​ວັກ​ຊິນ​ເຂັມ​ພື້ນ​ຖານ​ແມ່ນ 93,6% ແລະ ອັດ​ຕາ​ສັກ​ວັກ​ຊິນ​ເຂັມ​ກະ​ຕຸ້ນ ແມ່ນ 11,5%. ສຳ​ລັບ​ພົນ​ລະ​ເມືອງ​ທີ່​ມີ​ອາ​ຍຸ​ແຕ່ 12 – 17 ປີ, ອັດ​ຕາ​ຜູ້​ໄດ້​ຮັບ​ການ​ສັກ​ວັກ​ຊິນ​ຢ່າງ​ໜ້ອຍ​ສຸດ 1 ເຂັມ ແມ່ນ 89,8% ແລະ ອັດ​ຕາ​ຜູ້​ໄດ້​ຮັບ​ວັກ​ຊິນ​ຢ່າງ​ຄົບ​ຖ້ວນ​ໂດຍ​ພື້ນ​ຖານ​ແມ່ນ 68%.

ຫ​ວຽດ​ນາມ ພວມ​ມາ​ນະ​ພະ​ຍາ​ຍາມ​ໃນ​ໄຕ​ມາດ​ທີ 1/2022 ຈະ​ສຳ​ເລັດ​ການ​ສັກ​ວັກ​ຊິນ​ເຂັມ​ທີ 3 ໃຫ້​ແກ່​ປະ​ຊາ​ຊົນ​ໝົດ​ທຸກ​ຄົນ​ທີ່​ມີ​ອາ​ຍຸ​ແຕ່ 18 ປີ ຂຶ້ນ​ໄປ ແລະ ໃນ​ເດືອນ​ມັງ​ກອນ​ປີ 2022 ຈະ​ສຳ​ເລັດ​ການ​ສັກ​ວັກ​ຊິນ 2 ເຂັມ​ໃຫ້​ແກ່​ຜູ້​ທີ່​ມີ​ອາ​ຍຸ​ແຕ່ 12 – 17 ປີ, ພ້ອມ​ທັງ​ຄົ້ນ​ຄ້​ວາ, ຕິດ​ຕາມ​ບົດ​ຮຽ​ນ, ປະ​ສົບ​ການ​ຈາກ​ສາ​ກົນ ແລະ ຂໍ້​ສະ​ເໜີ​ແນະ​ຂອງ WHO ເພື່ອ​ອາດ​ຈະ​ຜັນ​ຂະ​ຫຍາຍ​ການ​ສັກ​ວັກ​ຊິນ​ໃຫ້​ແກ່​ເດັກ​ນ້ອຍ ຢ່າງ​ປອດ​ໄພ, ໃຫ້​ເດັກ​ນ້ອຍ​ໄປ​ຮຽນ​ຄືນໃໝ່.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.