Clear Rivers ທົດລອງເກັບຂີ້ເຫຍື້ອຢູ່ແມ່ນ້ຳເຮົ້າ

06:30 | 15/01/2022

ຍສໝ - ຫວ່າງແລ້ວນີ້, ທ່ານຮອງປະທານຄະນະກໍາມະການປະຊາຊົນນະຄອນ ເກີນເທີ ຫງວຽນຖືກຮ້ຽນ ພ້ອມກັບຜູ້ຕາງໜ້າບັນດາພະແນກ, ຂະແໜງ ການທີ່ກ່ຽວຂ້ອງ ໄດ້ມີການເຮັດວຽກທາງອອນໄລກັບບັນດາຜູ້ແທນໂຮນລັງ ກ່ຽວກັບການປະຕິບັດໂຄງການທົດລອງເກັບຂີ້ເຫຍື້ອຢູ່ແມ່ນ້ຳເຮົ້າ ຂອງອົງການ Clear Rivers.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮຽກ​ຮ້ອງ​ໃຫ້​ມີ​ການ​ສັກ​ຢາ​ວັກ​ຊີ​ນ​ຕ້ານ Covid-19 ໂດຍໄວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮຽກ​ຮ້ອງ​ໃຫ້​ມີ​ການ​ສັກ​ຢາ​ວັກ​ຊີ​ນ​ຕ້ານ Covid-19 ໂດຍໄວ
ເຝີຫວຽດນາມຜ່ານທະລຸເຂົ້າໄປໃນສຸດຍອດບັນດາປະເພດອາຫານທີ່ມີນ້ຳຊຸບແຊບທີ່ສຸດໃນໂລກ ເຝີຫວຽດນາມຜ່ານທະລຸເຂົ້າໄປໃນສຸດຍອດບັນດາປະເພດອາຫານທີ່ມີນ້ຳຊຸບແຊບທີ່ສຸດໃນໂລກ

ທີ່​ການເຮັດວຽກ, ທ່ານ Christoph Prommersberger - ຮອງ​ເອກ​ອັກຄະ​ລັດຖະທູດ ລາຊະອານາຈັກ ໂຮນລັງ ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ: ​ໃນ​ຊຸມ​ປີ​ຜ່ານມາ, ​ໂຮ​ນລັງ ​ແລະ ນະຄອນເກີນເທີ ມີ​ການ​ພົວພັນ​ຮ່ວມ​ມື​ທີ່​ດີ​ທີ່​ສຸດ, ຫວັງ​ວ່າ​ສອງ​ປະ​ເທດ​ຈະ​ຮ່ວມ​​ກັນ​ເອົາ​ໃຈ​ໃສ່ກວ່າ​ອີກ​ກ່ຽວ​ກັບ​ບັນດາ​ຂົງ​ເຂດ​ທີ່​ໄດ້​ກຳນົດ​ໄວ້​ເປັນ​ບຸລິມະສິດ, ​ໂດຍ​ສະ​ເພາະ​ແມ່ນ​ການ​ຄຸ້ມ​ຄອງແຫຼ່ງ​ນ້ຳ, ພັດທະນາ​ກະສິກຳ ​ແລະ ບັນດາ​ເນື້ອ​ໃນ​ທີ່​ກ່ຽວຂ້ອງ​ເຖິງ​ເສດຖະກິດໝູນວຽນ​.

Clear Rivers  ທົດລອງເກັບຂີ້ເຫຍື້ອຢູ່ແມ່ນ້ຳເຮົ້າ
ບັນຍາກາດທີ່ການເຮັດວຽກ.

ທ່ານ Christoph Prommersberger ປາດຖະໜາວ່າ ໂຄງການທົດລອງເກັບຂີ້ ເຫຍື້ອຢູ່ແມ່ນ້ຳເຮົ້າ ໂດຍອົງການ Clear Rivers ຮ່ວມມືກັບນະຄອນເກີນເທີ ປະຕິບັດຈະເປັນພະຍານຫຼັກຖານໃຫ້ການເຄື່ອນໄຫວຂອງຮູບແບບເສດຖະກິດ ຮອບວຽນຢູ່ເກີນເທີ. ​ໂຄງການຜັນຂະຫຍາຍ​ປະສົບ​ຜົນສຳ​ເລັດ​ຈະ​ແມ່ນ​ພື້ນຖານ​ເພື່ອແຜ່ຂະຫຍາຍ​ໄປ​ຍັງ​ຫຼາຍ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ.

ທ່ານ ຫງວຽນຖືກຮ້ຽນ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນເກີນເທີ ​ໃຫ້​ຮູ້​ວ່າ: ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ສະຖານທູດ​ໂຮ​ນລັງ, ເກີນເທີ ຫາ​ກໍ່​ເຂົ້າເຖິງ​ແຫຼ່ງທຶນອຸປະຖໍາ​ເພື່ອ​ປະຕິບັດ​ໂຄງການ​ເກັບ​ກຳ ​ແລະ ບຳບັດ​ສິ່ງ​ເສດ​ເຫຼືອ, ປະກອບສ່ວນປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ຂອງ​ນະ​ຄອນເກີນເທີ.

ຕາມ​ທ່ານ​ຜູ້​ສ້າງ​ຕັ້ງອົງການ Clear Rivers Ramon Knoester ​ແລ້ວ, ​ໂຄງການ​ທົດ​ລອງ​ເກັບ​ຂີ້​ເຫຍື້ອ​ຢູ່​ແມ່ນ້ຳເຮົ້າ ​ແມ່ນ​ມຸ່ງ​ໄປ​ເຖິງ​ປັບປຸງ​ການ​ເກັບ​ຂີ້​ເຫຍື້ອ​ປຼາສະຕິກຜ່ານລະບົບເກັບຂີ້​​ເຫຍື້ອ, ກໍ່ສ້າງ​ລະບົບ​ຜະລິດນຄືນ​ໃໝ່​ຢູ່​ແຂວງ ເກີນເທີ.

ບູນມີ

ເຫດການ
302 Found

Found

The document has moved here.