ຮັບໃຊ້ຄວາມຕ້ອງການການເດີນທາງຂອງພໍ່ແມ່ປະຊາຊົນທາງອາກາດ ໃນຊ່ວງບຸນປີໃໝ່ປະຈໍາຊາດໃຫ້ເປັນຢ່າງດີ

08:07 | 23/01/2022

ຍສໝ - ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ສະ​ເໜີ​ໃຫ້​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງມີການ​ເຮັດວຽກ​ກັບ​ອົງການ​ເຈົ້າໜ້າທີ່​ການບິນຂອງ​ບັນດາ​ປະ​ເທດຢ່າງຮີບດ່ວນ ເພື່ອ​ເຫັນ​ດີເປັນເອກະພາບຈໍານວນຖ້ຽວບິນ​ສາກົນ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ພໍ່ແມ່ປະຊາຊົນກັບ​ເມືອ​ຢາມ​ຍາດຕິ​ພີ່ນ້ອງ ​ແລະ ຕ້ອນຮັບບຸນປີໃໝ່ປະຈໍາຊາດ.

ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ
ລຸງໂຮ່ ກັບບຸນປີໃໝ່ປະຈໍາຊາດ ລຸງໂຮ່ ກັບບຸນປີໃໝ່ປະຈໍາຊາດ

ຕອນ​ເຊົ້າ​ວັນ​ທີ 20 ມັງກອນ​, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ, ປະທານ​ຄະນະ​ກຳມະການ​ຄວາມ​ປອດ​ໄພ​ຈະລາຈອນ​ແຫ່ງ​ຊາດ, ປະທານ​ຄະນະ​ກຳມະການຄວາມໝັ້ນຄົງທາງອາກາດ​ພົນລະ​ເຮືອນ​ແຫ່ງ​ຊາດ​ໄດ້​ລົງ​ກວດກາ​ວຽກ​ງານ​ຮັບປະກັນ​ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ທາງອາກາດ ​ແລະ ວຽກງານ ສະກັດກັ້ນ, ຕ້ານ​ໂລກລະບາດ​ໂຄ​ວິດ-19 ທີ່ສະໜາມບິນສາກົນໂນ້ຍບ່າຍ.

ຮັບໃຊ້ຄວາມຕ້ອງການການເດີນທາງຂອງພໍ່ແມ່ປະຊາຊົນທາງອາກາດ ໃນຊ່ວງບຸນປີໃໝ່ປະຈໍາຊາດໃຫ້ເປັນຢ່າງດີ
ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ກວດກາຢູ່ຫ້ອງຕິດຕາມກວດກາຂອງສະໜາມບິນສາກົນໂນ້ຍບ່າຍ. ພາບ: TTXVN

ຜ່ານ​ການ​ກວດກາ​ຕົວ​ຈິງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ສະ​ເໜີ​ໃຫ້​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງມີການ​ເຮັດວຽກ​ກັບ​ອົງການ​ເຈົ້າໜ້າທີ່​ການບິນຂອງ​ບັນດາ​ປະ​ເທດຢ່າງຮີບດ່ວນ ເພື່ອ​ເຫັນ​ດີເປັນເອກະພາບຈໍານວນຖ້ຽວບິນ​ສາກົນ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ພໍ່ແມ່ປະຊາຊົນກັບ​ເມືອ​ຢາມ​ຍາດຕິ​ພີ່ນ້ອງ ​ແລະ ຕ້ອນຮັບບຸນປີໃໝ່ປະຈໍາຊາດ, ຕ້ອງ​ສຸມ​ໃສ່ເຂົ້າ​ປະ​ເທດ​ທີ່​ມີ​ຊາວ​ຫວຽດນາມ ອາ​ໄສ, ​ເຮັດ​ວຽກ, ຮ່ຳຮຽນເປັນຈຳນວນຫຼາຍ ​ແລະ ບັນດາ​ປະ​ເທດ​ຄວບ​ຄຸມ​ພະຍາດ​ເປັນຢ່າງດີ ​ຄື: ​​ອົດ​ສະ​ຕາ​ລີ ​ແລະ ບັນດາ​ປະ​ເທດ​ເອີ​ລົບ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໄດ້​ຮຽກ​ຮ້ອງ​ໃຫ້​ບໍ​ລິ​ສັດໃຫຍ່​ການ​ບິນຫວຽດນາມ ແລະ ສາຍ​ການ​ບິນຕ່າງໆ ປະ​ຕິ​ບັດ​ບັນ​ດາ​ລະ​ບຽບ​ການ​ກ່ຽວ​ກັບ​ຄວາມໝັ້ນຄົງ, ຄວາມ​ປອດ​ໄພ ແລະ ການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງ​ເຂັ້ມ​ງວດ.

ບູນມີ

ເຫດການ
302 Found

Found

The document has moved here.