ວິລະຄອນ ທອງສົມສະໜິດ (ລາວ): ບຸນເຕັດ​ຫວຽດນາມ ​ທີ່​ສັກສິດ​ທີ່​ສຸດ​ແມ່ນ​ການ​ລະນຶກ​ເຖິງ​ບັນພະບຸລຸດ

11:38 | 01/02/2022

ຍສໝ - ສຳລັບ ວິລະຄອນ ທອງສົມສະໜິດ, ນັກສຶກສາປີທີ 2 ຄະນະນິຕິສາດ, ສາຂາວິຊາກົດໝາຍເສດຖະກິດ, ມະຫາວິທະຍາໄລເສດຖະກິດແຫ່ງຊາດ (ຮ່າໂນ້ຍ) ແລ້ວ, ບຸນປີໃໝ່ປະຈຳຊາດ ຫວຽດນາມ ແມ່ນເປັນເອກະລັກສະເພາະ.

ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີຟ້າມ​ມິງ​ຈິງ: ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ແມ່ນ​ຈຸດ​ພົ້ນ​ເດັ່ນ​ທີ່​ສຸດ​ຂອ​ງ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ​ໃນ​ປີ 2021 ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີຟ້າມ​ມິງ​ຈິງ: ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ແມ່ນ​ຈຸດ​ພົ້ນ​ເດັ່ນ​ທີ່​ສຸດ​ຂອ​ງ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ​ໃນ​ປີ 2021
ປະກາດໃຊ້ໂລໂກ້ສັນຍາລັກຢ່າງເປັນທາງການ ລະນຶກ 30 ປີ ການສ້າງຕັ້ງສາຍພັວພັນການທູດ ຫວຽດນາມ - ສ. ເກົາຫຼີ ປີ 2022 ປະກາດໃຊ້ໂລໂກ້ສັນຍາລັກຢ່າງເປັນທາງການ ລະນຶກ 30 ປີ ການສ້າງຕັ້ງສາຍພັວພັນການທູດ ຫວຽດນາມ - ສ. ເກົາຫຼີ ປີ 2022

ຄັ້ງທຳອິດທີ່ໄປຕ້ອນຮັບບຸນເຕັດຢູ່ຫວຽດນາມ, ວິລະຄອນ ທອງສົມສະໜິດ ຄິດວ່າຈະຫ່າງຈາກບ້ານດ້ວຍຄວາມໂດດດ່ຽວ, ແຕ່ເພື່ອນໃໝ່ຢູ່ທີ່ນີ້ມີຄວາມເປັນມິດຫຼາຍ ເຊີນ ວິລະຄອນ ກັບບ້ານເພື່ອຕ້ອນຮັບບຸນປີໃໝ່ປະຈໍາຊາດຂອງ ຫວຽດນາມ. ພຽງ​ແຕ່​ເທົ່າ​ນັ້ນ​ກໍ່​ພຽງ​ພໍ​ໃຫ້​ເພື່ອນ​ລາວ​ ຮູ້​ສຶກ​ໄດ້ເຖິງ​ບັນ​ຍາ​ກາດ​ ບຸນເຕັດ​ຫວຽດ​ນາມ ​ຢ່າງ​ເຕັມ​ທີ່.

ວິລະຄອນ ທອງສົມສະໜິດ (ລາວ):  ບຸນເຕັດ​ຫວຽດນາມ ​ທີ່​ສັກສິດ​ທີ່​ສຸດ​ແມ່ນ​ການ​ລະນຶກ​ເຖິງ​ບັນພະບຸລຸດ
ວິລະຄອນ ທອງສົມສະໜິດ, ນັກສຶກສາປີທີ 2 ຄະນະນິຕິສາດ, ສາຂາວິຊາກົດໝາຍເສດຖະກິດ, ມະຫາວິທະຍາໄລເສດຖະກິດແຫ່ງຊາດ (ຮ່າໂນ້ຍ).

“ນັບແຕ່ປີ​ທຳ​ອິດ​ທີ່​ຂ້າ​ພະ​ເຈົ້າ​ຕ້ອນຮັບ​ບຸນ​ເຕັດ​ຢູ່​ຫວຽດ​ນາມ, ຂ້າ​ພະ​ເຈົ້າຈັບອົກ ຈັບໃຈ​ຫຼາຍ​ຢ່າງ. ນັ້ນ​ແມ່ນ, ກ່ອນບຸນເຕັດ, ປະຊາຊົນໄປ​ຊື້​ເຄື່ອງ ​ແລະ ​ປະດັບ​ປະດາ​ເຮືອນ​ຂອງ​ຕົນ. ຂ້າພະ​ເຈົ້າ​ໂຊກ​ດີ​ທີ່​ມີ​ເພື່ອນ​ມິດ​ຫວຽດນາມ​ທີ່​ສະໜິດສະ ໜົມ​ຫຼາຍ​ຄົນ, ​ເຂົາ​ເຈົ້າ​ໄດ້​ຊວນ​ຂ້າພະ​ເຈົ້າ​ໄປ​ຕະຫຼາດ​ຮ່າງ​ມາ ​ຊື້​ຕົ້ນດອກຄາຍ, ຊື້​ຊອງອັງເບົາ ​ແລະ ​ເຄື່ອງ​ປະດັບ​ປະດາ​ທີ່​ມີ​ສີສັນ​ຫຼາຍ​ຮູບ​ຫຼາຍ​ແບບ… ຈາກ​ນັ້ນ​ພວກ​ຂ້າພະ​ເຈົ້າ​ໄດ້​ໄປ​ຫຼິ້ນຢູ່ຖະໜົນ​ຮູບ​ແຕ້ມ ຟຸ່ງຮຶງ, ​ໄປ​ທ່ຽວ​ຊົມ​ຮ້ານ​ຂາຍ​ເຄື່ອງ​ພື້ນ​ເມືອງ. ໂດຍສະເພາະ, ຂ້ອຍຍັງໄດ້ຂຽນຕົວໜັງສືຈີນດ້ວຍຕົນເອງ” ວິລະຄອນ ແບ່ງປັນ.

ວິລະຄອນ ເວົ້າວ່າ “ຂ້າພະ​ເຈົ້າ​ເຫັນ​ວ່າ, ​ ຮີດຄອງ​ປະ​ເພນີບູຊາ​ ​ບັນພະບຸລຸດ ​ເພື່ອ​ລະນຶກ​ເຖິງ​ຄົນ​ລຸ້ນກ່ອນ ​ແລະ ຜູ້​ລ່ວງ​ລັບ​ໄປ ​ໄດ້​ສ້າງ​ຄຸນຄ່າ​ວັດທະນະທຳ​ອັນ​ເລິກ​ເຊິ່ງ​ໃນ​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ຊາວຫວຽດນາມ, ມຸ່ງໄປເຖິງ​ສິ່ງ​ທີ່​ດີງາມ”.

ບູນມີ

ເຫດການ
302 Found

Found

The document has moved here.